Bboy C-lil ໜຶ່ງໃນນັກເຕັ້ນ Breaking ທີ່ໂດດເດັ່ນທີ່ສຸດໃນລາວ ໄດ້ເຂົ້າຮ່ວມລາຍການດັງໃນຈີນ


Bboy C-lil ໜຶ່ງໃນນັກເຕັ້ນ Breaking ທີ່ໂດດເດັ່ນອັນດັບຕົ້ນໆຂອງລາວ ພ້ອມທັງເຄີຍເຂົ້າຮ່ວມເວທີລະດັບສາກົນມາແລ້ວ ແລະ ຍັງເປັນໜຶ່ງໃນນັກເຕັ້ນທີ່ເປັນແບບຢ່າງໃຫ້ກັບວົງການເຕັ້ນອີກພ້ອມ.

ເມື່ອ 2-3 ວັນທີ່ຜ່ານມາ ມີການເຜີຍແຜ່ຄລິບວິດີໂອທີ່ C-lil ໄດ້ໄປແຂ່ງຂັນທີ່ປະເທດຈີນ ໃນລາຍການ Street Dance of China Season 4 ເຊິ່ງເປັນລາຍການທີ່ມີຊື່ສຽງໂດ່ງດັງ ຈັດຂຶ້ນຢ່າງມ່ວນມັນ ປະກອບກັບມີດາຣານັກຮ້ອງຊື່ດັງຂອງຈີນມາຮ່ວມລາຍການແຂ່ງຂັນນຳພ້ອມ. ໃນຕອນນີ້ຫຼາຍໆຄົນກໍກຳລັງເຊຍ ແລະ ເອົາໃຈຊ່ວຍ C-lil ຢ່າງມ່ວນຊື່ນ ແລະ ລຸ້ນໄປຕາມໆກັນ.

Bboy C-lil ໜຶ່ງໃນນັກເຕັ້ນທີ່ຜ່ານເວທີລະດັບສາກົນມາແລ້ວ ໄດ້ນຳເອົາຄວາມສາມາດຂອງຕົນເອງໄປນຳສະເໜີ ແລະ ສະແດງໃຫ້ຜູ້ຄົນໄດ້ຮັບຮູ້ຫຼາຍພໍສົມຄວນໃນຕະຫຼອດໄລຍະທີ່ຜ່ານມາ. ລວມໄປເຖິງຄວາມສາມາດທີ່ລາວເຕັ້ນນັ້ນ ເປັນໜຶ່ງໃນນັກເຕັ້ນ Breaking ໃນລາວ ທີ່ຫຼາຍຄົນໃຫ້ຄວາມສົນໃຈ ແລະ ຕິດຕາມຜົນງານຂອງລາວຢູ່ສະເໝີມາ, ດ້ວຍລັກສະນະທ່າເຕັ້ນທີ່ໂດດເດັ່ນມີເອກະລັກ ປະກອບກັບມີປະສົບການໄປເວລາລະດັບສາກົນມາແລ້ວ.

ລາຍການທີ່ລາວໄດ້ໄປຮ່ວມຊື່ວ່າ Street Dance of China ເປັນລາຍການທີ່ເປັນທີ່ນິຍົມຂອງຈີນ ທັງມີຊື່ສຽງ ແລະ ໂດ່ງດັງລາຍການໜຶ່ງກໍວ່າໄດ້ ເປັນລາຍການຄົ້ນຫາສຸດຍອດນັກເຕັ້ນ ທີ່ສ້າງແຮງບັນດານໃຈໃຫ້ແກ່ນັກເຕັ້ນທົ່ວໂລກ, ໄດ້ເລີ່ມຈັດຂຶ້ນຄັ້ງທຳອິດໃນປີ 2018 ແລະ ຍັງຄົງຈັດມາຮອດປັດຈຸບັນ.

ພິເສດສຸດໃນແຕ່ລະຊີຊັ່ນ ມີໄອດໍ້ຊື່ດັງມາເປັນຫົວໜ້າທີມ ເຊິ່ງຊີຊັ່ນນີ້ຈະມີ 4 ຄົນນຳກັນເຊັ່ນ: Wang Yibo, Lay Zhang, Han Geng ແລະ Henry Lau ເຊິ່ງເປັນຄົນທີ່ມີຊື່ສຽງໂດ່ງດັງໃນຈີນ ແລະ ມີຄວາມສາມາດຫຼາກຫຼາຍດ້ານ. ພວກເຂົາທັງ 4 ຄົນ ແມ່ນຫົວໜ້າທີມ ທີ່ຈະເລືອກເອົານັກເຕັ້ນມາຢູ່ໃນທີມ ແລະ ນຳພາທີມແຂ່ງຂັນ ມາລຸ້ນກັນວ່າ Bboy C-lil ນັກເຕັ້ນລາວເຮົາຈະຢູ່ໃນທີມໃດ ແລະ ມາຮ່ວມກັນໃຫ້ກຳລັງໃຈໃຫ້ນັກເຕັ້ນລາວເຮົາປະສົບຜົນສຳເລັດໃນຄັ້ງນີ້.

ຊ່ອງທາງຕິດຕາມນັກເຕັ້ນລາວທາງເຟສບຸກ: Clil Reuanglao ແລະ Page ເຟສບຸກ: Bboy C-lil

ລາຍການແມ່ນສາມາດຕິດຕາມລາຍການໄດ້ໃນຊ່ອງທາງຢູທູບ: YOUKU (ມີຊັບຫຼາຍປະເທດລວມທັງຊັບໄທ)

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/