26 ຄຳສັບພາສາເກົາຫຼີຖືກເພີ່ມເຂົ້າໃນວັດຈະນານຸກົມພາສາອັງກິດ Oxford


ທ່ານຮູ້ບໍ່ວ່າ ເປັນຫຍັງ ຄຳສັບທີ່ມີຕົ້ນກຳເນີດຈາກພາສາເກົາຫຼີ ຈຶ່ງຖືກເພີ່ມເຂົ້າໃນວັດຈະນານຸກົມພາສາອັງກິດ?
ວັດທະນະທຳເກົາຫຼີ ເຊິ່ງລວມມີທັງ ເພງ, ຮູບເງົາ, ຄວາມງາມ, ອາຫານ, ການແຕ່ງຕົວ ໃນເວທີສາກົນ ໄດ້ມີຄຳສັບທີ່ໃຊ້ສະເພາະເພື່ອເອີ້ນສິ່ງເຫຼົ່ານີ້ ເຊັ່ນ: K-pop,K-drama, K-beauty, K-food, K-style. ເວົ້າລວມແລ້ວ ການມີຄໍານໍາໜ້າດ້ວຍ K ເພື່ອສື່ໃຫ້ເຫັນວ່າແມ່ນວັດທະນະທຳຂອງ ສ.ເກົາຫຼີ. ໃນຍຸກປະຈຸບັນ ເປັນເລື່ອງທີ່ປະຕິເສດບໍ່ໄດ້ວ່າ ວັດທະນະທຳເກົາຫຼີນີ້ຍັງຄົງສືບຕໍ່ໄດ້ຮັບຄວາມນິຍົມຊົມຊອບໃນເວທີສາກົນ.
ທ່ານ ປອ Hye-Kyung Lee ຈາກມະຫາວິທະຍາໄລ King’s College London ທີ່ກໍາລັງຄົ້ນຄວ້າກ່ຽວກັບວັດທະນະທໍາ ແລະ ສິລະປະ ໄດ້ໃຫ້ຄຳເຫັນວ່າ ມັນເປັນຍ້ອນຄວາມສຳເລັດຂອງສິ່ງທີ່ ສ.ເກົາຫຼີ ສົ່ງອອກ ເຊັ່ນ: ຊີຣີ້ Squid Game, ຮູບເງົາເລື່ອງ Parasite ມັນສາມາດເຂົ້າເຖິງຄວາມຄິດແບບສາກົນ. ຄົນອັງກິດ ແລະ ຄົນຕ່າງປະເທດຕ່າງກໍສາມາດເຂົ້າໃຈຕົວລະຄອນໃນຮູບເງົາ K-drama ເຖິງແມ່ນວ່າຈະມີຄວາມແຕກຕ່າງກັນທາງດ້ານພູມສາດ ແລະ ພາສາ. ນອກຈາກນີ້ ເກົາຫຼີຍັງມີເທັກໂນໂລຢີ, ຄວາມສາມາດທີ່ໂດດເດັ່ນ ແລະ ຄວາມສາມາດໃນການສ້າງສັນຜະລິດຕະພັນທີ່ມີຄຸນະພາບສູງ.


ວັດທະນະທຳຂອງເກົາຫຼີເປັນທີ່ຮັບຮູ້ ແລະ ຍອມຮັບ ໃນສະຫະລາຊະອານາຈັກ ມາດົນກວ່າ 10 ປີແລ້ວ. ດັ່ງນັ້ນ ການຮຽນຮູ້ ແລະ ນຳໃຊ້ ຄຳສັບພາສາເກົາຫຼີຈຶ່ງເປັນເລື່ອງທີ່ກຳລັງຮັບຄວາມນິຍົມເພີ່ມຂຶ້ນໃນສັງຄົມທີ່ນຳໃຊ້ພາສາອັງກິດ.

Scene from show
  • ໃນປີ 2012 ນັກຮ້ອງຊື່ວ່າ Psy ທີ່ຮ້ອງເພງ Gangnam Style ຖືວ່າເປັນນັກຮ້ອງຄົນທໍາອິດຈາກ ສ.ເກົາຫຼີ ທີ່ສາມາດເຮັດໃຫ້ເພງຕິດ chart ຂອງສະຫະລາຊະອານາຈັກ.
  • ຮູບເງົາເລື່ອງ Parasite ທີ່ໄດ້ຮັບລາງວັນອັອສກ້າ ກໍເປັນຮູບເງົາທີ່ບໍ່ໃຊ້ພາສາອັງກິດ ທີ່ສ້າງລາຍໄດ້ສູງສຸດໃນສະຫະລາຊະອານາຈັກ.
  • ກຸ່ມນັກຮ້ອງຊາຍ ວົງ BTS ກໍເປັນກຸ່ມນັກຮ້ອງທໍາອິດທີ່ມີຊຸດເພງຕິດ chart ໃນສະຫະລາຊະອານາຈັກ.
  • ຫຼ້າສຸດ ຊີຣີ້ Squid Game ກໍເປັນເລື່ອງທີ່ມີຄົນເບິ່ງຫຼາຍທີ່ສຸດໃນປະຫວັດສາດຂອງ Netflix ແລະ ຍັງຕິດ ທັອບ 10 ອັນດັບ ໃນສະຫະລາຊະອານາຈັກ ແລະ 95% ຂອງຜູ້ທີ່ຮັບຊົມຊີຣີ້ດັ່ງກ່າວແມ່ນບໍ່ໄດ້ຢູ່ເກົາຫຼີ.
    The Oxford English Dictionary ຫຼື OED ແມ່ນວັດຈະນານຸກົມພາສາອັງກິດ ທີ່ຖືວ່າເປັນໜ່ວຍງານດ້ານພາສາອັງກິດທີ່ຖືກຍອມຮັບຢ່າງກວ້າງຂວາງ ໃນໂລກຂອງການນຳໃຊ້ພາສາອັງກິດ.
    ຄຳສັບເກົາຫຼີຄຳທຳອິດທີ່ຢູ່ໃນວັດຈະນານຸກົມນັ້ນ ແມ່ນ ຄຳວ່າ Korean ເຊິ່ງມີຕົວຫຍໍ້ວ່າ K. ຕົວຫຍໍ້ K ແມ່ນນຳໃຊ້ເພື່ອຕໍ່ກັບຄຳສັບອື່ນເພື່ອສ້າງເປັນຄຳນາມທີ່ສື່ເຖິງປະເທດ ສ.ເກົາຫຼີ ແລະ ວັດທະນະທຳຂອງປະເທດນັ້ນ. ຄຳສັບລັກສະນະນີ້ທີ່ເກົ່າແແກ່ທີ່ສຸດແມ່ນຄຳວ່າ K-pop ຖືກນຳໃຊ້ທຳອິດໃນບົດຄວາມໜຶ່ງຂອງວາລະສານ Billboard ໃນວັນທີ 9 ຕຸລາ 1999 ແລະ ຕໍ່ມາກໍຖືກເພີ່ມເຂົ້າໃນວັດຈະນານຸກົມ OED ໃນປີ 2016.
    ຄຳສັບພາສາເກົາຫຼີທີ່ເພີ່ມເຂົ້າໃໝ່ໃນ OED ລ້ວນແລ້ວແຕ່ແມ່ນຄໍາສັບຈາກ K-drama, K-pop, K-food ແລະ ວັດທະນະທຳເກົາຫຼີ.
    ປາກົດການຄວາມນິຍົມຊົມຊອບວັດທະນະທຳ ແລະ ຄວາມບັນເທີງເກົາຫຼີ ຖືວ່າເປັນປາກົດການທົ່ວໂລກ ແຕ່ມັນມີຮາກຖານມາຈາກທະວີບອາຊີ ໂດຍສະເພາະແມ່ນບັນດາປະເທດອາຊີຕາເວັນອອກສຽງໃຕ້ ແລະ ອາຊີຕາເວັນອອກ. ຍ້ອນເຫັນວ່າ ຄົນອາຊີໃນແຕ່ລະພາກພື້ນທີ່ແຕກຕ່າງກັນນັ້ນ ໄດ້ປະດິດສ້າງ ແລະ ແລກປ່ຽນຄຳສັບໃໝ່ຂຶ້ນເພື່ອບັນຍາຍບໍລິບົດຕ່າງໆ ແລະ ຄຳສັບເຫຼົ່ານັ້ນ ກໍໄດ້ຖືກນຳສະເໜີຕໍ່ໃນໂລກທີ່ນຳໃຊ້ພາສາອັງກິດ ເຮັດໃຫ້ຄື້ນເກົາຫຼີສືບຕໍ່ຮຸ່ງເຮືອງຂຶ້ນໃນມະຫາສະໝຸດພາສາອັງກິດ.
    ຄຳສັບທີ່ໄດ້ຖືກເພີ່ມເຂົ້າໃໝ່ໃນ OED ແມ່ນບັນດາຄຳສັບທີ່ຖືກນຳໃຊ້ໃນສື່ສິ່ງພິມຂອງບັນດາປະເທດອາຊີທີ່ຂຽນເປັນພາສາອັງກິດ. 26 ຄໍາສັບທີ່ຖືກເພີ່ມເຂົ້າໃນ OED ສະບັບຫຼ້າສຸດ ໃນເດືອນກັນຍາ 2021 ມີຄໍາໃດແດ່?
  1. aegyo, n. and adj. (ຄວາມໜ້າຮັກ)
  2. banchan, n. (ເຄື່ອງຄຽງເປັນຜັກ ທີ່ເສີບພ້ອມກັບເຂົ້າ ເຊິ່ງເປັນສ່ວນໜຶ່ງຂອງອາຫານເກົາຫຼີ)
  3. bulgogi, n. (ອາຫານປະເພດງົວ ຫຼື ໝູ ທີ່ໄດ້ຖືກໝັກ ແລະ ນໍາໄປປີ້ງ ຫຼື ຂົ້ວ)
  4. chimaek, n. (ອາຫານປະເພດໄກ່ທອດ ແລະ ເບຍ)
  5. daebak, n., int., and adj. (ຄໍາອຸທານ ເພື່ອສະແດງຄວາມກະຕືລືລົ້ນ ຄ້າຍກັບຄໍາວ່າ ສຸດຍອດ)
  6. dongchimi, n. (ກິມຈິຊະນິດໜຶ່ງທີ່ເຮັດດ້ວຍຜັກກາດຂາວ ແລະ ຜັກກະລ່ໍາ)
  7. fighting, int. (ຄໍາອຸທານເພື່ອໃຫ້ກໍາລັງໃຈວ່າ ສູ້ສູ້)
  8. galbi, n. (ອາຫານປະເພດກະດູກຂ້າງງົວ ສ່ວນຫຼາຍໝັກໃສ່ສະອິວ, ກະທຽມ ແລະ ນ້ຳ
    ຕານ ແລະ ບາງເທື່ອກໍເອົາມາປີ້ງຢູ່ເຕົາເທິງໂຕະ)
  9. hallyu, n. (ຄື້ນເກົາຫຼີ ຫຼື ເວົ້າລວມແມ່ນ ວັດທະນະທໍາ ແລະ ຄວາມບັນເທີງຂອງເກົາຫຼີ)
  10. hanbok, n. (ຊຸດປະຈໍາຊາດເກົາຫຼີ)
  11. japchae, n. (ອາຫານທີ່ມີ ເສັ້ນແກ້ວທີ່ເຮັດຈາກແປ້ງມັນ, ຂົ້ວຜັກ ແລະ ອື່ນໆ ໂດຍໃສ່ສະອິວ
    ແລະ ນ້ຳມັນງາ)
  12. K-, comb. Form ໂຕຫຍໍ້ K ເພື່ອໃຊ້ປະສົມກັບຄຳອື່ນ
  13. K-drama, n. (ລະຄອນ, ຮູບເງົາ ຫຼື ຊີຣີ້ເກົາຫຼີ)
  14. kimbap, n. (ອາຫານເກົາຫຼີ ທີ່ປະກອບດ້ວຍເຂົ້າ ແລະ ສ່ວນປະສົມອື່ນ ແລ້ວນໍາໄປຫໍ່ດ້ວຍ
    ແຜ່ນສາຫຼ່າຍ ແລະ ຕັດເປັນຕ່ອນພໍດີຄຳ)
  15. Konglish, n. and adj. (ພາສາເກົາຫຼີປົນອັງກິດ ຫຼື ພາສາເກົາຫຼີທີ່ຢືມຄຳສັບຈາກພາສາອັງກິດ
    ແລະ ການນຳໃຊ້ສ່ວນໃຫຍ່ກໍຍັງບໍ່ເປັນທີ່ສາມາດເຂົ້າໃຈໄດ້ສຳລັບຄົນທີ່ຄົນໃຊ້ພາສາອັງກິດ)
  16. Korean wave, n. in Korean, adj. and n. (ຄວາມໝາຍຄືກັນກັບ ຂໍ້ 9 hallyu)
  17. manhwa, n. (ກາຕູນປະເພດໜຶ່ງຂອງເກົາຫຼີ)
  18. mukbang, n. (ວິດີໂອໂຊການກິນ ແລະ ເວົ້າກັບຜູ້ຊົມ)
  19. noona, n. (ໃຊ້ໂດຍຜູ້ຊາຍ ເພື່ອເອີ້ນ ຫຼື ເວົ້າເຖິງ ເອື້ອຍ ຫຼື ໝູ່ຜູ້ຍິງທີ່ມີອາຍຸຫຼາຍກວ່າ)
  20. oppa, n. (ໃຊ້ໂດຍຜູ້ຍິງ ເພື່ອເອີ້ນ ຫຼື ເວົ້າເຖິງ ອ້າຍ, ໝູ່ຜູ້ຊາຍທີ່ມີອາຍຸຫຼາຍກວ່າ ຫຼື ແຟນ)
  21. PC bang, n. (ຮ້ານເກມ ຫຼື ຮ້ານອິນເຕີເນັດ)
  22. samgyeopsal, n. (ອາຫານປະເພດໝູແຜ່ນບາງທີ່ເສີບແບບຍັງບໍ່ສຸກ ເພື່ອໃຫ້ຜູ້ຈະກິນປີ້ງຢູ່ເຕົາ)
  23. skinship, n. (ຄວາມສໍາພັນແບບໃກ້ຊິດ ຫຼື ແບບສໍາຜັດ ອາດແມ່ນລະຫວ່າງຜູ້ປົກຄອງ ແລະ
    ລູກ, ລະຫວ່າງຄູ່ຮັກ ຫຼື ລະຫວ່າງໝູ່ຄູ່)
  24. tang soo do, n. (ກິລາເກົາຫຼີປະເພດໜຶ່ງ ຫຼື ມວຍເກົາຫຼີ)
  25. trot, n. (ປະເພດຂອງດົນຕີທີ່ໂດ່ງດັງຂອງເກົາຫຼີ)
  26. unni, n. (ໃຊ້ໂດຍຜູ້ຍິງ ເພື່ອເອີ້ນ ຫຼື ເວົ້າເຖິງ ເອື້ອຍ ຫຼື ໝູ່ຜູ້ຍິງທີ່ມີອາຍຸຫຼາຍກວ່າ)

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/