ຕາລີບັນ ບໍ່ອະນຸຍາດໃຫ້ຜູ້ຍິງຫຼິ້ນກິລາທຸກປະເພດ


ການເມືອງຂອງຕາລີບັນໃນໄລຍະນີ້ ກົດລະບຽບ, ວັດທະນະທຳ ແລະ ປະເພນີຕ່າງໆ ກໍຍັງປະຕິບັດແບບເຄັ່ງຄັດ ແລະ ມີຂໍ້ຫ້າມຫຼາຍໆຢ່າງ ເພື່ອໃຫ້ກົງກັບສາສະໜາ.

ຫຼ້າສຸດ ສື່ຕ່າງປະເທດໄດ້ລະບຸວ່າ ຕາລີບັນໄດ້ສັ່ງຫ້າມບໍ່ໃຫ້ຜູ້ຍິງຫຼິ້ນກິລາທຸກປະເພດ, ນອກຈາກນີ້ ກໍໄດ້ມີການເວົ້າເຖິງປະເດັນກິລາ ຄຣິເກັດ (Cricket) ເຊິ່ງເປັນກິລາທີ່ນິຍົມໃນປະເທດເລີຍກໍວ່າໄດ້. ເຊິ່ງທາງຫົວໜ້າຄະນະກຳມະການດ້ານວັດທະນະທຳຕາລີບັນ Ahmadullah Wasiq ໄດ້ກ່າວວ່າ: “ເປັນສິ່ງບໍ່ສົມຄວນທີ່ຜູ້ຍິງຈະຫຼິ້ນກິລາປະເພດນີ້ ແລະ ບໍ່ຄິດຈະອະນຸຍາດໃຫ້ຫຼິ້ນ”

“ກິລາປະເພດນີ້ ມັນເຮັດໃຫ້ມີການເປີດເຜີຍໜ້າຕາ ແລະ ຮູບຮ່າງ ເຊິ່ງສາສະໜາອາດຈະບໍ່ຖືກໃຈສິ່ງນີ້. ປັດຈຸບັນ ໂລກມີການພັດທະນາ ມີສື່ເທັກໂນໂລຍີທີ່ທັນສະໄໝ ອາດຈະເຮັດໃຫ້ມີການເຜີຍແຜ່ຮູບພາບ ວີດີໂອຕ່າງໆ ອອກໄປສູ່ໂລກກວ້າງ ເຊິ່ງສາສະໜາອິດສະລາມບໍ່ອະນຸຍາດ ເພາະບໍ່ເປັນໄປຕາມລະບຽບການແຕ່ງຕົວ”

“ແນ່ນອນຢູ່ແລ້ວ ເລື່ອງດັ່ງກ່າວຈະບໍ່ໃຫ້ເກີດຂຶ້ນເດັດຂາດ ແລະ ກິລາປະເພດອື່ນໆ ຜູ້ຍິງກໍບໍ່ໄດ້ແຕ່ງກາຍຕາມຫຼັກຂອງອິດສະລາມ ເຊິ່ງບໍ່ອະນຸຍາດໃຫ້ຜູ້ຍິງຫຼິ້ນກິລາ”

ສະຫຼຸບແລ້ວ ການທີ່ຕາລີບັນຫ້າມບໍ່ໃຫ້ຫຼິ້ນກໍອ້າງວ່າເພື່ອບໍ່ໃຫ້ມີການເສື່ອມເສຍຕໍ່ສາສະໜາ ທີ່ເຄົາລົບນັບຖືມາດົນນານ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/