ວັດທະນາ ອິນທະລັກສາ ນັກສຶກສາຜູ້ທີ່ມີຄະແນນສູງສຸດຂອງມະຫາວິທະຍາໄລແຫ່ງຊາດ


ບົດສຳພາດສຸດພິເສດ ຈາກ ແບ້ງກີ້ ອິນທະລັກສາ
ໄວໜຸ່ມທີ່ເຕັມໄປດ້ວຍຄວາມສາມາດ ທີ່ຍາດເອົາອັນດັບ 1 ຂອງມະຫາວິທະຍາໄລ ດ້ວຍຄະແນນ 3.99

ທ.ວັດທະນາ ອິນທະລັກສາ (ແບ້ງກີ້) ຈາກຄະນະນິຕິສາດ ແລະ ລັດຖະສາດ ພາກວິຊາການພົວພັນສາກົນ ນັກສຶກສາຜູ້ທີ່ມີຄະແນນສູງສຸດຂອງສົກສຶກສາ 2022-2023 ເຊິ່ງມີຄະແນນສະເລ່ຍ ຫຼື CGPA ຢູ່ທີ່ 3.99.

1. ຮູ້ສຶກແນວໃດທີ່ໄດ້ຄະແນນສູງເປັນທີ 1 ຂອງ ມຊ?

-ທຳອິດຍັງມີຄວາມຮູ້ສຶກງົງ ເພາະບໍ່ຄິດວ່າຈະໄດ້ຄະແນນສູງ ແລ້ວກໍຮູ້ສຶກດີໃຈ ຖືວ່າເປັນໝາກຜົນຂອງເຮົາ ທີ່ສາມາດເຮັດເປັນຮູບປະທຳໄດ້.

2. ຜ່ານມາຕັ້ງໃຈຮຽນຫຼາຍບໍ່?

-ມີຄວາມຕັ້ງໃຈໃນການຮຽນຫຼາຍພໍສົມຄວນ ລວມເຖິງວຽກງານ ກ່ອນຈະລົງມືເຮັດແມ່ນເຮັດເຕັມທີ່ ຄົນອື່ນເຮັດໄດ້ເຮົາກໍຕ້ອງເຮັດໄດ້.

3. ມີວິທີການຮຽນຄືແນວໃດ?

-ປົກກະຕິເປັນຄົນຮູ້ຈຸດພິເສດຂອງຕົນເອງ, ຈັບໃຈຄວາມບົດຮຽນແລ້ວຂຽນ ພ້ອມກັບຈິດຕະນາການວ່າຕົນເອງວ່າຢູ່ໃນເຫດການນັ້ນໆ, ພິເສດແມ່ນລົງປະຕິບັດຕົວຈິງ ເຊັ່ນ: ໄປແຂ່ງຂັນຢູ່ຕ່າງປະເທດ, ເຮັດບົດວິໄຈການເທຣນໄວໜຸ່ມ, ເປັນຄູອາສາ, ສະໝັກທຶນຢູ່ສິງກະໂປ, ສະໜັບສະໜູນ LGBTQ+.

4. ມີແຮງບັນດານໃຈໃນການຊຸກດັນຕົນເອງເລື່ອງການຮຽນແນວໃດ?

ໃນຊີວິດເຄີຍຄິດຢາກຈົບຊີວິດມາ 3 ຄັ້ງ ປະມານເທື່ອສຸດທ້າຍກໍຮູ້ຄຳຕອບຂອງຕົນເອງ ແລ້ວປ່ຽນຄວາມຄິດໃໝ່ ເຮົາຕ້ອງລອງໃຊ້ຊີວິດ ສະແຫວງຫາສິ່ງໃໝ່ຢູ່ໃນໂລກນີ້ ຮູ້ວ່າຍັງມີຫຼາຍສິ່ງຖ້າເຮົາຢູ່ ດີກວ່າໃຊ້ຊີວິດແບບເກົ່າ ເປັນອີກໜຶ່ງແຮງບັນດານໃຈໃຫ້ເຮັດໃນສິ່ງທີ່ເຮັດ. ການເບິ່ງການປະກວດນາງງາມກໍເປັນອີກແຮງບັນດານໃຈ ເພາະແຕ່ລະຄົນມີພື້ນຫຼັງຊີວິດຂອງຍອດນັກສູ້.

5. ຢາກເຮັດຫຍັງໃນອະນາຄົດບໍ່?

ຢາກເປັນກະບອກສຽງໃຫ້ສັງຄົມ ຢາກເຮັດວຽກກັບ NGO ຫຼື ຖ້າມີໂອກາດຢາກເຮັດ NGO ຂອງຕົນເອງ ໃນການຊ່ວຍເຫຼືອ ເຊັ່ນ: ການມີເພດສຳພັນທີ່ຖືກວິທີ, ຫຼຸດການກືກໜັງສືໃນ ສປປ ລາວ ໃຫ້ໜ້ອຍລົງ, ສົ່ງເສີມຄວາມເທົ່າທຽມທາງເພດຢ່າງແທ້ຈິງ. ເຖິງຈະຍາກແຕ່ເຊື່ອວ່າຖ້າຕັ້ງໃຈທີ່ຈະຫາທຶນ ຫາອົງກອນຊ່ວຍເຫຼືອມັນກໍອາດຈະເປັນໄປໄດ້.

ຕິດຕາມນ້ອງໄດ້ທີ່ Facebook: Banky Vatthana Inthalucksa

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/