ມອບຫຼຽນ ແລະ ໃບຍ້ອງຍໍ ເປັນທີ່ຮຽບຮ້ອຍແລ້ວ! ໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ

ໃບຍ້ອງຍໍ

ກອງປະຊຸມສະຫຼຸບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາໄດ້ສຳເລັດລົງ ໃນຕອນບ່າຍວັນທີ 16 ກັນຍາ 2022 ໂດຍການເປັນປະທານຂອງ ທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ, ມີທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ, ປະທານຄະນະຊີ້ນຳລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ, ມີບັນດາການນຳພັກ-ລັດຂັ້ນສູງ, ລັດຖະມົນຕີ, ວິລະຊົນແຮງງານ, ນັກພັດທະນາດີເດັ່ນແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນວລາະກອງປະຊຸມ, ໄດ້ມີພິທີປະດັບຫຼຽນນາມມະຍົດວິລະຊົນແຮງງານ ຈຳນວນ 1 ທ່ານ, ຫຼຽນນາມມະຍົດນັກພັດທະນາດີເດັ່ນແຫ່ງຊາດ ຈໍານວນ 2 ທ່ານ, ຫຼຽນໄຊແຮງງານ ຊັ້ນ I ໃຫ້ 14 ກົມກອງ ແລະ ຫຼຽນໄຊແຮງງານ ຊັ້ນ I ໃຫ້ 17 ທ່ານ. ໃນນີ້ ທ່ານ ເກຍ ອູ໋ສິດທິເດດ, ເຈົ້າຂອງໂຮງງານຜະລິດນ້ຳດື່ມ ແລະ ນ້ຳກ້ອນໂລມາຄຳ ໄດ້ຮັບຫຼຽນນາມມະຍົດວິລະຊົນແຫ່ງຊາດ, ທ່ານ ສາຍສະໝອນ ກວານເມືອງຈັນ ປະທານທີ່ປຶກສາສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກສາຍໃຍສຳພັນ ແລະ ທ່ານ ນາງ ສົງບັນດິດ ຍົດໝັ້ນຄົງ ຜູ້ອຳນວຍການ ບໍລິສັດ ທົ່ງລະຫາສິນ ໄດ້ຮັບຫຼຽນນາມມະຍົດ ນັກພັດທະນາດີເດັ່ນແຫ່ງຊາດ ໂດຍການໃຫ້ກຽດປະດັບຫຼຽນຂອງ ທ່ານທອງລຸນ ສີສຸລິດ.

ໃບຍ້ອງຍໍ

ໃນໂອກາດນີ້, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ຕາງໜ້າຄະນະຊີ້ນາລະດັບຊາດກ່ຽວກັບການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ສະເໜີເນື້ອໃນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ໃນທົ່ວປະເທດ ແຕ່ນີ້ຫາປີ 2025 ວ່າ: ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ 5 ປີ ຄັ້ງທີ IX ແນໃສ່ນໍາພາປະເທດຊາດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ໃນປີ 2026 ດ້ວຍການປຸກລະດົມມະຫາຊົນຍູ້ແຮງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຢູ່ທຸກຂົງເຂດວຽກງານຢ່າງຕັ້ງໜ້າປຸກລະດົມພົນລະເມືອງລາວທຸກຄົນທຸກການຈັດຕັ້ງຂອງພັກ, ລັດ, ເຂົ້າຮ່ວມຢ່າງກວ້າງຂວາງ ເພື່ອແຂ່ງຂັນສ້າງຂະບວນການ ກໍ່ສ້າງຮາກຖານການເມືອງການພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ແລະ ການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ ແລະ ສ້າງເງື່ອນໄຂນໍາພາປະເທດຊາດພົ້ນຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026 ໃຫ້ເປັນຂະບວນການຟົດຟື້ນຕໍ່ເນື່ອງ, ຮັບປະກັນສູ້ຊົນປະຕິບັດສອງໜ້າທີ່ຍຸດທະສາດ: ປົກປັກຮັກສາ ແລະ ພັດທະນາປະເທດຊາດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຕິດພັນກັບຄໍາຂວັນ ຮັກຊາດ ແລະ ພັດ ທະນາ ບົນຈິດໃຈສືບຕໍ່ບູລະນະ ລະບອບປະຊາທິປະໄຕປະຊາຊົນ ໃຫ້ສົມບູນຍິ່ງຂຶ້ນ, ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ເພື່ອກ່າວສູ່ຈຸດໝາຍສັງຄົມນິຍົມ.

ໃບຍ້ອງຍໍ

ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ເນັ້ນໃຫ້ສືບຕໍ່ປຸກລະດົມປະຊາຊົນລາວບັນດາເຜົ່າ ແລະ ຊັ້ນຄົນຕ່າງໆໃນທົ່ວປະເທດ ສ້າງຂະບວນການແຂ່ງຂັນ-ຍ້ອງຍໍໃຫ້ຟົດຟື້ນ ແຂງແຮງ ພາຍໃຕ້ຄໍາຂວັນ ຮັກຊາດ ແລະ ພັດທະນາ; ຄະນະພັກແຕ່ລະຂັ້ນ ຕ້ອງສືບຕໍ່ປ່ຽນແປງຕົນເອງຢ່າງບໍ່ຢຸດຢັ້ງຕາມຈິດໃຈ 4 ບຸກທະລຸ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການຍົກສູງຄວາມສາມາດ ແລະ ຄຸນະພາບການນໍາພາ ຂອງພັກໃນໄລຍະໃໝ່; ຄະນະພັກແຕ່ລະຂັ້ນຕ້ອງເພີ່ມທະວີການນຳພາ-ຊີ້ນຳ ຜັນຂະຫຍາຍວຽກງານແຂ່ງຂັນ-ຍ້ອງຍໍ, ປັບປຸງການຈັດຕັ້ງ ແລະ ບຸກຄະລາກອນຜູ້ຮັບຜິດຊອບວຽກງານແຂ່ງຂັນ-ຍ້ອງຍໍ ທີ່ສອດຄ່ອງ ແລະ ມີຄຸນະພາບ; ຕ້ອງສຸມໃສ່ສ້າງບ້ານເປັນຫົວໜ່ວຍພັດທະນາ ແລະ ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ. ພ້ອມກັນນັ້ນ ກໍໃຫ້ປັບປຸງແບບແຜນ ແລະ ວີທີການຈັດຕັ້ງປະຕິບັດ ໂດຍຕິດພັນກັບການແກ້ບັນຫາຕົວຈິງ; ໃຫ້ຖືເອົາການຕິດຕາມ, ຊຸກຍູ້, ກວດກາ ແລະ ຕີລາຄາວຽກດີ, ຄົນເດັ່ນ, ຈັດຕັ້ງຍ້ອງຍໍໃຫ້ຖືກຄົນ, ຖືກວຽກ ແລະ ທັນການ ເພື່ອກະຕຸ້ນ, ສົ່ງເສີມຂະບວນການໃຫ້ຂະຫຍາຍຕົວ; ຄັດເລືອກພະນັກງານດີເດັ່ນ ຈາກຂະບວນການຕົວຈິງ ຢູ່ຮາກຖານເພື່ອສ້າງເປັນພະນັກງານສືບທອດນໍາພາ ຕາມທິດຫັນເປັນໜຸ່ມ; ການຊີ້ນຳວຽກງານແຂ່ງຂັນຮັກຊາດ ແລະ ພັດທະນາ ເປັນວຽກຍຸດທະສາດ, ສອດຫ້ອຍທັງໃນດ້ານການເມືອງ, ການປົກຄອງ, ການພັດທະນາເສດຖະກິດ-ສັງຄົມ ກໍຄື ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເປັນວຽກທີ່ສູນກາງພັກ, ລັດຖະບານ, ສະພາແຫ່ງຊາດ ກໍຄື ຄະນະພັກ, ອຳນາດການປົກຄອງແຕ່ລະຂັ້ນ ແລະ ສະພາທ້ອງຖິ່ນ ຕ້ອງໄດ້ເພີ່ມທະວີ ການນໍາພາ ແລະ ຕິດຕາມ ການຜັນຂະຫຍາຍຕາມທິດທີ່ວາງໄວ້, ການຕິດຕາມຊຸກຍູ້, ກວດກາຕີລາຄາ ເປັນລະບອບແບບແຜນໜຶ່ງໃນການນຳພາ, ທັງເປັນ ບັນຫາທີ່ຕ້ອງຕິດພັນກັບເນື້ອໃນດໍາເນີນຊີວິດ, ການຕິຊົມຕົນເອງ ແລະ ຕິຊົມກັນຢູ່ພາຍໃນ ມີແຕ່ເຮັດແນວນັ້ນ ຈິ່ງຈະເຮັດໃຫ້ການປັບປຸງລະບົບການເມືອງ, ການພັດທະນາເສດຖະກິດ-ສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານກໍ່ສ້າງຮາກຖານມີການຫັນປ່ຽນ ຢ່າງເລິກເຊິ່ງເຖິງຖອງ.

ຂໍ້ມູນຈາກ:

https://cutt.ly/xVr0EvW

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ