ເຂດເສດຖະກິດພິເສດບຶງທາດຫຼວງ ມີແຜນກໍ່ສ້າງພະພຸດທະຮູບໃຫຍ່ ເພື່ອກະຕຸ້ນການທ່ອງທ່ຽວ


ເສດຖະກິດພິເສດບຶງທາດຫຼວງ ປັດຈຸບັນກໍກຳລັງຂະຫຍາຍຕົວຂຶ້ນຢ່າງໄວວາ ນັບມື້ນັບຈະເລີນຂຶ້ນ ເປັນແຫຼ່ງທ່ອງທ່ຽວໃໝ່ໜຶ່ງໃນນະຄອນຫຼວງວຽງຈັນທີ່ຫຼາຍຄົນກຳລັງນິຍົມ ໄປຊົມທິວທັດ, ຜ່ອນຄາຍອາລົມຈິດ, ອອກກຳລັງກາຍຍ່າງຫຼິ້ນໄປມາກັນຢ່າງມ່ວນຊື່ນ. ແຕ່ເສຍດາຍທີ່ໄລຍະນີ້ແມ່ນຍັງຢູ່ໃນວິກິດການແຜ່ລະບາດຂອງພະຍາດໂຄວິດ-19 ຖ້າຫາກບ້ານເມືອງກັບມາປົກກະຕິ ເຂດເສດຖະກິດພິເສດບຶງທາດຫຼວງກໍອາດຈະກັບມາຟົດຟື້ນອີກຄັ້ງ.

ໃນວັນທີ 31 ສິງຫາ 2021 ທີ່ຜ່ານມາ ໄດ້ມີການຈັດກອງປະຊຸມຄະນະຊີ້ນຳລະດັບຊາດຂຶ້ນ ເຊິ່ງວຽກຫຼັກໃນການປະຊຸມກໍມີການວາງແຜນ, ຈັດສັນ, ປະກອບຄຳຄິດຄຳເຫັນໃນເລື່ອງເຂດເສດຖະກິດພິເສດບຶງທາດຫຼວງ ໃນນີ້ກໍໄດ້ປຶກສາຫາລືກັນສຳລັບໂຄງການກໍ່ສ້າງພະພຸດທະຮູບໃຫຍ່ ຢູ່ເຂດເສດຖະກິດພິເສດບຶງທາດຫຼວງ.

ກອງປະຊຸມພາຍໃຕ້ການເປັນປະທານຂອງທ່ານ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ, ພຣະຫຼັກແກ້ວ ມະຫາເຫວດ ມະເສໄນ ຮອງປະທານສູນກາງອົງການພຸດທະສາສະໜາສຳພັນລາວ, ລວມບັນດາທ່ານທີ່ມີກຽດເຂົ້າຮ່ວມຂອງພັກລັດທີ່ກ່ຽວຂ້ອງ.

ສຳລັບຈຸດປະສົງຂອງການປະຊຸມ ແມ່ນເພື່ອຄົ້ນຄວ້າປຶກສາຫາລື ກ່ຽວກັບການກະກຽມໂຄງການກໍ່ສ້າງພະພຸດທະຮູບໃຫຍ່ ແລະ ສະເໜີຜ່ານຮ່າງຂໍ້ຕົກລົງຄະນະຮັບຜິດຊອບການຈັດຕັ້ງປະຕິບັດໂຄງການ. ໂດຍລວມໃນການຈະກໍ່ສ້າງພະພຸດທະຮູບໃຫຍ່ ແມ່ນໄດ້ແນ່ໃສ່ເສີມສ້າງເຂດເສດຖະກິດພິເສດບຶງທາດຫຼວງ ເພື່ອໃຫ້ການທ່ອງທ່ຽວຟົດຟື້ນຂຶ້ນກວ່າເກົ່າ, ສາມາດໃຫ້ຜູ້ທີ່ມາທ່ຽວຊົມນົບໄຫວ້ບູຊາ ແລະ ເພື່ອເປັນການດຶງດູດເອົານັກທ່ອງທ່ຽວ.

ເປັນອີກໂຄງການໜຶ່ງທີ່ສຳຄັນພໍສົມຄວນ ເພື່ອເຮັດໃຫ້ເຂດເສດຖະກິດບ້ານເມືອງຂອງເຮົານັບມື້ນັບຂະຫຍາຍຕົວ, ເຮັດໃຫ້ຄົນໃນ ແລະ ຕ່າງປະເທດ ໄດ້ຮັບຊົມພະພຸດທະຮູບອັນແສນງົດງາມຢູ່ໃນບຶງທາດຫຼວງ.

ຂອບໃຈຂໍ້ມູນຈາກ ແລະ ຮູບພາບ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/