ໄຊຊະນະອັນນ້ອຍໆຂອງ Binance.US! ຫຼັງຈາກທີ່ສານສະຫະລັດໄດ້ປະຕິເສດຄຳຮ້ອງຂໍຂອງ SEC ໃນການເຂົ້າກວດສອບເອກະສານຂອງ Binance.US


ໃນມື້ນີ້ Binance.US ກະດານເທຣດສາຂາໃນສະຫະລັດຂອງ Binance ໄດ້ຮັບໄຊຊະນະຈາກຄະດີຄວາມທີ່ກຳລັງດຳເນີນຢູ່ໃນປັດຈຸບັນ. ໂດຍ Binance ເລີ່ມໄດ້ຮັບຄວາມສົນໃຈຈາກໜ່ວຍງານຄຸ້ມຄອງດູແລນັບຕັ້ງແຕ່ SEC ຢື່ນຟ້ອງຕໍ່ສານ, ສົ່ງຜົນໃຫ້ບໍລິສັດມີປະລິມານການຊື້ຂາຍໃນແພລັດຟອມຫຼຸດລົງ ແລະ ອາດເປັນສາເຫດທີ່ເຮັດໃຫ້ຜູ້ບໍລິຫານລະດັບສູງຫຼາຍຄົນຕ່າງກໍພາກັນລາອອກຈາກບໍລິສັດ.

ກ່ອນໜ້ານີ້ SEC ໄດ້ຍື່ນຂໍຮ້ອງໃຫ້ມີການກວດສອບ Binance.US ຫຼັງຈາກພິຈາລະນາວ່າ Ceffu ເຊິ່ງແມ່ນແພລັດຟອມດູແລສິນຊັບດິຈິຕອນສໍາລັບສະຖາບັນການເງິນ, ແຕ່ໃນຄວາມເປັນຈິງແລ້ວແພລັດຟອມດັ່ງກ່າວແມ່ນໜ່ວຍງານທີ່ກ່ຽວຂ້ອງກັບ Binance. ນອກຈາກນີ້ SEC ຍັງກ່າວຫາວ່າ Binance.US ໄດ້ໂອນເງິນທຶນຂອງລູກຄ້າໃນສະຫະລັດອອກນອກປະເທດ ເຊິ່ງຖືເປັນການລະເມີດຂໍ້ຕົກລົງກ່ອນໜ້ານີ້ລະຫວ່າງບໍລິສັດ ແລະ ຄະນະກໍາມະການ. ດັ່ງນັ້ນຄະນະກໍາມະການຈຶ່ງຮຽກຮ້ອງໃຫ້ມີການກວດສອບເອກະສານ ແລະ ຕິດຕໍ່ກັບຜູ້ໃຫ້ບໍລິການ wallet ໂດຍສະເພາະ.

“ຈາກຜົນການກວດສອບເບື້ອງຕົ້ນພົບວ່າ Binance.US ບໍ່ສາມາດອະທິບາຍກ່ຽວກັບການຈັດການ wallet ສິນຊັບດິຈິຕອນໄດ້ຢ່າງໜ້າເຊື່ອຖື ແລະ ຍັງຄົງໃຫ້ຂໍ້ມູນທີ່ບໍ່ມີຄວາມສອດຄ່ອງກັບ SEC ກ່ຽວກັບບົດບາດຂອງ Binance Holdings Limited (“BHL” ຫຼື “Binance”), ບໍລິສັດແມ່ຂອງ Binance.US ແລະ Ceffu ເຊິ່ງເປັນບໍລິສັດທີ່ກ່ຽວຂ້ອງຂອງ Binance ໃນການດູແລສິນຊັບຂອງລູກຄ້າ”

ໂດຍຫຼ້າສຸດທາງ Binance.US ກໍໄດ້ມີການໂຕ້ແຍ້ງວ່າ ຄຳຮ້ອງຂໍຂອງຄະນະກຳມະການນັ້ນ “ແມ່ນຫຼາຍເກີນໄປ” ແລະ ບໍ່ສະດວກທີ່ຈະເຮັດຕາມຄຳຂໍຮ້ອງດັ່ງກ່າວ. Zia Faruqui ຜູ້ພິພາກສາສານເຂດສະຫະລັດຈຶ່ງໄດ້ປະຕິເສດຄໍາຮ້ອງຂອງ SEC ໃນການກວດສອບເອກະສານ.

ຢ່າງໃດກໍຕາມ, ສານໄດ້ຂໍໃຫ້ Binance.US ສົ່ງເອກະສານເພີ່ມເຕີມ. ເນື່ອງຈາກທີ່ຜູ້ພິພາກສາ Zia Faruqui ຍັງບໍ່ໝັ້ນໃຈກ່ຽວກັບການຄວບຄຸມຊັບສິນຂອງ Binance.US.

ທີ່ມາ:

ambcrypto

coinjournal

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/