ມາເບິ່ງຄວາມປັງຂອງເພງ Lalisa ໂດຍ Lisa BLACKPINK ທີ່ເຮັດໃຫ້ທຸກຄົນຕ້ອງອຶ້ງ!!!


ຜ່ານໄປແລ້ວໜຶ່ງອາທິດກັບການເປີດຕົວເພງ Lalisa ຈາກອາລະບ້ຳດ່ຽວທຳອິດຂອງ Lisa BLACKPINK ຫຼື ນ້ອງນ້ອຍຂອງວົງເຄປັອບລະດັບໂລກ. ພ້ອມທັງຍັງໄດ້ທຳລາຍສະຖິຕິໃຫຍ່ອີກຫຼາກຫຼາຍສະຖິຕິບໍ່ວ່າຈະເປັນ

– ຍອດສັ່ງຈອງອາລະບ້ຳທະລຸ 100,000 ໄດ້ພາຍໃນ 27 ຊົ່ວໂມງ ກາຍເປັນສິລະປິນເຄປັອບຍິງດ່ຽວທີ່ໄດ້ຍອດສັ່ງຈອງທະລຸ 100,000 ໄວທີ່ສຸດໃນປະຫວັດສາດ.
– ທຳລາຍສະຖິຕິສັ່ງຈອງຍອດອາລະບ້ຳທະລຸ 50,000, 60,000, 70,000, 80,000, 90,000 ໄດ້ໄວທີ່ສຸດ.
– Lisa ຍັງເປັນສິລະປິນເຄປັອບຍິງດ່ຽວທີ່ມີຍອດເຂົ້າຊົມໃນຢູທູບພາຍໃນ 24 ຊົ່ວໂມງທຳອິດຫຼາຍທີ່ສຸດ, ນອກຈາກນີ້ຍັງໃຊ້ເວລາພຽງ 49 ຊົ່ວໂມງ 5 ນາທີ ທະລຸ 100 ລ້ານວິວໃນຢູທູບ.
– ບໍ່ພຽງແຕ່ເທົ່ານັ້ນ, ເມື່ອເອັມວີອອກ ມີຊີນທີ່ Lisa ໄດ້ແຕ່ງຕົວໃນຊຸດໄທກໍໄດ້ເຮັດໃຫ້ແຟນໆພາກັນຂົນລຸກໄປໝົດ ພ້ອມທັັງເຮັດໃຫ້ຊຸດໄທທີ່ຕົນເອງໃສ່ນັ້ນເປັນທີ່ໂດ່ງດັງຈົນເຖິງຂັ້ນຕ້ອງຍາດກັນຊື້ໄປທົ່ວປະເທດ.

ສະໄຕລ໌ເພງທີ່ເອີ້ນໄດ້ວ່າສຸດຈະ YG ແບບສະໄໝກ່ອນຂອງເພງ Lalisa ປະສົມປະສານກັບການແຣັບໃນຍຸກໃໝ່ນີ້ ສາມາດດຶງດູດໃຫ້ທັງແຟນໆຄ້າຍ YG ຈາກຍຸກເກົ່າ ແລະ ຍຸກໃໝ່ຫັນມາຟັງໄດ້ບໍ່ຍາກເລີຍ. ການໃຊ້ບີດດົນຕີທີ່ມິນິມໍກໍເປັນອີກໜຶ່ງເອກະລັກທີ່ Teddy ຫຼືໂປຣດິວເຊີຂອງຄ້າຍເຮັດໄດ້ດີ ຈົນສ້າງຊື່ສຽງໃຫ້ແຕ່ລະເພງເປັນເພງລະດັບໂລກ ແຖມຍັງເປັນທີ່ຈື່ຈຳໄດ້ວ່າ ນີ້ແຫຼະວາຍຈີ!

ນອກຈາກຄວາມຫຼາກຫຼາຍຂອງບົດເພງແລ້ວ ເມື່ອເຮົາເບິ່ງ MV ປະກອບເຂົ້າໄປນຳ ກໍຍິ່ງເພີ່ມລະດັບໃຫ້ມ່ວນຂຶ້ນໄປອີກ. ບໍ່ວ່າຈະເປັນການໃຊ້ສີໃນແຕ່ລະຊີນໃຫ້ເຊື່ອມໂຍງກັນ, ການສະແດງສີໜ້າຂອງ Lisa ເອງ ແລະ ເນື້ອເພງທີ່ເສີມເຂົ້າໄປເອີ້ນໄດ້ວ່າລົງຕົວທີ່ສຸດ. ອ້າງອີງຈາກຊື່ເພງ Lalisa ທີ່ໝາຍເຖິງຊື່ແທ້ໆຂອງສິລະປິນເອງ ພວກເຮົາກໍສາມາດເດົາໄດ້ບໍ່ຍາກວ່າຂໍ້ຄວາມຈາກມັນກໍຄືການສະແດງຄວາມເປັນຕົວຕົນຂອງ Lisa. ຜົນກໍຄື, ບໍ່ວ່າຈະທາງຮູບພາບ ຫຼື ດົນຕີ ເຮົາກໍສາມາດບອກໄດ້ວ່ານີ້ແມ່ນ Lisa ແນ່ນອນ!

ການເບິ່ງເອັມວີຄັ້ງນີ້ ບໍ່ແມ່ນວິດີໂອ ຫຼື ເພງທີ່ຍາດກັນເດັ່ນ ແຕ່ເປັນການທີ່ທັງສອງຊ່ວຍດັນກັນໃຫ້ສົມບູນແບບໄປນຳກັນ ຈົນກາຍເປັນວ່າມັນບໍ່ສາມາດແຍກຂາດຈາກກັນໄດ້. ບໍ່ແປກໃຈເລີຍທີ່ເມື່ອເປີດຕົວເພງຈະໄດ້ຮັບກະແສ ແລະ ຍອດວິວຢ່າງຮຸນແຮງເທົ່ານີ້ ເພາະເມື່ອຜູ້ຊົມໄດ້ເບິ່ງຜົນງານນີ້ແລ້ວກໍຈະບໍ່ສາມາດອິ່ມຈາກມັນໄດ້ຈາກການເບິ່ງພຽງຮອບດຽວ, ມັນຈະຕ້ອງມີຮອບສາມຮອບສີ່ ແລະ ຮອບຕໍ່ໆໄປ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/