ໃນຍຸກທີ່ຫຼາຍປະເທດໃຫ້ຄວາມສຳຄັນກັບຄວາມເປັນສ່ວນໂຕ ແລະ Life-Style ຂອງແຕ່ລະຄົນ ແຕ່ຢູ່ປະເທດ Denmark ຊ້ຳພັດຍັງຄົງມີທຳນຽມສຸດແປກທີ່ກາຍເປັນກະແສໃນໂລກອອນໄລຢູ່ເປັນໄລຍະ ເຊິ່ງກໍຄືການໂຍນອົບເຊີຍໃສ່ຄົນໂສດເມື່ອມີອາຍຸຄົບ 25 ປີ.
ທຳນຽມນີ້ມັກເກີດຂຶ້ນໃນວັນເກີດຂອງຜູ້ທີ່ຍັງບໍ່ມີຄູ່ ໂດຍໝູ່ເພື່ອນ ຫຼື ຄອບຄົວຈະເຕົ້າໂຮມກັນເພື່ອກວນເຈົ້າຂອງວັນເກີດ ໂດຍການນຳເອົາອົບເຊີຍມາໂຍນ, ໂຮຍ ຫຼື ແມ້ແຕ່ການເທໃສ່ໝົດໂຕແບບຈັດໜັກຈັດເຕັມ ບາງກໍລະນີຮອດຂັ້ນຈັບມັດກັບເສົາ ຫຼື ຕັ່ງກ່ອນທີ່ຈະຈັດເຕັມດ້ວຍເຄື່ອງເທດເພື່ອສ້າງສຽງຫົວ ແລະ ຄວາມຊົງຈຳຮ່ວມກັນ.
ທີ່ມາຂອງທຳນຽມດັ່ງກ່າວແມ່ນຕ້ອງຍ້ອນໄປຫຼາຍຮ້ອຍປີໃນອະດີດ ເມື່ອອາຊີບພໍ່ຄ້າແມ່ຂາຍເຄື່ອງເທດຕ້ອງເດີນທາງຕະຫຼອດເວລາ ເຮັດໃຫ້ບໍ່ມີໂອກາດສ້າງຄອບຄົວ ຄົນເຫຼົ່ານີ້ສ່ວນຫຼາຍເລີຍເປັນໂສດ ແລະ ຕໍ່ມາກໍກາຍເປັນມຸກລໍ້ລຽນໃນສັງຄົມ ຈົນພັດທະນາເປັນປະເພນີທີ່ໃຊ້ເຄື່ອງເທດ ເປັນສັນຍາລັກແທນສະຖານະໂສດ.
ຄວາມເຂັ້ມຂົ້ນຂອງທຳນຽມບໍ່ໄດ້ມີພຽງແຕ່ເທົ່ານັ້ນ ເພາະຖ້າຫາກວ່າໃຜຍັງຄົງໂສດຈົນຮອດອາຍຸ 30 ປີ ຈະຖືກ Upgrade ຈາກອົບເຊີຍເປັນ “ພິກໄທ” ເຊິ່ງສ້າງຄວາມແສບໄປອີກຂັ້ນ ເຖິງແມ້ຈະເບິ່ງຄືຮຸນແຮງ ແຕ່ໃນຄວາມເປັນຈິງ ຊາວ Denmark ເຫັນວ່າເປັນພຽງການຢອກກັນຢ່າງມ່ວນຊື່ນ ແລະ ເປັນອີກໜຶ່ງວິທີໃນການສະເຫຼີມສະຫຼອງວັນເກີດທີ່ແຕກຕ່າງອອກໄປ.
ປັດຈຸບັນ ທຳນຽມນີ້ຍັງຄົງພົບເຫັນໄດ້ໃນຫຼາຍພື້ນທີ່ ແລະ ມັກຖືແຊໃນຊ່ອງທາງ Social media ຈົນກາຍເປັນສີສັນທີ່ເຮັດໃຫ້ຜູ້ຄົນທົ່ວໂລກສົນໃຈວັດທະນະທຳຂອງປະເທດ Denmark ຫຼາຍຂຶ້ນ. ຂະນະທີ່ບາງຝ່າຍເຫັນວ່າເປັນເລື່ອງສ່ວນໂຕທີ່ບໍ່ຈຳເປັນຕ້ອງຖືກນຳມາຢອກຫຼິ້ນກັນ. ແນວໃດກໍຕາມ, ສຳລັບຫຼາຍຄົນໃນປະເທດ Denmark ນີ້ເປັນຊ່ວງເວລາທີ່ເຕັມໄປດ້ວຍສຽງຫົວ ແລະ ເປັນປະສົບການທີ່ຢາກຈະລືມເລືອນໃນຊີວິດຂອງຄົນໂສດໃນໄວ 25 ປີ.
ແຫຼ່ງຂໍ້ມູນ: The Independent, Business Insider, Radio Bijelo Polje


