ຈົບແລ້ວ! Tokyo 2020 Paralympic Games ຄັ້ງຕໍ່ໄປ ປາຣີສກຽມເປັນເຈົ້າພາບ


ຈົບແລ້ວ! Paralympics 2020 ທາງເຈົ້າພາບຢ່າງປະເທດຍີ່ປຸ່ນກໍພ້ອມສົ່ງຕໍ່ໃຫ້ຝຣັ່ງ ຮັບໜ້າທີ່ອີກ 3 ປີຕໍ່ໜ້າ.ການຈັດການແຂ່ງຂັນແມ່ນເລື່ອນມາຈັດໃນປີ 2021 ເນື່ອງຈາກໃນໂລກຍັງມີການແຜ່ລະບາດຂອງພະຍາດໂຄວິດ-19, ໃນສ່ວນຂອງການຈັດກິລາ Paralympics ອາດຈະບໍ່ຄືດັ່ງປີຜ່ານໆມາ ທັງງານເປີດ ແລະ ປິດ ກໍເນັ້ນຕາມຄວາມສະດວກເປັນຫຼັກ. ໃນມື້ເລີ່ມແຂ່ງຂັນກໍໄດ້ເລີ່ມຕັ້ງແຕ່ວັນທີ 25 ກໍລະກົດ ຮອດ ວັນທີ 5 ສິງຫາ 2021.

ຄືນວັນທີ 5 ສິງຫາ 2021 ທີ່ຜ່ານມາ ກໍມີການປິດພິທີເປັນທີ່ຮຽບຮ້ອຍຈົບງາມ, ສ້າງຄວາມປະທັບໃຈໃຫ້ແກ້ຜູ້ຮັບຊົມທາງໂທລະພາບເປັນຢ່າງດີ, ມີການສະແດງດົນຕີ ລວມໄປເຖິງການສະແດງຂອງນັກກິລາລົດຖີບບີເອັມເອັກ ແລະ ນັກເຕັ້ນ Breakdance ທີ່ສ້າງຄວາມເບີກບານມ່ວນຊື່ນໃນຄ່ຳຄືນມື້ປິດງານ.

ໃນການສະຫຼຸບຫຼຽນແມ່ນທາງຈີນໄດ້ອັບ 1 ຄວ້າຫຼຽນຫຼາຍກວ່າປະເທດອື່ນ, ຮອງມາກໍເປັນສະຫະລາຊະອານາຈັກ, ສ່ວນອັນດັບສາມແມ່ນສະຫະລັດອາເມຣິກາ.

ທີ່ມາ: https://bit.ly/3n80B56

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/