11 ມັງກອນ ວັນກອດຜູ້ຊາຍ

11 ມັງກອນ

ດັ່ງທີ່ຮູ້ວ່າການກອດເປັນການສະແດງຄວາມຮັກອີກຮູບແບບໜຶ່ງ ເຮັດໃຫ້ເກີດຄວາມຮູ້ສຶກອົບອຸ່ນ ແລະ ຮູ້ສຶກຖືກຮັກ ນອກຈາກນັ້ນມັນຍັງເປັນການກະທຳທີ່ສື່ເຖິງຄຳເວົ້າທີ່ເວົ້າອອກມາບໍ່ໄດ້ນຳ.
ວັນທີ 11 ມັງກອນ ຈຶ່ງກາຍເປັນວັນກອດຜູ້ຊາຍ, ເຊິ່ງປະເພນີນີ້ເລີ່ມມາຈາກປະເທດສະຫະລັດອາເມຣິກາ ແລ້ວຄ່ອຍໆແຜ່ລາມມາຫຼາຍປະເທດ.
ໃນວັນນີ້ ຖ້າຫາກວ່າຜູ້ຍິງຢາກກອດຜູ້ຊາຍຄົນໃດກໍກອດເລີຍ ແຕ່ຕ້ອງແນ່ໃຈວ່າອີກຝ່າຍກໍເຕັມໃຈໃຫ້ກອດ. ສຳລັບຜູ້ຍິງທີ່ບໍ່ມີແຟນ ຫຼື ບໍ່ກ້າກອດໝູ່ຜູ້ຊາຍ ກໍສາມາດກອດພໍ່, ອ້າຍ, ນ້ອງຊາຍ ຫຼື ໝາແມວຢູ່ເຮືອນກໍໄດ້.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/