40 ຍັງໄຫວ! Zlatan Ibrahimovic ຢືນຢັນຈະບໍ່ເຊົາຫຼິ້ນຖ້າຍັງບໍ່ພົບນັກເຕະຄົນໃດທີ່ເກັ່ງກວ່າຕົນເອງ

Zlatan Ibrahimovic

ຊາລາຕັນ ອິບບຣາຮິໂມວິສ ນັກເຕະອາຍຸ 40 ປີ ທີ່ມັກເອີ້ນຕົນເອງວ່າພະເຈົ້າ ປັດຈຸບັນຫຼິ້ນໃຫ້ກັບສະໂມສອນດັງຢູ່ ອິຕາລີ ຢ່າງ ເອຊີ ມິລານ ໄດ້ເປີດເຜີຍສາເຫດທີ່ອາຍຸຮອດປານນີ້ແລ້ວ ຍັງບໍ່ຄິດເຖິງການເຊົາຫຼິ້ນ ກໍຍ້ອນວ່າ ຍັງບໍ່ພໍ້ຄົນທີ່ເກັ່ງກວ່າຕົນເອງ.

Zlatan Ibrahimovic

ເອີ້ນໄດ້ວ່າເປັນເວລາເກືອບ 2 ທົດສະວັດແລ້ວ ທີ່ ຊາລາຕັນ ອິບບຣາຮິໂມວິສ ກອງໜ້າຄົນເກັ່ງ ຍັງຄົງໂຊລີລາໃນສະໜາມຫຍ້າຂອງທະວີບຢູໂຣບ. ຈົນມາຮອດເມື່ອລະດູການ 2021-22 ທີ່ຜ່ານມາ ອິບບຣາຮິໂມວິສ ຕ້ອງມາປະເຊີນກັບອາການບາດເຈັບຄັ້ງໃຫຍ່ໃນຊີວິດ ຈົນເຮັດໃຫ້ລາວຕ້ອງເຂົ້າຜ່າຕັດຫົວເຂົ່າ ໃນ ລະດູຮ້ອນທີ່ຜ່ານມາ ແລະ ຕອນນີ້ ກຳລັງຢູ່ໃນຂັ້ນຕອນການຟື້ນຟູສະພາບຮ່າງກາຍ ໃຫ້ກັບມາສາມາດຫຼິ້ນບານເຕະໃນລະດັບສູງໄດ້ອີກເທື່ອໜຶ່ງ.


ດ້ວຍອາຍຸ ແລະ ສະພາບຮ່າງກາຍຂອງ ອິບບຣາຮິໂມວິສ ເຮັດໃຫ້ມັກມີຄຳຖາມກ່ຽວກັບຕົວລາວວ່າອີກດົນປານໃດ ຈຶ່ງຈະວາງມືຈາກການເປັນນັກເຕະອາຊີບ ແລະ ເມື່ອບໍ່ດົນມານີ້ ລາວໄດ້ອອກມາຕອບຄຳຖາມດັ່ງກ່າວກັບສື່ ອິຕາລີ ຢ່າງ La Gazzetta dello Sport ວ່າ:

Zlatan Ibrahimovic

“ຂ້ອຍໝັ້ນໃຈຫຼາຍ ແລະ ບໍ່ມີຄວາມກັງວົນໃດເລີຍ ຂ້ອຍສະບາຍດີ ຂ້ອຍເຝິກຊ້ອມຢ່າງໜັກທຸກມື້ ເພື່ອກັບມາລົງສະໜາມ ແລະ ມື້ໃດທີ່ຂ້ອຍກັບມາລົງສະໜາມ ຂ້ອຍກໍຈະຟັງສຽງຫົວໃຈຂອງຕົນເອງ. ຫຼາຍຄົນບອກໃຫ້ຂ້ອຍວາງມື ແລ້ວມັນຈະດີກັບຕົວຂ້ອຍ ແຕ່ຂ້ອຍຂໍປະກາດໄວ້ບ່ອນນີ້ເລີຍວ່າຖ້າຂ້ອຍເຫັນໃຜທີ່ມີສີມືທີ່ເກັ່ງກວ່າຂ້ອຍ ຂ້ອຍຈະເຊົາຫຼິ້ນທັນທີ  ແຕ່ຕອນນີ້ຂ້ອຍຍັງບໍ່ເຫັນໃຜທີ່ມີສີມືໃກ້ຄຽງກັບຂ້ອຍເລີຍ”.ປັດຈຸບັນ ຊາລາຕັນ ອິບບຣາຮິໂມວິສ ແມ່ນຢູ່ໃນໄລຍະພັກຟື້ນຕົວຈາກການຜ່າຕັດຫົວເຂົ່າ ແລະ ຍັງບໍ່ມີກຳນົດການທີ່ຊັດເຈນເທື່ອວ່າຈະສາມາດລົງມາລ້າປະຕູ ໃຫ້ກັບ ຜີສາດແດງດຳ ເອຊີ ມິລານມື້ໃດ.

     ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ