ເປັນຫຍັງເຮົາຈຶ່ງເສບຕິດນ້ຳຕານ


ເມື່ອອາຫານຄາວທີ່ມີປະໂຫຍດຄົບໝູ່ເປັນເມນູດຽວກັນກັບເມນູຂອງມື້ວານ ແລະ ມື້ກ່ອນອອກມາເສີບຕໍ່ໜ້າ, ຄວາມຮູ້ສຶກທຳອິດແມ່ນຈະເລີ່ມເບື່ອກັບອາຫານ. ແຕ່ວ່າຖ້າເປັນກະແລ້ມຣົດກະທິຫອມມັນທີ່ເຮົາກິນມາເປັນຫຼາຍມື້ຕິດຕໍ່ກັນແລ້ວ ກໍຮູ້ສຶກບໍ່ເບື່ອ, ສາເຫດທີ່ເຮົາເບື່ອອາຫານຄາວແຕ່ຍັງກິນສິ່ງທີ່ຫວານໄດ້ແມ່ນຍ້ອນຫຍັງ?

ເມື່ອເປັນອາຫານຄາວແລ້ວ, ສະໝອງຂອງເຮົາຈະໃສ່ໃຈກັບມັນເປັນພິເສດເພື່ອຄັດເລືອກເອົາຣົດຊາດໃໝ່ໆ ຫຼື ແຕກຕ່າງອອກໄປ ດ້ວຍສອງເຫດຜົນຫຼັກຄື: ເພື່ອກວດສອບວ່າອາຫານນັ້ນໝົດອາຍຸໄປແລ້ວຫຼືບໍ່ ແລະ ເພື່ອຕື່ມຄວາມຫຼາກຫຼາຍໃນໝູ່ທາດຕ່າງໆທີ່ສານອາຫານໃນຮ່າງກາຍຕ້ອງການ. ຍ້ອນວ່າຕ້ອງເພີ່ມຄວາມຫຼາກຫຼາຍເຂົ້າໄປ, ເຮົາຈຶ່ງຕ້ອງການຮັບເອົາອາຫານປະເພດໃໝ່ໆ ເພື່ອປ້ອງກັນບໍ່ໃຫ້ເຮົາເບື່ອອາຫານ.

ແຕ່ວ່າເມື່ອເປັນອາຫານທີ່ມີນ້ຳຕານ, ຖ້າເປັນຄົນທີ່ບໍ່ກິນຫວານເປັນປະຈຳ ຫຼື ກິນໜ້ອຍຫຼາຍ ຜົນກໍຈະເປັນຄືກັບອາຫານຄາວ, ຕ່າງຈາກຄົນທີ່ກິນຫວານຫຼາຍເກີນໄປຈະບໍ່ຮູ້ສຶກເບື່ອ ພ້ອມທັງຍັງຮູ້ສຶກດີຈົນອອກຈາກມັນບໍ່ໄດ້.

ກ່ອນອື່ນເຮົາມາຮູ້ຈັກກັນວ່ານ້ຳຕານແມ່ນຫຍັງ. ນ້ຳຕານແມ່ນຄາໂບໄຮເດຣດທີ່ສາມາດລະລາຍໄດ້ (Soluble Carbohydrates) ແລະ ມີຫຼາກຫຼາຍຮູບແບບເຊັ່ນ: Glucose, Lactose, Starch… ເຊິ່ງແຕ່ລະຮູບແບບກໍໄດ້ຊຶມເຂົ້າໄປໃນຂອງກິນທີ່ພວກເຮົາບໍ່ທັນໄດ້ສັງເກດເຊັ່ນ: ໝາກໄມ້, ໂຢເກີດ, ໝາກໄມ້ແຫ້ງ ແລະ ອື່ນໆ. ໃນຊີວິດປະຈຳວັນຂອງເຮົາຈຶ່ງຍາກຫຼາຍທີ່ຈະຫຼີກເວັ້ນອາຫານທີ່ບໍ່ມີນ້ຳຕານເລີຍ.

ການເຮັດວຽກຂອງນ້ຳຕານແມ່ນ, ເມື່ອເຮົາກິນອາຫານທີ່ມີນ້ຳຕານເຂົ້າໄປແລ້ວ ຕົວຮັບຄວາມຫວານ (Sweet Receptors) ຈະຕໍ່ໄປຫາສະໝອງເພື່ອເປີດໃຊ້ງານລະບົບການໃຫ້ຮາງວັນ (Reward System) ທີ່ເຊື່ອມຕໍ່ກັບລະບົບພາກສ່ວນຕ່າງໆໃນອະໄວຍະວະດັ່ງກ່າວ ແລ້ວໄປກະຕຸ້ນພະລັງງານໃນຮ່າງກາຍ ຈົນໄປຮອດຕົວຮັບໂດປາມີນ (Dopamine Receptors) ທີ່ເຮັດໃຫ້ເຮົາຮູ້ສຶກມີຄວາມສຸກຈົນຢາກກິນສິ່ງທີ່ຫວານອີກ.

ອາຫານຄາວທີ່ເຮົາກິນໄປ ເມື່ອກິນເມນູຊ້ຳໆຕິດຕໍ່ກັນຫຼາຍ ລະບົບໃຫ້ຮາງວັນກໍຈະຖອຍລົງ ລະດັບຂອງໂດປາມີນຈະລົດລົງເລື້ອຍໆ ຈຶ່ງເປັນເຫດຜົນທີ່ເຮັດໃຫ້ເຮົາເບື່ອ. ເຊິ່ງແຕກຕ່າງອອກໄປຈາກອາຫານຫວານ,  ເມື່ອເຮົາຮັບນ້ຳຕານເປັນຈຳນວນຫຼາຍໃນເວລາຕິດຕໍ່ກັນຈະສືບຕໍ່ກະຕຸ້ນໃຫ້ລະບົບການໃຫ້ຮາງວັນປະຕິບັດໄປເລື້ອຍໆ. ນັ້ນເປັນສາເຫດທີ່ເປັນຫຍັງຄົນເຮົາຈຶ່ງເສບຕິດນ້ຳຕານ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/