ວັນທີ 10 ຕຸລາ ວັນສຸຂະພາບຈິດໂລກ


ໃນແຕ່ລະປີ ວັນທີ 10 ຕຸລາ ແມ່ນວັນສຸຂະພາບຈິດຂອງໂລກ ຖືກກຳນົດໂດຍອົງການອະນາໄມໂລກ (WHO) ແລະ ພາກສ່ວນທີ່ກ່ຽວຂ້ອງ ໂດຍມີຈຸດປະສົງ ສ້າງຈິດສຳນຶກ ແລະ ໃສ່ໃຈບັນຫາສຸຂະພາບຈິດທົ່ວໂລກ ລວມໄປເຖິງຄວາມພະຍາຍາມທີ່ຈະສ້າງຄວາມເຂັ້ມແຂງ ເພື່ອສົ່ງເສີມບັນຫາສຸຂະພາບຈິດ ແລະ ສ້າງຊ່ອງທາງໃນການເຂົ້າເຖິງການບໍລິການສຸຂະພາບຈິດຂອງປະຊາກອນທົ່ວທຸກມຸມໂລກ.

ຈາກສະຖິຕິການຂ້າຕົວຕາຍ ພົບວ່າມີສາເຫດຫຼັກມາຈາກບັນຫາສຸຂະພາບຈິດ ແລະ ຜູ້ທີ່ມີບັນຫາທາງຈິດ ຈະພະຍາຍາມຂ້າຕົວຕາຍປະມານ 20 ຄັ້ງ ຈຶ່ງຈະຂ້າຕົວຕາຍສຳເລັດ, ໂດຍສະເລ່ຍແລ້ວ ທົ່ວໂລກຈະມີຜູ້ທີ່ຂ້າຕົວຕາຍສຳເລັດ 1 ຄົນ ໃນທຸກໆ 40 ວິນາທີ ລວມເປັນ 739,000 ຄົນໃນ 1 ປີ (ຜົນສຳຫຼວດໃນປີ 2016).

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/