ອັງກິດເລີ່ມແບນທໍ່ດູດທີ່ເຮັດຈາກພລາສຕິກແລ້ວ


ອັງກິດເລີ່ມແບນທໍ່ດູດພລາສຕິກ, ສຳລີກ້ານ ແລະ ບ່ວງຄົນກາເຟທີ່ເຮັດຈາກພລາສຕິກແລ້ວ ຫ້າມຮ້ານຄ້າ ແລະ ຮ້ານອາຫານແຈກໃຫ້ລູກຄ້າ ຫວັງຫຼຸດປັນຫາຂີ້ເຫຍື້ອຍພລາສຕິກ.

ເມື່ອັນທີ 1 ຕຸລາ ອັງກິດເລີ່ມບັງຄັບໃຊ້ກົດໝາຍຫ້າມແຈກ ແລະ ຫ້າມຈຳໜ່າຍທໍ່ດູດ, ສຳລີກ້ານ ແລະ ບ່ວງຄົນດາເຟ ທີ່ເຮັດຈາກພລາສຕິກທີ່ໃຊ້ຄັ້ງດຽວແລ້ວຖິ້ມ ຫຼັງຈາກປົກກະຕິທີ່ຕ້ອງບັງຄັບໃຊ້ຕັ້ງແຕ່ເດືອນເມສາທີ່ຜ່ານມາ.

ດ້ານນັກເຄື່ອນໄຫວປົກປ້ອງສິ່ງແວດລ້ອມຕ່າງກໍຍອມຮັບການບັງຄົບໃຊ້ມາດຕະການຄັ້ງນີ້ ລະບຸວ່າ ເປັນການກວາດລ້າງການໃຊ້ພລາສຕິກແບບຄັ້ງດຽວແລ້ວຖິ້ມ ກາຍເປັນຂີ້ເຫຍື້ອທີ່ກໍ່ໃຫ້ເກີດບັນຫາໃນການຈັດການ. ໂດຍທີ່ຜ່ານມາ ຊາວອັງກິດໃຊ້ທໍ່ດູດພລາສຕິກ ປີລະປະມານ 4,700 ລ້ານອັນ, ບ່ວງຄົນກາເຟ316 ລ້ານອັນ ແລະ ສໍາລີກ້ານ 1,800 ລ້ານອັນ ມີຈໍານວນບໍ່ໜ້ອຍທີ່ກາຍເປັນຂີ້ເຫຍຶ້ອຢູ່ໃນທະເລ.

ເຖິງຢ່າງໃດກໍຕາມ ຍັງມີຂໍ້ຍົກເວັ້ນໃຫ້ໂຮງໝໍ ບາ ແລະ ຮ້ານອາຫານ ບໍລິການທໍ່ພລາສຕິກໃຫ້ກັບຄົນພິການ ຫຼື ຜູ້ປ່ວຍທີ່ມີຄວາມຈໍາເປັນທີ່ຈະຕ້ອງໃຊ້ທໍ່ພລາສຕິກໄດ້.

ກ່ອນໜ້ານີ້ລັດຖະບານອັງກິດ ຫາກໍເລີ່ມມີກົດໝາຍຫ້າມໃຊ້ ໄມໂຄບີດ ໃນຜະລິດຕະພັນຕ່າງໆ ຫຼັງມີງານວິໄຈພົບວ່າຊິ້ນສ່ວນຂະໜາດນ້ອຍໆຂອງພລາສຕິກທີ່ປົນເປື້ອນຢູ່ໃນແມ່ນ້ຳ ແລະ ທະເລ ສາມາດເຂົ້າໄປຢູ່ໃນໂຕຂອງສັດທະເລຕ່າງໆ ແລະ ເມື່ອມະນຸດນຳສັດເຫຼົ່ານັ້ນມາບໍລິໂພກກໍອາດຈະເກີດອັນຕະລາຍໄດ້ ແລະ ໄວໆນີ້ຍັງໄດ້ອອກມາດຕະການເກັບຄ່າຖົງຢາງພລາສຕິກຖົງລະ 5 ເພນນີ ສຳຫຼັບຄົນທີ່ຊື້ສິນຄ້າຈາກຫ້າງຊັບພະສິນຄ້າ ແລະ ຊູບເປີ້ມາເກັດໄປແລ້ວ ໂດຍມາດຕະການນີ້ ຊ່ວຍຫຼຸດປະລິມານຖົງຢາງພລາສຕິກໃນລະບົບລົງເຖິງ 15,000 ລ້ານອັນຕໍ່ໄປ.

ທີ່ມາ: https://www.thairath.co.th/news/foreign/1943261