ແກ່ນ ເທບທິດາ ນັກກິລາຄົນພິການໜຶ່ງດຽວຈາກ ສປປ ລາວ ຮ່ວມ Paralympics ຈົບອັນດັບທີ 14 ແລ່ນ 100 ແມັດຊາຍ


ສຳລັບນັກກິລາລາວເຮົາແມ່ນມີພຽງຄົນດຽວທີ່ໄດ້ໄປແຂ່ງຂັນ Paralympics 2020 ຄັ້ງທີ 16, ທ້າວແກ່ນ ເທບທິດາ ນັກກິລາແລ່ນ-ລານ ທີ່ມີຄວາມບົກຜ່ອງດ້ານການເບິ່ງເຫັນຕັ້ງແຕ່ເກີດ, ມີຄວາມພູມໃຈທີ່ໄດ້ເປັນຕົວແທນໄປແຂ່ງຂັນກິລາລະດັບສາກົນ ຄວາມຝັນທີ່ໃຫຍ່ທີ່ສຸດແມ່ນການຄວ້າຫຼຽນໄຊ ຫຼຽນໃດຫຼຽນໜຶ່ງ. ຜົນງານການແຂ່ງຂັນກິລາເອເຊຍ Paralympics ປິ 2018 ສາມາດຄວ້າໄດ້ອັນດັບ 5 ໃນລາຍການ T13 100 ແມັດ ແລະ 200 ແມັດ.

ໃນການແຂ່ງຂັນ Paralympics 2020 ໃນວັນທີ 29 ສິງຫາ 2021 ທີ່ຜ່ານມາ ແກ່ນ ຈົບອັນດັບທີ 14 ຈາກ 17 ຄົນທີ່ມາຈາກ 15 ປະເທດເຂົ້າຮ່ວມ, ໃນປະເພດແລ່ນ 100 ແມັດຊາຍ ພິການຕາລະດັບ T13 ດ້ວຍເວລາ 11.72 ວິນາທີ, ສາມາດທຳລາຍສະຖິຕິຕົນເອງ ທີ່ເຄີຍເຮັດໄດ້ 11.75 ວິນາທີໃນປີ 2019.

ປະເທດລາວ ສົ່ງນັກກິລາຮ່ວມ Paralympics ລະດູຮ້ອນຂອງຄົນພິການເປັນຄັ້ງທີ 5 ຕໍ່ຈາກປີ 2000, 2008, 2012 ແລະ 2016, ເຄີຍໄດ້ຫຼຽນຄຳຈາກທ້າວ ເອື້ອຍ ສີມາຍ ກິລາຍົກນ້ຳໜັກຮຸ່ນ 48 ກິໂລ ໃນປີ 2008.

ຖືວ່າ ແກ່ນ ເຮັດໄດ້ດີຫຼາຍພໍສົມຄວນ ສາມາດທຳລາຍສະຖິຕົນເອງໄດ້ ແລະ ໄດ້ອັນດັບທີ 14 ຈາກທີ່ມີຄູ່ແຂ່ງ 17 ຄົນ. ເຖິງແມ່ນວ່າຄັ້ງນີ້ ຈະບໍ່ໄດ້ຫຼຽນ ແຕ່ກໍໄດ້ສ້າງປະຫວັດສາດອັນໜຶ່ງ ໃຫ້ແກ່ລາວເຮົາ ແລະ ຄັ້ງໜ້າອາດຈະຄວ້າໄຊມາຄອງກໍເປັນໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/