ຊາຍຊາວອິນເດຍໃຊ້ກາວ ແທນຖົງຢາງອະນາໄມ ໃນຂະນະທີ່ປະຕິບັດພາລະກິດ


ຊາຍໜຸ່ມອິນເດຍຊື່ວ່າ Salman Mirza ອາຍຸ 25 ປີ ໄດ້ໃຊ້ກາວໃນການປິດອະໄວຍະວະເພດຂອງຕົນເອງແທນການໃຊ້ຖົງຢາງອະນາໄມໃນຂະນະທີ່ກຳລັງປະຕິບັດພາລະກິດກັບແຟນສາວ ຈົນເຮັດໃຫ້ຕົນເອງຕ້ອງເສຍຊີວິດໃນພາຍຫຼັງ.

ເລື່ອງລາວດັ່ງກ່າວໄດ້ເກີດຂື້ນຫຼັງຈາກທີ່ Mirza ພ້ອມຄູ່ໝັ້ນຂອງລາວໄດ້ເສບຢາ ແລະ ທັງສອງກໍໄດ້ຕັດສິນໃຈພາກັນໄປເປີດຫ້ອງທີ່ໂຮງແຮມເພື່ອປະຕິບັດພາລະກິດສ່ວນຕົວ,​ ແຕ່ Mirza ກໍບໍ່ໄດ້ກະກຽມອຸປະກອນໃນການປະຕິບັດພາລະກິດ ຫຼື ຖົງຢາງອະນາໄມມາພ້ອມ ຈຶ່ງເຮັດໃຫ້ລາວໄດ້ຕັດສິນໃຈໃຊ້ກາວທີ່ມີຄວາມແໜ້ນສູງ ມາຕິດທີ່ປາຍອະໄວຍະວະເພດເພື່ອເປັນການປ້ອງກັນແທນ.

ເຊິ່ງການກະທຳເຊັ່ນນັ້ນກໍໄດ້ເຮັດໃຫ້ Mirza ເສຍຊີວິດໃນເວລາຕໍ່ມາ ດ້ວຍສາເຫດອະໄວຍະພາຍໃນເສຍຫາຍຫຼາຍຈຸດ ໂດຍມາຈາກການທີ່ລາວເສບຢາກ່ອນໜ້ານັ້ນ ບວກກັບການທີ່ລາວໃຊ້ກາວມາຕິດກັບອະໄວຍະວະເພດເຊິ່ງກໍສົ່ງຜົນໃຫ້ມີສານເຄມີເຂົ້າໄປທຳລາຍຮ່າງກາຍຂອງລາວເອງ.

ການມີເພດສຳພັນທີ່ດີຄວນຈະມີການປ້ອງກັນທີ່ຖືກວິທີ ແລະ ຖືກຫຼັກສຸຂະອະນາໄມ ຈຶ່ງຈະເຮັດໃຫ້ຫ່າງໄກຈາກພະຍາດຕ່າງໆ ຮວມໄປເຖິງເລື່ອງທີ່ທີ່ບໍ່ຄາດຄິດເຊັ່ນນີ້.
ທີ່ມາ: https://bit.ly/3ySjye9

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/