ນ້ຳຖ້ວມໂຮງໝໍເມັກຊິໂກ ສົ່ງຜົນໃຫ້ມີຜູ້ເສຍຊີວິດເຖິງ 17 ຄົນ


ເມືອງ Tula ທີ່ປະເທດເມັກຊິໂກ ໄດ້ຖືກນ້ຳໄຫຼແຮງເຂົ້າໄປທີ່ໂຮງໝໍຢ່າງບໍ່ທັນຕັ້ງຕົວຈາກຝົນທີ່ຕົກໜັກໃນຕອນເຊົ້ານີ້ ສົ່ງຜົນໃຫ້ຜູ້ປ່ວຍໃນໂຮງໝໍເສຍຊີວິດເຖິງ 17 ຄົນ, ໃນ 17 ຄົນນັ້ນ ເປັນຜູ້ປ່ວຍ Covid-19 ແລະ ຕ້ອງໃຊ້ເຄື່ອງຊ່ວຍຫາຍໃຈ.

ມີລາຍງານວ່າ ນ້ຳຖ້ວມທີ່ຍັງຄົງເພີ່ມສູງຂຶ້ນເກີດຈາກຝົນທີ່ຕົກໜັກຕິດຕໍ່ກັນຫຼາຍມື້ຈົນຖ້ວມແມ່ນ້ຳ Tula ສົ່ງຜົນໃຫ້ເກີດນ້ຳຖ້ວມໄຫຼແຮງຢ່າງກະທັນຫັນ ທີ່ມີຄວາມໄວເຖິງ 100 ກິໂລແມັດຕໍ່ຊົ່ວໂມງ ພ້ອມທັງຍັງຕັດໄຟຟ້າພາຍໃນໂຮງໝໍດັບໝົດ ເປັນສາເຫດຂອງການເສຍຊີວິດຂອງຜູ້ປ່ວຍ 17 ຄົນ ເນື່ອງຈາກພວກເຂົາຕ້ອງການເຄື່ອງຊ່ວຍຫາຍໃຈ.

ປັດຈຸບັນທາງກູ້ໄພໄດ້ຊ່ວຍເຫຼືອອົບພະຍົບຜູ້ປ່ວຍກວ່າ 40 ຄົນອອກມາໄດ້ແລ້ວ ແລະ ປະທານາທິບໍດີ Andrés Manuel López Obrador ໄດ້ປະກາດໃຫ້ກອງກຳລັງທະຫານອອກມາຊ່ວຍເຫຼືອປະຊາຊົນເພີ່ມ. ມີປະຊາຊົນກວ່າ 30,000 ຄົນທີ່ໄດ້ຮັບຜົນກະທົບ ແລະ ເຮືອນອີກກວ່າ 2,000 ຫຼັງໄດ້ຮັບຜົນກະທົບຈາກນ້ຳຖ້ວມຈົນເສຍຫາຍ.  

ທາງປະທານາທິບໍດີຂອງປະເທດເມັກຊິໂກໄດ້ປະກາດໃຫ້ປະຊາຊົນທີ່ອາໄສຢູ່ພື້ນທີ່ຕ່ຳໃຫ້ຮີບອົບພະຍົບໄປຢູ່ບ່ອນປອດໄພກັບຍາດພີ່ນ້ອງ ຫຼື ໝູ່ກ່ອນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/