ທຫລ ແຈ້ງໃຫ້ວິສາຫະກິດທີ່ເຮັດການນຳເຂົ້າ-ສົ່ງອອກ  ຮີບຮ້ອນໄປລົງທະບຽນ ແລະ ເປີດບັນຊີເງິນຝາກສະເພາະຂອງຜູ້ນໍາເຂົ້າ-ສົ່ງອອກ ກັບບັນດາທະນາຄານທຸລະກິດ


ກົມຄຸ້ມຄອງເງິນຕາຕ່າງປະເທດ ທະນາຄານ ແຫ່ງ ສປປ ລາວ ໄດ້ອອກແຈ້ງການໃຫ້ວິສາຫະກິດທີ່ເຮັດການນຳເຂົ້າ-ສົ່ງອອກ ຢູ່ ສປປ ລາວ ຮີບຮ້ອນໄປລົງທະບຽນນຳກົມການ ນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ທີ່ໄດ້ເລີ່ມປະຕິບັດແຕ່ເດືອນ ກໍລະກົດ 2023 ເປັນຕົ້ນມາ.

ໂດຍສໍາລັບການລົງທະບຽນທ່ານສາມາດຕື່ມໃສ່ແບບພິມ ສົ່ງຜ່ານທາງອີເມວນີ້: imexdiv@laomoic.org ຫຼື ຕິດຕໍ່ພະນັກງານຜູ້ຮັບຜິດຊອບໂດຍກົງເບີໂທລະສັບ: 020 96996565.

ພາຍຫຼັງສໍາເລັດການລົງທະບຽນແລ້ວ, ໃຫ້ນຳເອົາໃບຢັ້ງຢືນການລົງທະບຽນມາແຈ້ງ ຕໍ່ກົມຄຸ້ມຄອງເງິນຕາຕ່າງປະເທດ, ທະນາຄານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ທຫລ) ເພື່ອເປີດບັນຊີກ່ຽວກັບການນໍາເຂົ້າ-ສົ່ງອອກ ເພື່ອຊໍາລະ ແລະ ຮັບຊໍາລະກັບຕ່າງປະເທດນຳທະນາຄານທຸລະກິດໃດໜຶ່ງ ຢູ່ ສປປ ລາວ ຕາມລະບຽບການກ່ຽວຂ້ອງ, ເຊິ່ງສາມາດຕິດຕໍ່ພະແນກຄຸ້ມຄອງເງິນຕາດ້ານການຄ້າລະຫວ່າງປະເທດ, ກົມຄຸ້ມຄອງເງິນຕາຕ່າງປະເທດ ເບີໂທ: 030 5379078.

ໃນກໍລະນີວິສາຫະກິດໃດທີ່ບໍ່ໄດ້ລົງທະບຽນນຳກົມການນຳເຂົ້າ ແລະ ການສົ່ງອອກ ແລະ ເປີດບັນຊີສະເພາະກ່ຽວກັບຜູ້ສົ່ງອອກ-ນຳເຂົ້າ ນຳທະນາຄານທຸລະກິດ ຢູ່ ສປປ ລາວ ແມ່ນຈະບໍ່ສາມາດດຳເນີນການສົ່ງອອກ-ນຳເຂົ້າຕາມລະບຽບການ.

ຄວາມເຄື່ອນໄຫວດັ່ງກ່າວ ແມ່ນໜຶ່ງໃນຄວາມພະຍາຍາມຂອງລັດຖະບານ ໃນການຄຸ້ມຄອງ ເງິນຕາຕ່າງປະເທດ ເພື່ອໃຫ້ການໄຫຼອອກໄຫຼເຂົ້າຂອງເງິນຕາແມ່ນເຮັດຜ່ານລະບົບທະນາຄານ ທີ່ສາມາດກວດສອບໄດ້ ແລະ ມີຄວາມໂປ່ງໃສຫຼາຍຂຶ້ນ.

https://www.facebook.com

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/