ທະນາຄານພັດທະນາລາວ ແລະ ທະນາຄານ ກຣຸງສີ ເປີດໂຕບໍລິການໂອນເງິນດ່ວນ ລະຫວ່າງປະເທດ…


ພີທີເປີດໂຕ ບໍລິການໂອນເງິນດ່ວນລະຫວ່າງປະເທດແບບ Real Time, ດ້ວຍລະບົບ Krungsri – LDB Global Transfer ລະຫວ່າງ ທະນາຄານພັດທະນາລາວ ແລະ ທະນາຄານ ກຣຸງສີ ປະເທດໄທ. ພິທີເປີດໂຕ ແມ່ນໄດ້ຈັດຂຶ້ນດ້ວຍຮູບແບບການປະຊຸມທາງໄກ (Virtual Launching Ceremony) ເຊິ່ງໄດ້ຈັດຂຶ້ນຢູ່ສອງປະເທດ ຄື: ສປປ ລາວ ແລະ ປະເທດໄທ ໂດຍທີ່ທະນາຄານກຣຸງສີ ແມ່ນໄດ້ຈັດຂຶ້ນທີ່ສໍານັກງານໃຫຍ່ ທະນາຄານກຣຸງສີ ອາຍຸດທະຍາ (ກຣຸງເທບ), ແລະ ທະນາຄານພັດທະນາລາວ ແມ່ນໄດ້ຈັດຂຶ້ນທີ່ ໂຮງແຮມ Crowne Plaza (ນະຄອນຫລວງວຽງຈັນ) ໃນວັນຈັນ ທີ 12/10/2020 ໂດຍການເປັນປະທານຂອງ ທ່ານ ພຸດທະໄຊ ສີວິໄລ ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ແລະ ທ່ານ ນ ບຸດສະກອນ ທິລາປັນຍາໄຊ ຜູ້ອໍານວຍການອາວຸໂສ ຝ່າຍນະໂຍບາຍລະບົບການຊໍາລະເງິນ ທະນາຄານແຫ່ງປະເທດໄທ.

ໃນງານໃຫ້ກຽດຂຶ້ນເປີດໂຕຜະລິດຕະພັນຢ່າງເປັນທາງການໂດຍ ທ່ານ ປອ ອາຄົມ ປຣະເສີດ ຜູ້ອໍານວຍການໃຫຍ່ ທະນາຄານພັດທະນາລາວ ແລະ ທ່ານ ແດນ ຮາໂຊໂນ, ຄະນະກໍາມະທິການ ຜູ້ບໍລິຫານທະນາຄານ ກຣຸງສີ ອາຍຸດທະຍາ ມະຫາຊົນ ຈໍາກັດ ປະເທດໄທ, ໂດຍການເປັນສັກຂີພະຍານໂດຍ ທ່ານ ພຸດທະໄຊ ສີວິໄລ ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ແລະ ທ່ານ ນ ບຸດສະກອນ ທິລາປັນຍາໄຊ ຜູ້ອໍານວຍການອາວຸໂສ ຝ່າຍນະໂຍບາຍລະບົບການຊໍາລະເງິນ ທະນາຄານແຫ່ງປະເທດໄທ.

ພ້ອມກັນນີ້ຍັງມີຕາງໜ້າ ຈາກບັນດາກົມທີ່ມາຈາກ ທະນາຄານແຫ່ງ ສປປ ລາວ, ທະນາຄານແຫ່ງປະເທດໄທ, ຄະນະບໍລິຫານງານ ພ້ອມດ້ວຍຄູ່ຮ່ວມທຸລະກິດ ແລະ ລູກຄ້າຂອງທັງ 02 ທະນາຄານ ເຂົ້າຮ່ວມເປັນສັກຂີພະຍານ. ເຊິ່ງຫລັງຈາກການເປີດໂຕບໍລິການດັ່ງກ່າວໃນຄັ້ງນີ້, ລູກຄ້າທີ່ເປັນນິຕິບຸກຄົນ ແລະ ບຸກຄົນ ສາມາດດໍາເນີນທຸລະກໍາການໂອນເງິນ ຊໍາລະສະສາງລະຫວ່າງປະເທດ (ລາວ ແລະ ໄທ) ໄດ້ຢ່າງວ່ອງໄວ (Real Time), ສະດວກສະບາຍ ແລະ ມີຄ່າທໍານຽມຕໍ່າ. ພິເສດນັບແຕ່ເດືອນຕຸລາ ເຖິງເດືອນທັນວາ ປີ 2020 ນີ້ ທະນາຄານ ໄດ້ມີໂປຣໂມຊັນ ສໍາລັບລູກຄ້າທີ່ເຂົ້າມາໃຊ້ບໍລິການດັ່ງກ່າວຄື: ຍົກເວັ້ນຄ່າທໍານຽມການໂອນເງິນຈາກ ໄທມາລາວ (ຟຣີ) ແລະ ເກັບຄ່າທໍານຽມພຽງ 50% ສໍາລັບລູກຄ້າທີ່ໂອນເງິນຈາກ ລາວໄປໄທ.

ຂ່າວຈາກ: Facebook Page ທະນາຄານພັດທະນາລາວ