ຄົນຮຽນເກັ່ງ vs ລູກຄົນລວຍ ໃຜຈະປະສົບຄວາມສຳເລັດຫຼາຍກວ່າກັນ?


ຄວາມພະຍາຍາມຢູ່ບ່ອນໃດ ຄວາມສຳເລັດຢູ່ບ່ອນນັ້ນ ເປັນປະໂຫຍກທີ່ໃຊ້ໄດ້ກັບທຸກຄົນແທ້ຫວາ?

ເຈົ້າຄົງເຄີຍພົບ ຫຼືກຳລັງເປັນຄົນໆນັ້ນຢູ່ທີ່ຮຽນເກັ່ງໃນສະໄໝຮຽນ ແຕ່ແລ້ວພໍເຂົ້າໄວເຮັດວຽກ ພັດບໍ່ຮູ້ສຶກວ່າມີຄວາມກ້າວໜ້າໄປໄດ້ຫຼາຍເທົ່າທີ່ຄວນ ແຕ່ໃນທາງກັບກັນ ຄົນທີ່ຮຽນອ່ອນແຕ່ມີພໍ່ແມ່ລວຍພັດສາມາດກ້າວໄປໄດ້ໄກກວ່າ

ເປັນຫຍັງຄົນພະຍາຍາມໜ້ອຍກວ່າ ຈຶ່ງສາມາດປະສົບຜົນສຳເລັດໄດ້ຫຼາຍກວ່າ?

ອີງຕາມລາຍງານຈາກສະຫະລັດອາເມຣິກາ ຂອງ Georgetown Center on Education and the Workforce ໃນຫົວຂໍ້ “Born to win, Schooled to Lose” (ເກີດມາເພື່ອເປັນຜູ້ຊະນະ ຮຽນມາເພື່ອເປັນຜູ້ພ່າຍແພ້) ໂດຍເປັນການວິໄຈເພື່ອຫາຄຳຕອບວ່າ ເດັກທີ່ເກີດໃນຄອບຄົວທີ່ລວຍ ແລະ ເດັກທີ່ເກີດໃນຄອບຄົວທີ່ທຸກແຕ່ຮຽນເກັ່ງ ໃຜຈະປະສົບຜົນສຳເລັດໄດ້ຫຼາຍກວ່າກັນ, ໂດຍເກັບຂໍ້ມູນຈາກປະຊາກອນໃນອາເມຣິກາເປັນຫຼັກ

ມີການທົດສອບຄວາມສາມາດຕັ້ງແຕ່ຊັ້ນອະນຸບານໄປຈົນເຖິງໄວເຮັດວຽກ ໂດຍໃຊ້ວິຊາຄະນິດສາດເປັນເຄື່ອງມືບົ່ງຊີ້ ແລ້ວຈັດແບ່ງປະຊາກອນອອກເປັນຫຼາຍກຸ່ມດ້ວຍເກນເຫຼົ່ານີ້

  • ປະຫວັດການສຶກສາ
  • ລາຍໄດ້
  • ສະພາບເສດຖະກິດຂອງຄອບຄົວ
  • ລະດັບການສຶກສາຂອງຜູ້ປົກຄອງ
  • ອາຊີບຂອງຜູ້ປົກຄອງ

ຈາກການວິໄຈນີ້ພົບວ່າ ຄົນທີ່ມີຖານະທາງຄອບຄົວທຸກຍາກ ແຕ່ສາມາດເຮັດຄະແນນສອບເສັງໄດ້ສູງສຸດນັ້ນຈະສາມາດເຂົ້າຮຽນຕໍ່ມະຫາວິທະຍາໄລໄດ້ພຽງແຕ່ 31% ເທົ່ານັ້ນ ແລະ ເມື່ອສຳເລັດການສຶກສາ ເຮັດວຽກໃນໄວອາຍຸ 25 ປີ ກໍຈະໄດ້ຄ່າແຮງງປະມານ 35,000 ດອລລາຕໍ່ປີ ແລະໃນນີ້ປະມານ 76% ສາມາດເລື່ອນຂັ້ນທາງເສດຖະກິດສັງຄົນໄດ້.

ສ່ວນຄົນທີ່ມີຖານະທາງຄອບຄົວຮັ່ງມີ ທີ່ໄດ້ຄະແນນສອບເສັງຕໍ່າສຸດ ພັດໄດ້ຮຽນຕໍ່ມະຫາວິທະຍາໄລເຖິງ 71% ເມື່ອເຮັດວຽກໃນໄວ 25 ປີ ກໍຈະໄດ້ຄ່າແຮງສະເລ່ຍເທົ່າກັບກຸ່ມຄົນກ່ອນໜ້ານີ້ ແລະ 91% ຂອງຄົນກຸ່ມນີ້ຍັງສາມາດຮັກສາສະຖານະທາງເສດຖະກິດ ແລະ ສັງຄົມຂອງພວກເຂົາໄວ້ໄດ້

ຈາກການວິໄຈນີ້ຈຶ່ງສາມາດສະຫຼຸບໄດ້ວ່າ ເດັກທີ່ມີຄວາມສາມາດ ແຕ່ມາຈາກຄອບຄົວທີ່ທຸກຍາກ ມັກຈະບໍ່ປະສົບຄາມສຳເລັດທາງໜ້າທີ່ການງານ ໂດຍມີໂອກາດເຂົ້າມະຫາວິທະຍາໄລໄດ້ໜ້ອຍກວ່າ ແລະ ໄດ້ຮັບຄ່າແຮງທີ່ໜ້ອຍກວ່າທີ່ຄວນເມື່ອທຽບກັບເດັກທີ່ບໍ່ເກັ່ງແຕ່ມາຈາກຄອບຄົວທີ່ຮັ່ງມີ

ຍ້ອນຫຍັງຈຶ່ງເປັນແນວນັ້ນ?

ເດັກຈາກຄອບຄົວທີ່ທຸກຍາກ ມີໂອກາດສູງຫຼາຍທີ່ຈະປະລະການຮຽນ ແລ້ວບໍ່ໄດ້ຮຽນຕໍ່ ເມື່ອມີພວກເຂົາຫຼຸດອອກຈາກລະບົບການສຶກສາ ຫຼື ບໍ່ປະສົບຄວາມສຳເລັດ ໃນສັງຄົມກໍຈະມີການກ່າວໂທດວ່າຍ້ອນພວກເຂົາເອງທີ່ຂີ້ຄ້ານ ບໍ່ມີຄວາມພະຍາຍາມຫຼາຍພໍ ເຊິ່ງນັ້ນອາດຈະເປັນຄວາມຈິງບາງສ່ວນ ເພາະແຕ່ລະຄົນມີອຸປະສັກທີ່ຕ່າງກັນຂຶ້ນຢູ່ທີ່ວ່າພວກເຂົາຈະສູ້ ຫຼື ຍອມພ່າຍແພ້

ແຕ່ໃນຄວາມເປັນຈິງແລ້ວ ປັດໄຈສູ່ຄວາມສຳເລັດມີຄວາມຊັບຊ້ອນຫຼາຍກວ່ານນັ້ນ ຫຼາຍຄົນມັກເບິ່ງຂ້າມພື້ນຖານການລ້ຽງດູ ແລະ ຖານະທາງຄອບຄົວ

ຄອບຄົວທີ່ມີຖານະດີ ສາມາດໃຊ້ເວລາກັບລູກໄດ້ຫຼາຍກວ່າຄອບຄົວທີ່ທຸກຍາກກວ່າ ແລະ ເຂົ້າເຖິງເຕັກໂນໂລຊີຕ່າງໆໄດ້ຫຼາຍກວ່າ ມີເງິນທີ່ຈະລົງທຶນກັບການສຶກສາຂອງລູກໆ ເຊິ່ງຈາກງານວິໄຈດຽວກັນ ພົບວ່າໃນປີ 2016 ຄອບຄົວທີ່ຮັ່ງມີໃຊ້ຈ່າຍໄປກັບກິດຈະກຳລູກຫຼາຍກວ່າ 8,600 ໂດລາ ໃນຂະນະທີ່ຄອບຄົວທີ່ທຸກຍາກ ພໍ່ແມ່ຫາເຊົ້າກິນຄຳ່ ໃຊ້ຈ່າຍໄປກັບກິດຈະກຳຂອງລູກໆພຽງແຕ່ 1,700 ໂດລາ

ສິ່ງທີ່ເຮັດໃຫ້ເຫັນໄດ້ຊັດເຈນທີ່າສຸດຄືຄວາມເຫຼື່ອມລໍ້າ ແລະ ເມື່ອເບິ່ງມາາທີ່ປະເທດເຮົາເອງກໍຈະຍິ່ງເຫັນໄດ້ຊັດເຈນຍິ່ງຂຶ້ນ, ຍິ່ງໃນສະພາບການເສດຖະກິດທີ່ບໍ່ດີແບບນີ້ ການທີ່ໄວໝຸ່ມຄົນໜຶ່ງຈາກຄອບຄົວທີ່ທຸກຍາກຢາກຈະປະສົບຄວາມສຳເລັດຕ້ອງໄດ້ພະຍາຍາມຫຼາຍຂຶ້ນ ແລະ ແນ່ນອນວ່າການເກີດມາໃນຄອບຄົວທີ່ຮັ່ງມີມັກຈະມີໂອກາດຫຼາຍກວ່າ

ເຖິງແນວໃດກໍຕາມ ການເກີດໃນຄອບຄົວທີ່ທຸກ ບໍ່ໄດ້ກຳນົດວ່າເຮົາຈະບໍ່ປະສົບຄວາມສຳເລັດໃນຊີວິດ ເຊັ່ນດຽວກັນກັບການເກີດໃນຄອບຄົວຮັ່ງມີ ກໍບໍ່ໄດ້ໝາຍຄວາມວ່າຈະປະສົບຄວາມສຳເລັດໂດຍບໍ່ຕ້ອງພະຍາຍາມຫຍັງເລີຍ.

ທີ່ມາ:

https://www.cnbc.com/2019/05/29/study-to-succeed-in-america-its-better-to-be-born-rich-than-smart.html

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/