ຍີ່ປຸ່ນປະກາດຈະສັກວັກຊີນຕ້ານໂຄວິດໃຫ້ປະຊາຊົນຟຣີ


ກະຊວງສາທາລະນະສຸກຂອງຍີ່ປຸ່ນປະກາດຈະສັກວັກຊີນຕ້ານ ໂຄວິດ-19 ໃຫ້ປະຊາຊົນຟຣີ ໂດຍມີເປົ້າໝາຍທີ່ຈະຫຼຸດຈຳນວນຜູ້ຕິດເຊື້ອ ແລະ ຜູ້ທີ່ເສຍຊີວິດຈາກ ໂຄວິດ-19. ເຊິ່ງລັດຖະບານໄດ້ຕັ້ງງົບປະມານໃນເລື່ອງນີ້ເອົາໄວ້ທີ່ 6,714 ແສນລ້ານເຢນ ຫຼືປະມານ 6.4 ພັນລ້ານໂດລາ.

ລາຍງານຂ່າວລະບຸວ່າ ລັດຖະບນຍີ່ປຸ່ນພະຍາຍາມເຕັມທີ່ທີ່ຈະຫາວັກຊີນໃຫ້ພຽງພໍພາຍໃນເຄິ່ງປີທຳອິດຂອງປີ 2021 ເພື່ອສັກໃຫ້ປະຊາຊົນທຸກຄົນ, ໂດຍລະຖະບານໄດ້ເຊັນສັນຍາຕົກົງກັບບໍລິສັດ ແອສຕຣ້າ ເຊນເນກ້າ ຜູ້ຜະລິດຢາຂອງອັງກິດ ແລະ ບໍລິສັດ ໄຟເຊີ ຜູ້ຜະລິດຢາລາຍໃຫຍ່ຂອງອາເມຣິກາ ເພື່ອສົ່ງມອບວັກຊີນທັນທີທີ່ການພັດທະນາປະສົບຄວາມສຳເລັດ.

ທີ່ມາ: https://www.posttoday.com/world/634526