16 ກັນຍາ ວັນໂອໂຊນໂລກ

ວັນໂອໂຊນໂລກ

ຕັ້ງແຕ່ໂລກມີການວິວັດທະນາການມາເປັນຍຸກອຸດສາຫະກຳ ເຮັດໃຫ້ມີໂຮງງານຕ່າງໆຖືກກໍ່ຕັ້ງຂຶ້ນມາຈຳນວນມະຫາສານ ເຊິ່ງສິ່ງເຫຼົ່ານັ້ນ ເປັນສາເຫດຫຼັກໆໃນການທຳລາຍຊັ້ນບັນຍາກາດຂອງໂລກ ຫຼືກໍຄືຊັ້ນໂອໂຊນ ເຮັດໃຫ້ສົ່ງຜົນກະທົບຕໍ່ມະນຸດ ແລະ ໂລກຢ່າງຮ້າຍແຮງ.
(ສາມາດອ່ານເພີ່ມຕື່ມກ່ຽວກັບຊັ້ນໂອໂຊນໄດ້ທີ່: https://laox.la/science/3656/)
ເພື່ອໃຫ້ຄວາມສຳຄັນກັບບັນຫາດັ່ງກ່າວ ນານາຊາດຈຶ່ງໄດ້ເຮັດຂໍ້ຕົກລົງ “ອະນຸສັນຍາວຽນນາ ແລະ ພິທີສານວ່າດ້ວຍການຍົກເລີກໃຊ້ສານທຳລາຍຊັ້ນໂອໂຊນ” ໃນປີ 1985 ແລະ ຈັດໃຫ້ລົງນາມ “ພິທີສານມອນທຣີອອລ” ໃນວັນທີ 16 ກັນຍາ 1987 ມີການກຳນົດໃຫ້ວັນທີ 16 ກັນຍາ ກາຍເປັນວັນໂອໂຊນໂລກ ເປັນຕົ້ນມາ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ