ໄຫຼແທ້ໄຫຼວ່າ! ຜູ້ໃຊ້ iPhone ຫຼາຍຄົນອອກມາຈົ່ມຫຼັງອັບເດດເປັນ iOS 16 ແລ້ວເກີດບັນຫາແບັດໝົດໄວ

ຜູ້ໃຊ້ iPhone

ໃນວັນທີ 13 ກັນຍາ 2022 ທີ່ຜ່ານມາໃຜທີ່ເປັນສາວົກ iPhone ກໍອາດຈະຮູ້ແລ້ວວ່າ ທາງ Apple ໄດ້ມີການປ່ອຍ iOS 16 ອອກມາໃຫ້ທຸກຄົນອັບເດດ ເພື່ອທີ່ຈະສາມາດໃຊ້ຟີເຈີໃໝ່ໆ ທີ່ມີລູກຫຼິ້ນຫຼາຍກວ່າເກົ່າ ບໍ່ວ່າຈະເປັນການຕົບແຕ່ງໜ້າຈໍ Lock Screen, ປົດລັອກໜ້າຈໍ Face ID ແບບແນວນອນໄດ້, Edit/Undo send ຂໍ້ຄວາມທີ່ພິມຜິດໄດ້ (ສະເພາະໃນ iMessage), ຟີເຈີໃໝ່ໆ ກ່ຽວກັບຮູບພາບແລະວິດີໂອ ແລະ ອື່ນໆອີກຫຼາຍຢ່າງ.

ຜູ້ໃຊ້ iPhone

ຢ່າງໃດກໍຕາມ ເຖິງຈະມີຟີເຈີໃໝ່ໆ ຈາກ iOS 16 ມາໃຫ້ຜູ້ໃຊ້ໄດ້ລອງໃຊ້ງານ ແຕ່ກໍມີອີກໜຶ່ງບັນຫາທີ່ສາວົກ iPhone ສ່ວນຫຼາຍເວົ້າເປັນສຽງດຽວກັນຄື “ແບັດເຕີຣີ່” ແມ່ນໝົດໄວຫຼາຍ!!! ຫຼື ເວົ້າໄດ້ວ່າ iOS ເວີຊັ່ນໃໝ່ກິນແບັດຫຼາຍ ແລະ ຫຼາຍຄົນກໍບອກວ່າຈາກທີ່ປົກກະຕິສາກແບັດມື້ລະ 2-3 ຄັ້ງ ຕ້ອງໄດ້ປ່ຽນມາສາກເປັນມື້ລະ 4-5 ຄັ້ງ. ແຕ່ໃນອີກພາກສ່ວນໜຶ່ງຜູ້ໃຊ້ບາງຄົນບອກວ່າຕັ້ງແຕ່ອັບເດດມານີ້ ຮູ້ສຶກວ່າໂທລະສັບຂອງຕົນເອງຫຼິ້ນໄດ້ລ່ຽນໄຫຼດີກວ່າເກົ່າ.

ຜູ້ໃຊ້ iPhone

ໂດຍຮຸ່ນ iPhone ທີ່ຮອງຮັບ iOS 16 ແມ່ນມີດັ່ງຕໍ່ໄປນີ້: iPhone 14, Phone 14 Plus, iPhone 14 Pro, iPhone 14 Pro Max, iPhone 13, iPhone 13 mini, iPhone 13 mini, iPhone 12, iPhone 12 mini, iPhone 12 Pro, iPhone 12 Pro Max, iPhone 11, iPhone 11 Pro, iPhone 11 Pro Max, iPhone XS, iPhone XS Max, iPhone XR, iPhone X, iPhone 8, iPhone 8 Plus, iPhone SE.

ແລະໂທລະສັບຂອງໝູ່ເພື່ອນຫຼັງຈາກອັບເດດເປັນ IOS 16 ແລ້ວເປັນແນວໃດມາອັບເດດໃຫ້ເຮົາຟັງແດ່.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ