ງູຫາງກະດິ່ງ ມີຮູບແບບການສັ່ນຫາງຂອງມັນແຕກຕ່າງກັນໄປຕາມໄພຄຸກຄາມ!


ງູຫາງກະດິ່ງເປັນສັດເລືອຄານທີ່ໃຜກໍຕ້ອງເຄີຍໄດ້ຍິນຊື່ ດ້ວຍລັກສະນະເດັ່ນແມ່ນປາຍຫາງທີ່ສັ່ນຈົນອອກສຽງດັງໃຫ້ຄົນເຮົາຢ້ານ ບໍ່ພຽງແຕ່ເທົ່ານັ້ນ, ມັນຍັງມີພິດທີ່ເປັນອັນຕະລາຍນຳອີກ.

ແຕ່ເຮົາຮູ້ບໍ່ວ່າຫາງທີ່ສັ່ນຄືສຽງກະດິ່ງນັ້ນແມ່ນເພື່ອຫຍັງ?

ໃນວັນທີ 19 ເດືອນ ສິງຫາທີ່ຜ່ານມານີ້ ໄດມີບົດລາຍງານການຄົ້ນຄວ້າຈາກ The Journal Current Biology ໄດ້ກ່າວວ່າ ການສັ່ນຂອງຫາງງູນັ້ນຊັບຊ້ອນກວ່າທີ່ເຮົາຈະຄາດເດົາ.

ໃນການທົດລອງກັບງູຫາງກະດິ່ງສາຍພັນ Crotalus atrox, ນັກວິທະຍາສາດໄດ້ຮຽນຮູ້ວ່າ ມັນຈະສັ່ນຫາງໃນຄວາມຖີ່ຕໍ່າຮອດ 40 ເຮີດ (hertz) ຫຼື ຊ້າກວ່ານັ້ນ ເມື່ອໄພອັນຕະລາຍຕໍ່ຕົນເອງຢູ່ໄກອອກໄປ. ແຕ່ເມື່ອມີຜູ້ຮຸກຮານເຂົ້າມາໃນຂອບເຂດທີ່ເກີນຄວາມສະບາຍໃຈແລ້ວ ຄວາມຖີ່ຈະປ່ຽນມາແຮງຂຶ້ນຮອດ 60 – 100 ເຮີດ.

ຫຼັງຈາກນັ້ນ ນັກວິທະຍາສາດໄດ້ໃຫ້ອາສາສະໝັກຟັງສຽງ ແລະ ຄາດເດົາໄລຍະຫ່າງຂອງງູຫາງກະດິ່ງຜ່ານພາບຈຳລອງໃນຫ້ອງພ້ອມລຳໂພງ. ພວກເຂົາຄາດເດົາໄດ້ຖືກຕ້ອງເມື່ອສຽງສັ່ນນັ້ນຊ້າລົງ ຫຼື ຢູ່ໃນຄວາມຖີ່ຕໍ່າ, ແຕ່ເມື່ອສຽງສັ່ນໄວຂຶ້ນພວກເຂົາຄິດວ່າຕຳແໜ່ງຂອງງູນັ້ນຢູ່ໃກ້ຫຼາຍກວ່າຄວາມເປັນຈິງ. ເມື່ອງູຫາງກະດິ່ງສັ່ນຫາງໃນຄວາມຖີ່ຕ່ຳ, ຫູຂອງມະນຸດຈະສາມາດຈຳແນກສຽງສັ່ນທຸກຮອບໄດ້. ແຕ່ໃນຄວາມຖີ່ສູງນັ້ນ, ສຽງສັ່ນແຕ່ລະຮອບຈະປະສົມກັນເປັນສຽງທີ່ດັງຢ່າງຕໍ່ເນື່ອງ. ບໍ່ພຽງແຕ່ເທົ່ານັ້ນ, ເຖິງແມ່ນວ່າສຽງໃນຄວາມຖີ່ສູງຈະມີຄວາມດັງເທົ່າເກົ່າ ແຕ່ມັນຈະຟັງຄືສຽງດັງຂຶ້ນ.

ການສັ່ນຫາງຂອງງູນັ້ນຄ້າຍຄືກັບລະບົບຈອດລົດໃຫຍ່. ສຽງເຕືອນຈະດັງຂຶ້ນເມື່ອເຮົາຖອຍລົດໃກ້ເຂົ້າກັບວັດຖຸຈາກທາງຫຼັງຫຼາຍຂຶ້ນ. ເຖິງວ່າງູຫາງກະດິ່ງຈະເປັນສັດທີ່ມີພິດ ແຕ່ມັນກໍມັກຈະຫຼີກເວັ້ນການຕໍ່ສູ້ກັບສັດທີ່ໃຫຍ່ກວ່າມັນ. ການສັ່ນຫາງກໍເພື່ອຕົວະໃຫ້ຜູ້ລ່າເຂົ້າໃຈຜິດ ແລະ ເພື່ອໃຫ້ເຫຍື່ອຕິດກັບດັກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/