ໄຟໄໝ້ຄຸກອິນໂດເນເຊຍ ມີຜູ້ເສຍຊີວິດເຖິງ 41 ຄົນ


ຕົວແທນຂອງພະແນກຄຸມຂັງຈາກກະຊວງກົດໝາຍ ແລະ ສິດທິມະນຸດເທົ່າທຽມໄດ້ລາຍງານວ່າ ໃນຕອນເຊົ້າປະມານ 1–2 ໂມງຂອງມື້ນີ້ ໄດ້ມີໄຟໄໝ້ຄຸກທີ່ເມືອງແທງເຈີແຣງ (Tangerang) ແຂວງ ບານເຕັນ (Banten), ປະເທດອິນໂດເນເຊຍ ສົ່ງຜົນໃຫ້ມີນັກໂທດເສຍຊີວິດເຖິງ 41 ຄົນ ແລະ ຈຳນວນຫຼາຍໄດ້ຮັບບາດເຈັບ ບາງຈຳນວນໄດ້ເຂົ້າຫ້ອງສຸກເສີນ.

ໜຶ່ງໃນນັກໂທດໄດ້ໃຫ້ຄວາມເຫັນວ່າ ໃນຂະນະທີ່ໄຟໄໝ້ນັ້ນ ລາວບໍ່ທັນໄດ້ເຫັນວ່າມີໃຜແດ່ທີ່ອອກມາ ແຕ່ໝັ້ນໃຈວ່າຄົນຫຼາຍເກີນໄປ.ໃນເຂດຊີ (Block C) ທີ່ເປັນສະຖານທີ່ຖືກໄຟໄໝ້ ເປັນເຂດສຳລັບອາຊະຍາກອນທີ່ກ່ຽວກັບຢາເສບຕິດ ລວມທັງໝົດມີນັກໂທດອາໄສຢູ່ 122 ຄົນ. ມີຜູ້ຄຸມພຽງ 15 ຄົນທີ່ເຝົ້າຄຸກທັງໝົດເຊິ່ງລວມມີນັກໂທດປະມານ 2000 ຄົນ, ເຊິ່ງຄຸກທີ່ແທງເຈີແຣງນີ້ ຄວນຈະຮັບໄດ້ພຽງແຕ່ 600 ຄົນເທົ່ານັ້ນ, ໝາຍຄວາມວ່າຄຸກດັ່ງກ່າວແອອັດເກີນໄປ.ທາງຕຳຫຼວດໄດ້ສັນນິຖານວ່າເປັນການຂັດຂ້ອງຂອງລະບົບໄຟຟ້າ ແຕ່ເຖິງຢ່າງໃດກໍບໍ່ສາມາດລະບຸໄດ້ຢ່າງລະອຽດ ແລະຍັງຕ້ອງສືບສວນຕໍ່ໄປ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/