ໄຣເດີ້ foodpanda! ດຸໝັ່ນຂະຫຍັນພຽນ ສົ່ງຕົນເອງຮຽນຈົນຈົບປະລິນຍາເອກ


ເປັນອີກເລື່ອງທີ່ໜ້າຍິນດີ ແລະ ຊົມເຊີຍ, ສຳລັບຄົນດຸໝັ່ນຂະຫຍັນພຽນ ຢ່າງໜຸ່ມໄຣເດີ້ foodpanda ຄົນນີ້ ທີ່ສົ່ງຕົນເອງຮຽນຈົບປະລິນຍາເອກ, ກາຍເປັນເລື່ອງທີ່ສ້າງແຮງບັນດານໃຈໃຫ້ກັບຫຼາຍໆຄົນ.

Mohd Akmal Azhar ອາຍຸ 36 ປີ, ລາວໄດ້ໂພສຮູບຄວາມສຳເລັດຂອງຕົນເອງລົງໃນກຸ່ມ Foodpanda Rider Malaysia ເຊິ່ງເປັນຮູບທີ່ລາວຖືບົດວິທະຍານິພົນ ແລະ ກ່າວຂອບໃຈຜູ້ທີ່ເປັນຄູ-ອາຈານ ທີ່ບອກສອນ ແລະ ໃຫ້ຄວາມຮູ້ສະເໝີມາຕະຫຼອດໄລຍະຫຼາຍປີຈົນຈົບການສຶກສາ, ພ້ອມທັງຂອບໃຈພໍ່-ແມ່ ແລະ ເມຍ ທີ່ໃຫ້ການສະໜັບສະໜູນໃນຫຼາຍໆດ້ານ.

ນອກຈາກນີ້ ລາວຍັງໄດ້ບອກອີກວ່າ ລາວເຮັດວຽກເປັນໄຣເດີ້ ແບບເຕັມເວລາໃນໄລຍະທີ່ລັດຖະບານປະກາດມາດຕະການຕ່າງໆ ໃນການສະກັດກັ້ນພະຍາດໂຄວິດ-19, ການເຮັດວຽກດ້ານນີ້ ສາມາດເຮັດໃຫ້ລາວຮຽນຮູ້ຫຼາຍໆຢ່າງ ຕັ້ງແຕ່ການສື່ສານ ລວມໄປຮອດການບໍລິຫານຈັດການເວລາ.

ໃນການເຮັດວຽກ ລາວເປັນໄຣເດີ້ໃນກາງເວັນ ສ່ວນໃນເວລາກາງຄືນກໍມາສຸມໃສ່ວຽກສ້າງບົດວິທະຍານິພົນ ບາງມື້ກໍຕ້ອງໄດ້ເຂົ້າມະຫາວິທະຍາໄລ ເພື່ອໄປຮຽນ ແລະ ໂອ້ລົມນຳອາຈານທີ່ປຶກສາ ຈົນບາງມື້ກໍບໍ່ໄດ້ໄປເຮັດວຽກ. ຍັງບໍ່ໝົດພຽງເທົ່ານີ້ ລາວຍັງກ່າວອີກວ່າ ການທີ່ເຮັດບົດ ແລະ ເຮັດວຽກໄປພ້ອມ ມັນເປັນສິ່ງໜຶ່ງທີ່ທ້າທາຍ ເພາະຕ້ອງໄດ້ໃຊ້ພະລັງງານ ແລະ ເວລາເປັນຈຳນວນຫຼາຍ ເຖິງຈະເມື່ອຍເທົ່າໃດ ແຕ່ມັນກໍຍັງດີທີ່ເຮັດໃຫ້ເຮົາມີລາຍໄດ້ໄປໃຫ້ຄອບຄົວ.

ຖືວ່າເປັນອີກໜຸ່ມຄົນໜຶ່ງ ທີ່ຫຼາຍຄົນຕ່າງກໍຍ້ອງຍໍຊົມເຊີຍ ພ້ອມທັງເປັນແບບຢ່າງທີ່ດີໃຫ້ແກ່ໃຜຫຼາຍໆຄົນ, ມີຄວາມຕັ້ງໃຈ, ຮູ້ຈັກແບ່ງເວລາ ຈົນສາມາດສົ່ງຕົນເອງຮຽນຈົນຈົບການສຶກສາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/