ສະມາຊິກສະພາ ອາເມຣິກາ ອະນຸມັດຮ່າງກົດໝາຍສະໜັບສະໜູນໄຕ້ຫວັນແບບເຕັມກຳລັງ ທັງດ້ານກຳລັງທະຫານ ແລະ ງົບປະມານ

ອາເມຣິກາ

ເມື່ອວັນທີ 14 ທີ່ຜ່ານມາ ຄະນະກຳມະການສະມາຊິກສະພາ ຂອງສະຫະລັດ ອາເມຣິກາ ໄດ້ອະນຸມັດຮ່າງກົດໝາຍ ການສະໜັບສະໜູນທາງການທະຫານຕໍ່ໄຕ້ຫວັນ ເຊິ່ງລວມເຖິງການຈັດສັນງົບປະມານມູນຄ່າຫຼາຍພັນລ້ານໂດລາ ສຳລັບການຊ່ວຍເຫຼືອດ້ານຄວາມໝັ້ນຄົງເພີ່ມຕື່ມ ເພື່ອຫວັງຕ້ານແຮງກົດດັນທາງການທະຫານຈາກຈີນ.

ອາເມຣິກາ

ຄະນະກຳມະການຄວາມສຳພັນລະຫວ່າງປະເທດຂອງສະມາຊິກສະພາ ອາເມຣິກາ ມີມະຕິສະໜັບສະໜູນຮ່າງກົດໝາຍ Taiwan Policy Act 2022 ດ້ວຍຄະແນນສຽງ 17 ຕໍ່ 5 ໂດຍໄດ້ຮັບສຽງສະໜັບສະໜູນຈາກທັງພັກ ຣີພັບບິກັນ ແລະ ເດໂມແຄັບ ເຊິ່ງຜູ້ສສະໜັບສະໜູນກ່າວວ່າ ຮ່າງກົດໝາຍສະບັບນີ້ຈະປູທາງໄປສູ່ການປັບປ່ຽນນະໂຍບາຍຕ່າງປະເທດຂອງ ສະຫະລັດ ອາເມຣິກາ ທີ່ມີຕໍ່ໄຕ້ຫວັນ ຄັ້ງໃຫຍ່ ນັບຕັ້ງແຕ່ທີ່ອາເມຣິກາ ໄດ້ອອກກົດໝາຍ Taiwan Relations Act 1979.

ໂດຍຮ່າງກົດໝາຍໃໝ່ນີ້ຈະເປີດທາງໃຫ້ ສະຫະລັດ ອາເມຣິກາ ຈັດສັນງົບປະມານຊ່ວຍເຫຼືອດ້ານຄວາມໝັ້ນຄົງໃຫ້ໄຕ້ຫວັນມູນຄ່າ 4.5 ພັນລ້ານໂດລາ ຕະຫຼອດໄລຍະ 4 ປີ ພ້ອມສະໜັບສະໜູນການມີສ່ວນຮ່ວມຂອງໄຕ້ຫວັນໃນອົງກອນຕ່າງໆລະຫວ່າງປະເທດ. ນອກຈາກນີ້ໃນຮ່າງກົດໝາຍດັ່ງກ່າວຍັງມີການລະບຸຂອບເຂດຂອງການຂວໍ້າບາດຈີນທີ່ຊັດເຈນຂຶ້ນ ໃນກໍລະນີທີ່ຈີນຕັດສິນໃຈສົ່ງກຳລັງທະຫານເຂົ້າມາໃນໄຕ້ຫວັນ.

ອາເມຣິກາ

ໂດຍທາງດ້ານທຳນຽບຂາວໄດ້ສົ່ງຈົດໝາຍໄປຂອບໃຈສະມາຊິກສະພາ ທີ່ຊ່ວຍສະໜັບສະໜູນຄັ້ງຫຼ້າສຸດນີ້ ໂດຍກ່າວວ່າ ຮ່າງກົດໝາຍນີ້ຈະຊ່ວຍສົ່ງເສີມຄວາມສຳພັນລະຫວ່າງສອງຊາດໃນຫຼາຍໆມິຕິ ບໍ່ວ່າຈະເປັນໃນດ້ານຄວາມໝັ້ນຄົງ ຫຼື ຄວາມຮ່ວມມືທາງເສດຖະກິດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ