ຍິງອາຍຸ 40 ປີ ຖືກຕັດແຂນຂາທັງ 2 ຂ້າງ ຫຼັງກິນປານິນບໍ່ສຸກ


ລະວັງໃຜມັກກິນຂອງດິບ! ຍິງຊາວແຄລິຟໍເນຍ ອາຍຸ 40 ປີ ຕ້ອງຖືກຕັດແຂນຂາຖິ້ມທັງ 2 ຂ້າງ ຫຼັງຈາກກິນປານິນທີ່ປຸງບໍ່ສຸກ ຈົນຕິດເຊື້ອ Vibrio Vulnificus ພ້ອມກັບຕ້ອງໄດ້ເຂົ້າຮັບການຜ່າຕັດຄັ້ງຍິ່ງໃຫຍ່ທີ່ສຸດໃນຊີວິດ ພ້ອມເຂົ້າປິ່ນປົວໃນໂຮງໝໍເປັນເວລາຫຼາຍເດືືອນ.

ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ Laura Barajas ອາຍຸ 40 ປີ ເພດຍິງ ອາໄສຢູ່ທີ່ແຄລິຟໍເນຍ ສະຫະລັດອາເມຣິກາ ໄດ້ເກີດມີການປ່ວຍຫຼັງຈາກໄດ້ໄປຊື້ປາຈາກຕະຫຼາດທ້ອງຖິ່ນ ເພື່ອນຳກັບມາເຮັດອາຫານກິນ ແຕ່ປານິນທີ່ຊື້ມາແມ່ນປຸງແຕ່ງບໍ່ສຸກ ຈົນເວລາຜ່ານໄປ 1 ອາທິດ ກໍເລີ່ມມີການອາການປ່ວຍໜັກຈົນຕ້ອງເຂົ້າໂຮງໝໍ.

Laura Barajas ເລີ່ມມີການເຈັບປ່ວຍໜັກຂຶ້ນຈົນຕ້ອງໃຊ້ເຄື່ອງຊ່ວຍຫາຍໃຈ ໂດຍນິ້ວມື ນິ້ວຕີນ ຮິມປາກລຸ່ມໄດ້ກາຍເປັນສີດຳ ຈົນມີພາວະຕິດເຊື້ອຢ່າງຮຸນແຮງ ພ້ອມກັບມີພາວະໝາກໄຂ່ຫຼັງວາຍຮ່ວມນຳອີກ. ຈົນເວລາຜ່ານໄປໜຶ່ງເດືອນທາງທີມແພດໝໍຈຳເປັນຕ້ອງໄດ້ຕັດແຂນຂາທັງສອງຂ້າງຂອງ Laura Barajas ອອກເພື່ອຮັກສາຊີວິດເອົາໄວ້ ພ້ອມກັບອອກມາເປີດເຜີຍວ່າ ໄດ້ມີການຕິດເຊື້ອ Vibrio Vulnificus ທີ່ມາຈາກການປົນເປື້ອນ ເຊິ່ງເປັນແບັກທີເຣຍທີ່ເປັນອັນຕະລາຍຕໍ່ຊີວິດ.

ທັງນີ້ Vibrio Vulnificus ສາມາດຕິດໄດ້ 2 ທາງ:

  1. ຈາກການກິນອາຫານດິບ ຫຼື ອາຫານທີ່ມີການເຈືອປົນເຊິ່ງຈະມີອາການເຈັບ, ປວດຮາກ ແລະ ມີໄຂ້.
  2. ຕິດເຊື້ອຈາກທາງບາດແຜ ອາດຈະສະແດງອາການ ແດງ ປວດ ບວມ ຫຼື ມີຂອງແຫຼວໄຫຼອອກມາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/