10 ຂໍ້ທີ່ເປັນຫຍັງສິລະປະ ຈຶ່ງສຳຄັນຕໍ່ລະບົບການສຶກສາ


ວິຊາທີ່ກ່ຽວຂ້ອງກັບສິລະປະ ບໍ່ວ່າຈະເປັນແຕ້ມຮູບ, ດົນຕີ ແລະ ຟ້ອນລຳ ໃນສະໄໝຍັງນ້ອຍອາດຈະເປັນວິຊາທີ່ຫຼາຍຄົນມັກທີ່ສຸດ ແຕ່ເມື່ອໃຫຍ່ຂຶ້ນມາວິຊາທີ່ກ່ຽວກັບສິລະປະກໍເລີ່ມໜ້ອຍລົງ,​ ພວກເຮົາອາດຈະກຳລັງໃຫ້ຂໍ້ອ້າງກັບຕົນເອງຢູ່ວ່າມັນບໍ່ຈຳເປັນຕໍ່ການສຶກສາເມື່ອໃຫຍ່ຂຶ້ນ ຫຼື ອາດຈະຍັງຫາຂໍ້ດີຂອງການມີສິລະປະໃນການສຶກສາບໍ່ພົບ.

ມື້ນີ້ພວກເຮົາມີ 10 ຂໍ້ສຳຄັນວ່າເປັນຫຍັງການມີສິລະປະໃນການສຶກສາຈຶ່ງສຳຄັນ ຕາມລຸ່ມນີ້ໄປເລີຍ:

  1. ຄວາມຄິດສ້າງສັນ

ສິລະປະ ຊ່ວຍໃຫ້ເດັກທີ່ຮຽນສາມາດສະແດງອອກໃນຄວາມເປັນຕົນເອງໄດ້ດີ ຜ່ານການແຕ້ມຮູບ, ມັນຈະຊ່ວຍໃນການຈື່ຈຳ ເນື່ອງຈາກການລະບາຍຮູບແມ່ນການລະບາຍຄວາມຊົງຈຳລົງໄປ. ນອກຈາກນີ້ມັນຍັງຊ່ວຍໃນທັກສະ Critical Thinking ຫຼື ການຄິດຢ່າງມີວິຈາລະນະຍານ, ການຄິດຫາທາງອອກໃໝ່ໆ ຢູ່ສະເໝີ. ເດັກນ້ອຍທີ່ໄດ້ຝຶກທັກສະດັ່ງກ່າວມາແຕ່ນ້ອຍ ເມື່ອໃຫຍ່ຂຶ້ນມາຄວາມສ້າງສັນກໍຈະຊ່ວຍເສີມເຂົ້າໄປໃນການໃຊ້ຊີວິດຂອງພວກເຂົາໂດຍທຳມະຊາດ.​

  1. ພັດທະນາຜົນງານດ້ານວິຊາການ

ສິລະປະບໍ່ພຽງແຕ່ໃຫ້ຄວາມຄິດສ້າງສັນເທົ່ານັ້ນ. ແຕ່ຄວາມຄິດສ້າງສັນນັ້ນມັນໄດ້ຕໍ່ຍອດໄປຫາທັກສະດ້ານອື່ນໆ ໃນຄວາມສຳເລັດຂອງງານວິຊາການ. ລາຍງານຈາກ Public Broadcasting Service ໄດ້ກ່າວວ່າ ເດັກນ້ອຍອາເມຣິກາທີ່ເຂົ້າຮຽນສິລະປະເປັນປະຈຳ (3 ຊົ່ວໂມງຕໍ່ມື້ ຫຼື ສາມມື້ຕໍ່ອາທິດ) ມີອັດຕາຄວາມເປັນໄປໄດ້ເຖິງ 4 ເທົ່າທີ່ຈະປະສົບຜົນສຳເລັດໃນງານວິຊາການ, ເຂົ້າຮ່ວມງານວິທະຍາສາດ-ເລກ, ໄປຈົນຮອດຊະນະການແຂ່ງຂັນຂຽນບົດຄວາມ ຫຼື ແຕ່ງກາບກອນ.

  1. ທັກສະການເຄື່ອນໄຫວ

ຈາກການປະຕິບັດງ່າຍໆເຊັ່ນ ການຈັບສີທຽນມາຂີດຂຽນກໍເປັນສ່ວນສຳຄັນໃນການພັດທະນາທັກສະການເຄື່ອນໄຫວຕໍ່ເດັກນ້ອຍທຸກຄົນທີ່ຮຽນສິລະປະ ຫຼື ຫຼິ້ນດົນຕີ. ອ້າງອີງຈາກສະຖາບັນສຸຂະພາບແຫ່ງຊາດ, ອາຍຸແຫ່ງການພັດທະນາໄດ້ດີທີ່ສຸດແມ່ນຢູ່ລະຫວ່າງ 3 ປີ, ພວກເຂົາຈະຕ້ອງໄດ້ຮຽນໃຊ້ອຸປະກອນຕ່າງໆເຊັ່ນ ການແຕ້ມການຕັດເຈ້ຍໂດຍໃຊ້ມີດຕັດທີ່ປອດໄພ.

  1. ຄວາມໝັ້ນໃຈ

ການໄດ້ເຂົ້າຮ່ວມງານວາງສະແດງຮູບແຕ້ມ ຫຼື ໄດ້ຂຶ້ນໄປສະແດງດົນຕີຢູ່ເທິງເວທີ ໄດ້ສ້າງໂອກາດໃຫ້ເດັກໄດ້ກ້າຍ່າງອອກມາຈາກເຂດແດນທີ່ຕົນເອງສະບາຍໃຈ. ພວກເຂົາຈະໄດ້ເຫັນຄວາມກ້າວໜ້າຂອງຕົນເອງ ແລະ ຄວາມໝັ້ນໃຈຈະຄ່ອຍໆເພີ່ມຂຶ້ນ.

  1. ຮຽນຮູ້ທາງສາຍຕາ

ເດັກທີ່ຮຽນແຕ້ມຮູບ, ລະບາຍສີ ຈະຊ່ວຍພັດທະນາທັກສະການເຂົ້າໃຈຜ່ານການເບິ່ງເຫັນ (Visual-Spatial skills) ເຊັ່ນການທີ່ສາມາດບອກສິ່ງຂອງໃນຮູບພາບນັ້ນຢູ່ຫ່າງຈາກຕົນເອງເທົ່າໃດ ຫຼື ຈະເປັນໄລຍະຫ່າງລະຫວ່າງວັດຖຸຕໍ່ໜ້ານຳກັນເອງ. ການເປັນຜູ້ຮຽນຮູ້ທາງສາຍຕາຍັງຊ່ວຍໃນການຈື່ຈຳຂໍ້ມູນສຳຄັນຕ່າງໆ ແລະ ສາມາດເບິ່ງໄອເດຍເປັນພາບລວມໄດ້. ການຮຽນສິລະປະຈະສອນໃຫ້ນັກຮຽນຮູ້ຈັກເຂົ້າໃຈ, ວິຈານ ແລະ ໃຊ້ຂໍ້ມູນທາງການເບິ່ງເຫັນໄປຈົນຮອດການຕັດສິນໂດຍອ້າງອີງຈາກມັນ.

  1. ການຕັດສິນໃຈ

ສິລະປະຊ່ວຍໃນການຈັດການກັບບັນຫາ ແລະ ພັດທະນາທັກສະການຄິດຢ່າງມີວິຈາລະນະຍານ ເຊັ່ນ: ການຈະສະແດງອາລົມຜ່ານການເຕັ້ນແນວໃດ, ການຈະສະແດງອາລົມຜ່ານຮູບແຕ້ມແນວໃດ. ການຮຽນຮູ້ທີ່ຈະຕັດສິນໃຈຈະເປັນຜົນປະໂຫຍດເດັກທັງໃນການສຶກສາ ແລະ ໃນຊີວິດປະຈຳວັນເມື່ອໃຫຍ່ຂຶ້ນ.

  1. ຄວາມດຸໝັ່ນ

ຄວາມພະຍາຍາມຢູ່ໃສ ຄວາມສຳເລັດຢູ່ທີ່ນັ້ນ ອາດຈະເປັນຄຳຈຳກັດຄວາມໄດ້ດີທີ່ສຸດກັບສິລະປະ. ການທີ່ຈະແຕ້ມຮູບໃຫ້ໄດ້ເກັ່ງຂຶ້ນນັ້ນຈະຕ້ອງໃຊ້ເວລາຝຶກຝົນ ແລະ ຈະຕ້ອງຜ່ານຄວາມຮູ້ສຶກຫງຸດຫງິດໃຈທີ່ບໍ່ເຫັນຕົນເອງພັດທະນາ. ດົນຕີກໍເຊັ່ນກັນ, ຖ້າບໍ່ຝຶກຝົນກໍຈະບໍ່ມີຄວາມກ້າວໜ້າດ້ານທັກສະນັ້ນ. ຜູ້ທີ່ຮຽນສິລະປະຈະໄດ້ຮັບຄຸນສົມບັດຄວາມດຸໝັ່ນຂຶ້ນມາ ແລະ ມັນຈະຊ່ວຍໃຫ້ພວກເຂົາສູ້ຕໍ່ໄປກັບໜ້າວຽກ ຫຼື ໂຄງການທີ່ຫຍຸ້ງຍາກໄດ້.

  1. ສະມາທິ

ໃນຂະນະທີ່ເຮົາກຳລັງພະຍາຍາມເພື່ອພັດທະນາຕົນເອງໃຫ້ໄປຮອດເປົ້າໝາຍ, ການມີສະມາທິແມ່ນສິ່ງທີ່ຈຳເປັນ. ການຮຽນສິລະປະກໍຄືການຊ່ວຍຕົນເອງພັດທະນາໃຫ້ມີສະມາທິໃນໜ້າວຽກນັ້ນໆ.

  1. ການຮ່ວມມື

ວົງດົນດີ, ວົງປະສານສຽງ ແລະ ນັກສະແດງຕ່າງກໍເປັນໜ້າວຽກທີ່ຕ້ອງມີຫຼາຍກວ່າໜຶ່ງຄົນເພື່ອທີ່ຈະສະແດງ. ພວກເຂົາຈະຕ້ອງຈັດວາງຄວາມຮັບຜິດຊອບໃນໜ້າວຽກຕ່າງໆ ແລະ ຈະຕ້ອງສາມັກຄີກັນເພື່ອໃຫ້ສຳເລັດເປົ້າໝາຍນຳກັນ. ເດັກນ້ອຍຈະໄດ້ຮຽນຮູ້ວ່າ ການມີສ່ວນຮ່ວມໃນກຸ່ມກໍຊ່ວຍໃຫ້ປະສົບຄວາມສຳເລັດ ເຖິງແມ່ນວ່າເຂົາຈະບໍ່ໄດ້ມີບົດເດັ່ນເລີຍກໍຕາມ.

  1. ຄວາມຮັບຜິດຊອບ

ເດັກນ້ອຍທີ່ຮຽນສິລະປະຈະເຂົ້າໃຈເຖິງການມີສ່ວນຮ່ວມໃນວຽກກຸ່ມ. ພວກເຂົາຈະເຂົ້າໃຈເຖິງຄວາມຮັບຜິດຊອບທີ່ຕົນເອງມີຕໍ່ໜ້າວຽກນັ້ນໆ ບໍ່ວ່າຈະນ້ອຍຫຼືໃຫຍ່ ແລະ ຖ້າເກີດມີຂໍ້ຜິດພາດຂຶ້ນມາ ພວກເຂົາກໍຈະຮູ້ຕົວວ່າມັນເປັນສິ່ງສຳຄັນ ເພື່ອທີ່ໃນອະນາຄົດຈະບໍ່ໃຫ້ເກີດຄວາມຜິດພາດແບບເກົ່າອີກ.

ທີ່ມາ: https://cutt.ly/IWIusfm

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/