ຮູ້ຈັກກັບ Oniomania ອາການເສບຕິດການຊັອບປິ້ງ ຊື້ກ່ອນ ຄຽດນຳຫຼັງ


ຫຼາຍຄົນມັກຊື້ ມັກຊັອບ ເພາະເຫັນວ່າເປັນການຊື້ຄວາມສຸກໃຫ້ຕົນເອງ ແຕ່ມີຄົນອີກບໍ່ໜ້ອຍທີ່ຮູ້ສຶກດີຫຼັງຈາກການຊື້ພຽງໄລຍະເວລາສັ້ນໆ ແຕ່ຫຼັງຈາກນັ້ນກໍມານັ່ງຄຽດທີ່ເສຍເງິນໄປກັບສິ່ງຂອງເຫຼົ່ານັ້ນ ນອກຈາກເສຍເງິນແລ້ວ ຍັງເສຍສຸຂະພາບຈິດອີກ ຖ້າທ່ານເປັນໜຶ່ງຄົນທີ່ມີອາການເຫຼົ່ານັ້ນ ທ່ານອາດຈະກຳລັງຕົກຢູ່ໃນພາວະ Oniomania ຫຼືອາການເສບຕິດການຊື້ຢູ່ກໍເປັນໄດ້

ອາການ Oniomania ແມ່ນພາວະທີ່ຄົນເຮົາບໍ່ສາມາດຄວບຄຸມພຶດຕິກຳການຊື້ຂອງຕົນເອງໄດ້ ເຖິງແມ່ນວ່າຈະເປັນສິ່ງຂອງທີ່ບໍ່ຈຳເປັນຫຼືບໍ່ໄດ້ມີຄວາມສຳຄັນກັບຊີວິດ

ເພາະວ່າຕອນທີ່ເຮົາກຳລັງຊື້ ເປັນໄລຍະທີ່ເຮົາຮູ້ສຶກຕື່ນເຕັ້ນມີຄວາມສຸກ ເຮັດໃຫ້ເຮົາຫາຂໍ້ດີຕ່າງໆນານາມາສະໜັບສະໜູນການຊື້ສິ່ງຂອງຕ່າງໆໃນຕອນນັ້ນວ່າມັນເປັນເລື່ອງດີ ແລະ ເປັນເລື່ອງຈຳເປັນ ແຕ່ຫຼັງຈາກຊື້ສິ່ງຂອງເຫຼົ່ານັ້ນມາແລ້ວ ພັດມີຄວາມຮູ້ສຶກກົງກັນຂ້າມເຊັ່ນ ຮູ້ສຶກເສຍດາຍເງິນ ຮູ້ສຶກວ່າສິ່ງຂອງເຫຼົ່ານັ້ນທີ່ຊື້ມາບໍ່ມີຄວາມຈຳເປັນເລີຍ ໄປຈົນເຖິງຮູ້ສຶກຄຽດທີ່ເງິນໜ້ອຍລົງ ຫຼື ບາງຄົນກໍຄຽດເພາະເປັນໜີ້ທີ່ຢືມເງິນມາຊື້ ແຕ່ເມື່ອກຸ່ມຄົນເຫຼົ່ານີ້ມີໂອກາດໄດ້ມາຊື້ອີກຄັ້ງພວກເຂົາກໍຫ້າມໃຈຕົນເອງບໍ່ໄດ້ເຊັ່ນເຄີຍ ເຮັດໃຫ້ເປັນພຶດຕິກຳວົນຊຳ້ໄປເລື້ອຍໆ

ອາການນີ້ ຖືເປັນຄວາມຜິດປົກກະຕິທາງພຶດຕິກຳ ທີ່ມີລັກສະນະສະເພາະຄືການມຸ່ງໜ້າໄປທີ່ການໃຊ້ຈ່າຍຢ່າງດຽວ ແລະ ຄວາມຕ້ອງການທີ່ບໍ່ມີສິ້ນສຸດຄ້າຍຄືກັບອາການເສບຕິດຂອງຄົນຕິດການພະນັນ

ຄຳວ່າ Oniomania ຖືກກ່າວເຖິງມາຕັ້ງແຕ່ປີ 1892 ເຊິ່ງຖືກຄົ້ນພົບໂດຍຈິດຕະແພດຄົນຝຣັ່ງຊື່ວ່າ Valentin Magnan ຫຼັງຈາກນັ້ນກໍຖືກກ່າວເຖິງໃນປຶ້ມຂອງແພດ Max Nordau ຄົນເຢຍລະມັນໂດຍໃຫ້ນິຍາມວ່າເປັນ “ຄວາມຫຼົງໃຫຼໃນການຊື້” ເຊິ່ງກໍເປັນທີ່ຮູ້ຈັກໃນວົງກວ້າງ ເພາະໃນສະໄໝນັ້ນເອງກໍມີຫຼາຍຄົນທີ່ປະສົບບັນຫານີ້ເຊັ່ນກັນ ຈົນມາເຖິງປັດຈຸບັນ ອາການນີ້ສາມາດເກີດຂຶ້ນໄດ້ກັບຄົນທຸກເພດທຸກໄວ

ແບບໃດຈຶ່ງຖືວ່າມີອາການ Oniomania?

ບໍ່ແມ່ນທຸກຄົນທີ່ມັກການຊື້ ແລ້ວຈະມີອາການ Oniomania,

ຄົນທີ່ມີອາການນີ້ ຈະບໍ່ສາມາດຕັດສິນໃຈໄດ້ຢ່າງມີເຫດຜົນ ບໍ່ສົນໃຈລາຄາສິນຄ້າ ບໍ່ສົນໃຈເງິນໃນກະເປົາຕົນເອງ ຂໍພຽງແຕ່ໄດ້ຊື້ສິ່ງທີ່ຢາກຊື້

ມີການສັນນິດຖານເຖິງປັດໄຈຫຼັກທີ່ເຮັດໃຫ້ຄົນມີພາວະດັ່ງກ່າວ ເຊິ່ງມີ 2 ປັດໄຈຄື:

  • ໄດ້ຮັບສິ່ງກະຕຸ້ນ ບໍ່ວ່າຈະເປັນສື່ອອນລາຍ ການຣີວິວສິນຄ້າຈາກຄົນດັງ ໂປຣໂມຊັນ ສິນຄ້າທີ່ສິລະປິນທີ່ເຮົາມັກເປັນພຣີເຊັນເຕີໃຫ້ ການບອກຕໍ່ຈາກຄົນຮູ້ຈັກ ສິ່ງເຫຼົ່ານີ້ກະຕຸ້ນໃຫ້ຢາກລອງໃຊ້ ຢາກມີຄອບຄອງ ໂດຍສິນຄ້າສ່ວນໃຫຍ່ຈະເປັນສິນຄ້າຟຸມເຟືອຍ
  • ບັນຫາໃນຊີວິດ: ຫຼາຍຄົນມັກໃຊ້ການຊັອບປິ້ງ ການຊື້ຈ່າຍໃຊ້ສອຍເປັນການຊ່ວຍຟື້ນຟູສະພາບຈິດໃຈຈາກການພົບເຈິເຫດການບາງຢ່າງໃນຊີວິດ

ພາວະນີ້ສາມາດປິ່ນປົວໃຫ້ເຊົາໄດ້ບໍ່?

ການປິ່ນປົວໃນປັດຈຸບັນແມ່ນການນຳໃຊ້ວິທີບຳບັດທາງຈິດ ຊ່ວຍໃຫ້ຜູ້ທີ່ປະສົບບັນຫາສາມາດຄວບຄຸມຕົນເອງຈາກການຊື້ໄດ້ ລວມເຖິງການກັບມາມີຄວາມສຳພັນທີ່ດີກັບຄົນອ້ອມຂ້າງໃຫ້ຫຼາຍຂຶ້ນ.

ແຕ່ເຖິງຢ່າງໃດກໍຕາມ ການຊື້ເຄື່ອງເພື່ອຕົນເອງບໍ່ແມ່ນເລື່ອງຜິດ ແຕ່ຖ້າວ່າການຊື້ນັ້ນເຮັດໃຫ້ເຮົາຕ້ອງເປັນທຸກໃຈ ຫຼືຊື້ເກີນກຳລັງທີ່ເງິນເຮົາສາມາດຈ່າຍໄດ້ ແລະ ມີຄວາມຄຽດທຸກຄັ້ງຫຼັງຊື້, ແບບນີ້ ອາດບົ່ງບອກໄດ້ວ່າເຈົ້າກຳລັງມີອາການ Oniomania ຢູ່, ແທນທີ່ເປັນການຊື້ເພື່ອຄາຍຄຽດ ອາດຈະຄຽດເພາະບໍ່ມີເງິນໃຊ້ກໍເປັນໄດ້.

ທີ່ມາ:

https://bigthink.com/sponsored/oniomania-compulsive-spending/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/