ມາເລເຊຍ ສັ່ງຫ້າມສົ່ງອອກແຮ່ຫາຍາກ ຫຼີກເວັ້ນການສະແຫວງຫາຜົນປະໂຫຍດ ແລະ ປ້ອງກັນການສູນເສຍຊັບພະຍາກອນ


ນາຍົກລັດຖະມົນຕີ ມາເລເຊຍ ຈະເລີ່ມດຳເນີນນະໂຍບາຍໃນການຫ້າມສົ່ງອອກແຮ່ທາດຫາຍາກ ເພື່ອຫຼີກເວັ້ນການສະແຫວງຫາຜົນປະໂຫຍດ ແລະ ປ້ອງກັນການສູນເສຍຊັບພະຍາກອນ. ໂດຍມາດຕະການດັ່ງກ່າວເຮັດໃຫ້ມາເລເຊຍເປັນປະເທດຫຼ້າສຸດ ທີ່ຈຳກັດການສົ່ງອອກແຮ່ສຳຄັນ ເຖິງແມ່ນວ່າບໍ່ໄດ້ເປີດເຜີຍວ່າຈະມີຜົນບັງຄັບໃຊ້ເມື່ອໃດ.

ຈາກຂໍ້ມູນຂອງສຳນັກສຳຫຼວດທໍລະນີວິທະຍາສະຫະລັດໃນປີ 2019 ພົບວ່າ ມາເລເຊຍ ມີປະລິມານສຳຮອງຂອງແຮ່ຫາຍາກ 30,000 ເມຕຣິກຕັນ ໃນຂະນະທີ່ຈີນມີປະລິມານສຳຮອງແຮ່ຫາຍາກຫຼາຍທີ່ສຸດໃນໂລກເຖິງ 44 ລ້ານໂຕນ. ເຖິງຢ່າງໃດກໍຕາມ ການຕັດສິນໃຈດັ່ງກ່າວຈາກການທີ່ຕະຫຼາດໂລກແນມຫາແຫຼ່ງແຮ່ທາດຫາຍາກອື່ນໆ ທີ່ນອກເໜືອຈາກຈີນ ເພື່ອຫຼຸດການເພິ່ງພາຈີນທີ່ຫຼາຍຈົນເກີນໄປ ໂດຍຈີນເປັນຜູ້ຜະລິດແຮ່ທາດຫາຍາກຕ່າງໆ ທີ່ສຳຄັນລາຍໃຫຍ່ທີ່ສຸດໃນໂລກ ເຊິ່ງໃຊ້ກັນຢ່າງແຜ່ຫຼາຍ.

ນອກຈາກນີ້ ນາຍົກລັດຖະມົນຕີມາເລເຊຍຍັງໄດ້ລະບຸວ່າ ລັດຖະບານຈະສະໜັບສະໜູນການພັດທະນາອຸດສາຫະກຳແຮ່ຫາຍາກໃນມາເລເຊຍ ເຊິ່ງຈະຊ່ວຍສ້າງຜົນດີຕໍ່ເສດຖະກິດພາຍໃນປະເທດ ແລະ ການສັ່ງຫ້າມສົ່ງອອກແຮ່ຫາຍາກເຫຼົ່ານີ້ເປັນການຢຶດເອົາຜົນປະໂຫຍດສູງສຸດຂອງຊາດເປັນສິ່ງສຳຄັນ ໂດຍອຸດສາຫະກຳແຮ່ຫາຍາກຄາດວ່າຈະມີສ່ວນສະໜັບສະໜູນ GDP ໄດ້ເຖິງ 9.5 ພັນລ້ານຣິງກິດ (2 ພັນລ້ານໂດລາສະຫະລັດ) ໃນປີ 2025 ແລະ ຊ່ວຍສ້າງງານເກືອບ 7,000 ຕຳແໜ່ງ.

ການສັ່ງຫ້າມການສົ່ງອອກຂອງມາເລເຊຍ ອາດຈະສົ່ງຜົນກະທົບຕໍ່ຈີນ ເຊິ່ງນຳເຂົ້າແຮ່ຫາຍາກ ມາເລເຊຍ ປະມານ 8% ລະຫວ່າງເດືອນມັງກອນເຖິງເດືອນກໍລະກົດໃນປີ 2023. ລວມເຖິງອາດສົ່ງຜົນກະທົບຕໍ່ບັນດາບໍລິສັດຈີນທີ່ດຳເນີນກິດຈະການໃນມາເລເຊຍ. ໃນຂະນະທີ່ຕົ້ນປີຜ່ານມາ ຈີນໄດ້ປະກາດຂໍ້ຈຳກັດການສົ່ງອອກໂລຫະບາງຊະນິດ ທີ່ໃຊ້ກັນຢ່າງແຜ່ຫຼາຍໃນອຸດສາຫະກຳເຊມິຄອນດັກເຕີ ເຊິ່ງເປັນການເຄື່ອນໄຫວທີ່ຖືກເບິ່ງວ່າເປັນມາດຕະການຕອບໂຕ້ສຳລັບການຈຳກັດການຂາຍເຕັກໂນໂລຊີຂອງສະຫະລັດໄປຍັງຈີນ ແລະ ກໍ່ໃຫ້ເກີດຄວາມກັງວົນວ່າຈີນອາດຈຳກັັດການສົ່ງອອກແຮ່ສຳຄັນອື່ນໆ ລວມເຖິງແຮ່ຫາຍາກອີກດ້ວຍ.

ຂໍ້ມູນຈາກ:

AEC Connect

Rue Ters

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/