ໃນເວລາທີ່ຮູ້ສຶກໄຮ້ຄ່າ ເຮົາຈະສ້າງ Self-esteem ຂຶ້ນມາໄດ້ແນວໃດ?


ໃນເວລາທີ່ຈິດໃຈຂອງເຮົາອ່ອນແຮງ ຮູ້ສຶກວ່າຕົນເອງບໍ່ມີຄຸນຄ່າເລີຍ ການທີ່ຈະສ້າງຄວາມໝັ້ນໃຈໃຫ້ຕົນເອງນັ້ນມັນບໍ່ງ່າຍເລີຍ ແຕ່ໃນທາງວິທະຍາສາດນັ້ນກໍພໍຈະມີວິທີຊ່ວຍເຮົາໄດ້ຢູ່

“Low Self-esteem” ແມ່ນຫຍັງ?
ຄຳຖາມທຳອິດທີ່ເຮົາສົງໄສ ເຊິ່ງມັນຄືການທີ່ເຮົານັ້ນມີ Self-esteem ຕ່ຳ ຫຼື ຂາດຄວາມໝັ້ນໃຈ ແລະ ການນັບຖືໃນຕົວເອງ, ສິ່ງເຫຼົ່ານີ້ມັກຈະພາເຮົາໄປສູ່ການທີ່ຄົນເຮົາມີຄວາມຮູ້ສຶກທີ່ບໍ່ດີກັບຕົນເອງ ແລະ ຕໍ່ໍຊີວິດຂອງຄົນໆນັ້ນ ມີຜູ້ຄົນຈຳນວນບໍ່ໜ້ອຍທີ່ທຸກທໍລະມານກັບຄວາມຮູ້ສຶກທີ່ຕົນເອງບໍ່ມີຄຸນຄ່ານີ້ ແລະ ເຮັດໃຫ້ພວກເຂົາບໍ່ຮັກ, ບໍ່ເອົາໃຈໃສ່ຕົວເອງ ຮູ້ສຶກນັບຖື ແລະ ເຄົາລົບຕົນເອງໃນລະດັບທີ່ຕຳ່ກວ່າຄົນອື່ນ ຄິດວ່າຕົນເອງບໍ່ມີຄວາມສາມາດ ແລະ ມັກຈະຮູ້ສຶກວ່າເຮົານັ້ນບໍ່ເປັນທີ່ຮັກ ບໍ່ເປັນທີ່ຕ້ອງການ.

ຈາກງານວິໄຈຂອງ Morris Rosenberg ແລະ Timothy J. Owens ບອກໄວ້ວ່າ ຜູ້ທີ່ມີບັນຫາໃນເລື່ອງການມີ Self-esteem ຕ່ຳນັ້ນ ມີທ່າທີທີ່ຈະເປັນຄົນທີ່ມີຄວາມອ່ອນໄຫວຫຼາຍເປັນພິເສດຕໍ່ໂລກຮອບໆຕົວ.

ເຖິງແມ່ນວ່າ ໃຫ້ພົບກັບເຫດການດຽວກັນ ແຕ່ສຳລັບຄົນອື່ນໆແລ້ວມັນອາດຈະເກືອບບໍ່ສົ່ງຜົນກະທົບຫຍັງໃຫ້ກັບພວກເຂົາເລີຍ ຂະນະທີ່ຄົນທີ່ມີ self-esteem ຕ່ຳ ການປະເຊີນກັບສະຖານະການບາງຢ່າງຈະເຮັດໃຫ້ພວກເຂົາມີຄວາມຮູ້ສຶກທີ່ອ່ອນໄຫວງ່າຍຕໍ່ຕົວເອງ ແລະ ຖືກຂັບເຄື່ອນດ້ວຍຄວາມຮູ້ສຶກວ່າຕົວເອງໄຮ້ຄ່າຢູ່ເລື້ອຍໆ ແລະ ຍັງບໍ່ສາມາດຈັດການກັບຄວາມໝັ້ນໃຈຂອງຕົວເອງທີ່ຂາດຫາຍໄປໄດ້.

ເຊິ່ງຄວາມຮູ້ສຶກທີ່ອ່ອນໄຫວເປັນພິເສດນີ້ເອງ ອາດຈະດຶງໃຫ້ໃຜບາງຄົນຕ້ອງຈົມລົງສູ່ພາວະຂອງການຊຶມເສົ້າໃນລະດັບທີ່ເລິກໄດ້.

ການມີ Self-Esteem ມັກຈະພາໃຫ້ເຮົາຮູ້ສຶກໄຮ້ຄ່າ ບໍ່ເປັນທີ່ຮັກ ແລະ ບໍ່ເປັນທີ່ຕ້ອງການໄດ້ ແລະ ການມີ Self-Esteem ຕ່ຳນີ້ຍັງເຊື່ອມໂຍງໂດຍກົງກັບການມີບັນຫາທາງອາລົມ ຕົວຢ່າງ: ຄວາມກັງວົນ, ມີບັນຫາດ້ານການກິນອາຫານ ແລະ ສົ່ງຜົນຕໍ່ຄຸນະພາບຊີວິດໃນຫຼາຍດ້ານໄດ້.

ແລ້ວເຈົ້າເດ? ເຈົ້າກຳລັງມີ Self-esteem ຕ່ຳຢູ່ຫຼືບໍ່? ລອງກວດເບິ່ງຈາກຕົວຢ່າງອາການ Low Self-Esteem ເຫຼົ່ານີ້ໄດ້ເລີຍ:

  1. ບໍ່ສາມາດເຊື່ອຖືໃນຄວາມຄິດເຫັນຂອງຕົນເອງໄດ້ ແລະ ມັກຄິດວ່າຄວາມຄິດເຫັນຂອງຄົນອື່ນນັ້ນດີກວ່າ.
  2. ບໍ່ອອກສຽງ ຫຼື ສະແດງຄວາມຄິດເຫັນຂອງຕົນເອງອອກມາ ຫຼື ຮູ້ສຶກບໍ່ໝັ້ນໃຈພໍທີ່ຈະນຳສະເໜີຄວາມຄິດກັບຜູ້ອື່ນ.
  3. ຢ້ານທີ່ຈະອ້າແຂນຮັບຄວາມທ້າທາຍ ດ້ວຍຄວາມຢ້ານທີ່ວ່າຕົນເອງຈະບໍ່ສາມາດເອົາຊະນະມັນໄດ້.
  4. ຄິດວ່າຕົນເອງຈະຕ້ອງລົ້ມເຫຼວ ຫຼື ກາຍເປັນຄົນທີ່ລົ້ມເຫຼວ ຖ້າເຈົ້າເຮັດສິ່ງໃດສິ່ງໜຶ່ງບໍ່ສຳເລັດ.
  5. ຈິງຈັງ ແລະ ບໍ່ຜ່ອນຜັນກັບຕົນເອງເລີຍ ແຕ່ອ່ອນໂຍນ ແລະ ເມດຕາກັບຄົນອື່ນ ເຖິງວ່າສະຖານະການທີ່ເກີດຂຶ້ນກັບຄົນອື່ນ ແລະ ຕົນເອງຈະໃກ້ຄຽງກັນຫຼາຍກໍຕາມ.
  1. ມີອາການວິຕົກກັງວົນ, ລະແວງ ແລະ ມີອາລົມຄວາມຮູ້ສຶກທີ່ເມື່ອຍແລະອ່ອນແຮງເລື້ອຍໆ.
  2. ເຮັດສິ່ງຕ່າງໆຢ່າງໜັກເກີນກຳລັງ ບໍ່ວ່າຈະເປັນການເຂັ້ມງວດກັບຕົນເອງ ແລະ ໂຫຍຫາຄວາມສຳເລັດ, ຕັ້ງເປົ້າໝາຍສູງ ຫຼື ອີກທາງທີ່ກົງກັນຂ້າມເລີຍ ຄືບໍ່ທຸ່ມເທພະຍາຍາມກັບຫຍັງເລີຍ ແລະ ບໍ່ພະຍາຍາມເອົາຊະນະສັກກະຍະພາບຕົວເອງ.
  3. ທຸ່ມເທຕົວເອງໄປກັບວຽກ ເພື່ອໜີຈາກຄວາມຄຽດ ແລະ ຄວາມຢ້ານທີ່ມາກັບສະຖານະການທາງສັງຄົມໃນດ້ານຕ່າງໆເຊັ່ນ: ເລື່ອງຄວາມສຳພັນ ຫຼື ເລື່ອງໝູ່ຄູ່.

ແລ້ວການມີ self-esteem ຕ່ຳ ຈະສົ່ງຜົນກະທົບກັບຊີວິດແຕ່ລະມື້ຂອງເຮົາເທົ່າໃດ?”

ການສຶກສາໃນປີ 2006 ໂດຍມະຫາວິທະຍາໄລ Wisconsin , Madison ສະແດງເຖິງຄວາມເຊື່ອມໂຍງໃນເລື່ອງບັນຫາສຸຂະພາບຂອງຄົນໄວໜຸ່ມສາວທີ່ມີ self-esteem ຕ່ຳ ນອກຈາກນັ້ນ self-esteem ຍັງເປັນສິ່ງສຳຄັນຕໍ່ການສ້າງຜົນລັບທີ່ຈະເກີດຂຶ້ນໃນຊີວິດ ບໍ່ວ່າຈະເປັນເລື່ອງການສຶກສາ, ຄວາມສຳເລັດໃນໜ້າທີ່ການງານ, ລັກສະນະການໃຊ້ຊີວິດ ແລະ ສຸຂະພາບໃນທຸກໆດ້ານ.

ແລ້ວເຮົາຈະເຝິກສະໝອງຂອງຕົນເອງເພື່ອປ່ຽນ low self-esteem ໃຫ້ເປັນຄວາມໝັ້ນໃຈໄດ້ແນວໃດ?”

  1. ເລືອກສີເສື້ອຜ້າທີ່ຈະໃສ່:
    ວິທີການແຕ່ງຕົວສາມາດສ້າງຄວາມຮູ້ສຶກທີ່ແຕກຕ່າງໄດ້ ເຊິ່ງມີຜົນງານທາງການວິໄຈບອກວ່າ ສີສັນຕ່າງໆມີຄວາມກ່ຽວຂ້ອງກັບບຸກຄະລິກລັກສະນະທີ່ຕ່າງກັນ ແລະ “ສີດຳ” ຖືກໂຫວດໃຫ້ເປັນສີໃນຂອງຄວາມໝັ້ນໃຈ ທີ່ເຮັດໃຫ້ຄົນເຮົາຄິດເຖິງຄວາມຮູ້ສຶກທີ່ດຶງດູດ, ຄວາມສະຫຼາດ ແລະ ຄວາມໝັ້ນໃຈໄດ້.
  2. ລົງທຶນກັບນຳ້ຫອມທີ່ໃຫ້ກິ່ນດີໆ:
    ນັກວິໄຈຈາກມະຫາວິທະຍາໄລລິເວີພູ ພິສູດວ່າ ການທີ່ຄົນເຮົາມີກິ່ນຫອມທີ່ດີນັ້ນຈະສົ່ງຜົນຕໍ່ຄວາມໝັ້ນໃຈໄດ້ ແລະ ກິ່ນຫອມຍັງສົ່ງຜົນຕໍ່ມຸມມອງຂອງຜູ້ອື່ນທີ່ມີຕໍ່ເຮົາ ລວມເຖິງວິທີທີ່ຜູ້ອື່ນຈະປະຕິບັດຕໍ່ເຮົາພ້ອມ ເຊິ່ງມັນສ້າງຜົນລັບໃນດ້ານບວກຕໍ່ເລື່ອງຂອງ self-esteem ໄດ້.
  1. ຟັງເພງທີ່ມີເບສໜັກໆ:
    ມີງານວິໄຈທີ່ອະທິບາຍວ່າ ເພງທີ່ມີສຽງເບສໜັກໆສາມາດເຮັດໃຫ້ເຮົາຮູ້ສຶກວ່າມີພະລັງງານຫຼາຍຂຶ້ນ ຮູ້ສຶກມີອຳນາດຫຼາຍຂຶ້ນ ແລະ ຮູ້ສຶກກະຕືລືລົ້ນຫຼາຍຂຶ້ນໄດ້.
  1. ຖ່າຍເຊວຟີ (Selfie) ຕົນເອງແດ່:
    ການຖ່າຍເຊວຟີພ້ອມກັບຮອຍຍິ້ມ ທີ່ສາມາດເຮັດໃຫ້ຕົນເອງຍິ້ມໄດ້ ແລະ ໃຜກໍຕາມທີ່ເຫັນຮູບຂອງເຈົ້າກໍຍິ້ມຕາມໄດ້ ຈະສົ່ງຜົນຕໍ່ລະດັບ self-esteem ແລະ ສ້າງຄວາມໝັ້ນໃຈທີ່ຫຼາຍຂຶ້ນໄດ້.
  1. ເວົ້າ ຫຼື ລົມກັບຕົນເອງໃນເລື່ອງບວກໆ:
    ການລົມກັບຕົວເອງດ້ວຍຄຳເວົ້າໃນແງ່ບວກນັ້ນ ໂດຍສະເພາະການເວົ້າອອກມາເປັນສຽງເຊັ່ນ: ການບອກວ່າ “ເຈົ້າເຮັດໄດ້ດີແລ້ວມື້ນີ້ນະ!” “ເຈົ້າເຮັດໄດ້ຢູ່ແລ້ວ”  ການໃຫ້ກຳລັງໃຈຕົນເອງ ແລະ ຍ້ອງຕົນເອງຈັກຄັ້ງແດ່ ໃນທາງວິທະຍາສາດພິສູດແລ້ວວ່າມັນຊ່ວຍໃນເລື່ອງຂອງ self-esteem ທີ່ເພີ່ມຂຶ້ນໄດ້.

ພາບ: healthyplace.com, theconversation.com, healthista.com, creativewritenow.com, voiceofyouth.org

ຂອບໃຈຂໍ້ມູນຈາກ: