Lush Botanist ສາວທີ່ສ້າງລາຍໄດ້ຈາກຕົດ


ການຕົດ ແມ່ນ ການປ່ອຍລົມເກີດຈາກກາສທີ່ສະສົມໃນລະບົບຍ່ອຍອາຫານໃນລຳໄສ້ ເຊິ່ງສາມາດເກີດຂຶ້ນໄດ້ເມື່ອຄົນເຮົາກິນອາຫານທີ່ມີກາສຫຼາຍ ຫຼື ກືນອາກາດລົງໄປໃນເວລາທີ່ຫຍ້ຳອາຫານ, ຫາຍໃຈ, ສູບຢາ ແລະ ອື່ນໆ.

ການເວົ້າເຖິງເລື່ອງຕົດ ແມ່ນສິ່ງທີ່ຫຼາຍຄົນຫຼີກເວັ້ນ ເພາະຄິດວ່າມັນເປັນສິ່ງທີ່ທຸກຄົນບໍ່ຢາກພົບ ແຕ່ຖ້າເປັນຕົດຂອງຕົນເອງກໍອາດຈະບໍ່ເປັນຫຍັງ ເເຕ່ເຊື່ອໄດ້ເລີຍວ່າຫຼາຍຄົນຄືຈະບໍ່ຢາກໃຫ້ຄົນອື່ນມາຕົດໃກ້ເຮົາຢ່າງແນ່ນອນ.

ແຕ່ບໍ່ຄິດບໍ່ຝັນເລີຍວ່າ ສິ່ງທີ່ຫຼາຍຄົນໃນສັງຄົມຫຼີກເວັ້ນນີ້ ຈະສາມາດສ້າງເງິນໄດ້ເປັນຈຳນວນຫຼາຍໃຫ້ແກ່ແມ່ຍິງຄົນໜຶ່ງທີ່ອາໄສຢູ່ສະຫະລາຊະອານາຈັກ ເຊິ່ງຜູ້ຍິງຄົນດັ່ງກ່າວມີຊື່ວ່າ ລັສ ໂບຕານີສ (Lush Botanist) ແມ່ຍິງທີ່ສາມາດສ້າງເງິນຈາກຕົດໄດ້ເຖິງ 130 ປອນຕໍ່ວິດີໂອ ຫຼື ປະມານ 1,948,000 ກີບ, ພາຍໃນມື້ດຽວ ລາວເຄີຍສາມາດເຮັດໄດ້ເຖິງ 2,900 ປອນ ຫຼື ປະມານ 43,550,000 ກີບ. ເມື່ອລວມທັງໝົດແລ້ວ ລາວສາມາດສ້າງລາຍໄດ້ຈາກຕົດຂອງລາວ ໄດ້ບໍ່ຕ່ຳກວ່າ 18,200 ປອນ ຫຼື ປະມານ 274,030,000 ກີບ.

ທີ່ມາຂອງລາຍໄດ້ນີ້ ແມ່ນເກີດຂຶ້ນຈາກ 3 ປີກ່ອນ ເມື່ອມີຄົນໃນອິນເຕີເນັດ ສະເໜີໃຫ້ ລາວລອງຖ່າຍວິດີໂອທີ່ລາວກຳລັງຕົດຢູ່ ເຊິ່ງລາວກໍໄດ້ຕົດໃຫ້ຄົນນັ້ນເບິ່ງແທ້ ຈົນວິດີໂອດັ່ງກ່າວມີຄົນເຂົ້າເບິ່ງເປັນຈຳນວນຫຼາຍ ແລະ ເລີ່ມມີຄົນສະເໜີເງິນໃຫ້ລາວ ເພື່ອໃຫ້ລາວເຮັດວິດີໂອຕົດໃນຮູບແບບຕ່າງໆ ຈົນການຕົດກາຍເປັນທຸລະກິດໃນທີ່ສຸດ.

ໃຜທີ່ສົນໃຈຕົດຂອງລາວ ແມ່ນສາມາດຕິດຕາມໄດ້ທີ່ LushBotanist.com ແລະ  ອິນສະຕາແກຣມ mslusbotanist.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/