ຜູ້ພິພາກສາຍິງໃນອັບການິສຖານຖືກຕາມລ່າໂດຍນັກໂທດທີ່ຕົນເອງເຄີຍໃຫ້ການຕັດສິນ


ຜູ້ພິພາກສາຍິງຈາກປະເທດອັບການິສຖານ ຫຼັງຈາກຫຼົບໜີອອກມາໄດ້ສຳເລັດ ແລະ ປັດຈຸບັນກໍໄດ້ຢູ່ທີ່ປະເທດໃນຢູໂຣບໄດ້ເລົ່າວ່າ ລາວໄດ້ຖືກຕາມລ່າໂດຍກຸ່ມນັກໂທດທີ່ຕົນເອງເຄີຍໃຫ້ການຕັດສິນ.

ລາວໄດ້ເລົ່າໃຫ້ຟັງວ່າມີຄົນຈາກກຸ່ມຕາລີບັນປະມານ 4 – 5 ຄົນເຂົ້າມາເຮືອນແລະຖາມຄົນໃນເຮືອນຂອງລາວວ່າ ‘ມີໃຜຮູ້ບໍ່ວ່າຜູ້ພິພາກສາຍິງຄົນນີ້ຢູ່ໃສ?’ ພວກເຂົາແມ່ນກຸ່ມຄົນທີ່ລາວໄດ້ເຄີຍຕັດສິນໃຫ້ຈຳຄຸກ.

ຫຼັງຈາກຕາລີບັນໄດ້ຍຶດຄອງປະເທດສຳເລັດ, ພວກເຂົາກໍໄດ້ປ່ອຍຕົວນັກໂທດພັນກວ່າຄົນອອກມາໃຫ້ເປັນອິດສະຫຼະ ລວມທັງກຸ່ມ ISIS-K ແລະ ກຸ່ມ al-Qaeda.

ກຸ່ມສິດທິມະນຸດເທົ່າທຽມ  International Association of Women Judges (IAWJ) ໄດ້ຮວມຕົວກັນຊ່ວຍເຫຼືອໃຫ້ຜູ້ພິພາກສາໜີອອກມາ ແຕ່ກໍຍັງມີອີກຈຳນວນຫຼວງຫຼາຍທີ່ໜ້າເປັນຫ່ວງ. ປະເທດອັບການິສຖານມີຜູ້ພິພາກສາຍິງຢູ່ປະມານ 250 ຄົນ ແລະ ມີພຽງຈຳນວນໜ້ອຍທີ່ໄດ້ໜີອອກມາໃນອາທິດກ່ອນໜ້ານີ້, ຖິ້ມໄວ້ອີກຫຼາຍຄົນທີ່ຍັງບໍ່ມີຫົນທາງອອກມາ.

ຫຼັງຈາກທີ່ສະຫະລັດອາເມຣິກາໄດ້ປະກາດການຖອນກຳລັງ, ກຸ່ມຕາລີບັນກໍໄດ້ຍຶດອຳນາດກັບຄືນມາທັນທີ ພ້ອມທັງອອກກົດໝາຍສັ່ງຫ້າມຜູ້ຍິງເຮັດວຽກ, ຮຽນໜັງສື ແລະ ຕ້ອງປົກປິດຮ່າງກາຍຕົນເອງຕາມສະໄໝທີ່ພວກເຂົາເຄີຍປົກຄອງໃນປີ 1996.

“ແຕ່ກໍມີຂໍ້ຍົກເວັ້ນໃນບາງໜ້າວຽກສຳຄັນທີ່ຈຳເປັນຕ້ອງໄດ້ມີຜູ້ຍິງ ແລະ ພວກເຂົາຈະໄດ້ຮັບການປົກປ້ອງສິດທິຈາກກົດໝາຍອິດສະລາມ” ຕົວແທນຂອງກຸ່ມຕາລີບັນໄດ້ໃຫ້ຄຳຖະແຫຼງການ ຫຼັງຈາກທີ່ຍຶດເມືອງຄາບູນໃນວັນທີ 15 ສິງຫາທີ່ຜ່ານມາ.

ຜູ້ຍິງທີ່ເຮັດວຽກກັບຄວາມຍຸຕິທຳຈະຖືກຕັ້ງເປັນເປົ້າໝາຍສະເໝີໃນເມື່ອກ່ອນ. ຜູ້ຍິງສອງຄົນທີ່ໄດ້ເຮັດວຽກທີ່ສານສູງສຸດຂອງປະເທດໄດ້ຖືກຍິງເສຍຊີວິດໂດຍທີ່ຜູ້ກໍ່ການຮ້າຍກໍຍັງບໍ່ຖືກຈັບ ແລະ ບໍ່ສາມາດລະບຸໄດ້ຕັ້ງແຕ່ເດືອນມັງກອນ ໂດຍທີ່ກຸ່ມຕາລີບັນໄດ້ອ້າງວ່າພວກເຂົາບໍ່ໄດ້ມີສ່ວນກ່ຽວຂ້ອງນຳເຫດການດັ່ງກ່າວ.

ປັດຈຸບັນ ກຸ່ມຕາລີບັນໄດ້ປ່ອຍນັກໂທດອອກມາເປັນອິດສະຫຼະທົ່ວປະເທດແລ້ວ, ເຊິ່ງເປັນຕົວຊີ້ນຳໄພອັນຕະລາຍຕໍ່ຊີວິດຂອງຜູ້ພິພາກສາຍິງທັງຫຼາຍໃນອັບການິສຖານ.

ກຸ່ມນັກໂທດທີ່ຖືກປ່ອຍມາກຳລັງຕາມລ່າເອົາຊີວິດຂອງຜູ້ຍິງທີ່ປະຕິບັດວຽກຕໍ່ຄວາມຍຸຕິທຳທຸກຄົນ ບໍ່ວ່າຈະແມ່ນຜູ້ພິພາກສາ, ນັກໄອຍະການ ຫຼື ຈົນຮອດຕຳຫຼວດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/