ປົດອີກແລ້ວ! Twitter ປົດພະນັກງານທີ່ເປັນທີມດູແລເນື້ອຫາ (Trust & Safety) ທົ່ວໂລກລົງ

ປົດອີກແລ້ວ! Twitter

ກ່ອນໜ້ານີ້ໃນໄລຍະປາຍປີ 2022 ບໍລິສັດໂຊຊຽວເນັດເວີກຊື່ດັງຢ່າງ Twitter ເຄີຍເປັນຂ່າວດັງມາແລ້ວ ເນື່ອງຈາກທາງບໍລິສັດໄດ້ສັ່ງປົດພະນັກງານອອກຄັ້ງໃຫຍ່ຢ່າງໜ້ອຍ 2 ຄັ້ງ ໂດຍຄັ້ງທຳອິດສັ່ງປົດ 3.000 ຄົນ ແລະ ຄັ້ງທີສອງສັ່ງປົດເພີ່ມອີກ 5.500 ຄົນ. ທັງນີ້ການສັ່ງປົດດັ່ງກ່າວແມ່ນເກີດຈາກຫຼັງທີ່ Elon Musk ມະຫາເສດຖີອັນດັບຕົ້ນໆຂອງໂລກເຂົ້າມາເປັນຜູ້ບໍລິຫານຢ່າງເຕັມຕົວຂອງ Twitter ເຊິ່ງຈາກເຫດການດັ່ງກ່າວກໍເຮັດໃຫ້ພະນັກງານເກີດການຟ້ອງຮ້ອງກັບທາງບໍລິສັດ ເນື່ອງຈາກພວກເຂົາອ້າງວ່າຖືກປົດອອກຈາກຕຳແໜ່ງຢ່າງບໍ່ເປັນທຳ.

ປົດອີກແລ້ວ! Twitter

ຫຼ້າສຸດນີ້ Twitter ກໍໄດ້ເຮັດການປົດພະນັກງານອີກຄັ້ງ ໂດຍຄັ້ງນີ້ເປັນການລົດຈຳນວນທີມງານດູແລເນື້ອຫາ (Trust & Safety) ທົ່ວໂລກລົງ ເຊິ່ງໃນຈຳນວນພະນັກງານທີ່ຖືກປົດກໍເປັນຕຳແໜ່ງຜູ້ບໍລິຫານລະດັບສູງຢູ່ຫຼາຍຕຳແໜ່ງ ເຊັ່ນ: ຝ່າຍນະໂຍບາຍເນື້ອຫາພາກພື້ນປາຊີຟິກ ແລະ ຫົວໜ້າຝ່າຍນະໂຍບາຍລາຍໄດ້.

ທັງນີ້ Twitter ກຳລັງຢູ່ໃນໄລຍະປັບຕົວຄັ້ງໃຫຍ່ ແລະ ການປັບລົດພະນັກງານທີ່ຮັບຜິດຊອບດູແລເນື້ອຫາ ເປັນພຽງສ່ວນໜຶ່ງເທົ່ານັ້ນ ແລະ ອາດມີການປັບລົດພະນັກງານໃນຕຳແໜ່ງອື່ນໆເພີ່ມຕື່ມ. ແຕ່ຢ່າງໃດກໍຕາມບໍລິສັດແມ່ນຍັງຄົງເປີດຮັບສະໝັກພະນັກງານຝ່າຍອື່ນໆເຊັ່ນກັນ.

ປົດອີກແລ້ວ! Twitter

ປັດຈຸບັນບໍ່ແມ່ນພຽງແຕ່ Twitter ເທົ່ານັ້ນທີ່ປັບລົດພະນັກງານ ເພາະບໍລິສັດເທັກໂນໂລຢີຫຼາຍແຫ່ງກໍກໍາລັງຢູ່ໃນໄລຍະປັບປ່ຽນໂຄງສ້າງ ແລະ ລົດງົບປະມານເພື່ອກຽມພ້ອມຫາກເສດຖະກິດໂລກຂະຫຍາຍຕົວຊ້າລົງ ຕົວຢ່າງເຊັ່ນ: Amazon ທີ່ຫາກໍປະກາດປົດພະນັກງານໄປກວ່າ 18.000 ຄົນ ລວມໄປເຖິງ Meta ກໍເຄີຍປົດພະນັກງານອອກກວ່າ 11.000 ຄົນໃນປີທີ່ຜ່ານມາ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/