ໂຮງໝໍມະໂຫສົດຫຼັງໃໝ່ ຄາດວ່າຈະສຳເລັດໃນເດືອນພຶດສະພາ ປີ 2022


ອີກບໍ່ດົນໂຮງໝໍມະໂຫສົດກໍໃກ້ຈະເປີດນຳໃຊ້ແລ້ວ ເຊິ່ງການກໍ່ສ້າງແມ່ນແບ່ງອອກເປັນ 2 ໄລຍະຄື:

ໄລຍະທີ 1 ໄດ້ເລີ່ມກໍ່ສ້າງແຕ່ທ້າຍປີ 2018 ປັດຈຸບັນໜ້າວຽກໂດຍລວມສຳເລັດແລ້ວ 80% ແລະ ຄາດວ່າຈະໄດ້ມອບຮັບໃນເດືອນກໍລະກົດທີ່ຈະມາເຖິງນີ້ ໂດຍປະກອບມີ: ຕຶກນອນຄົນເຈັບ 8 ຊັ້ນ, ຕຶກຊຶມເຊື້ອ 4 ຊັ້ນ, ສະຖານບຳບັດນ້ຳເສຍ ແລະ ບ່ອນເກັບຂີ້ເຫຍື້ອ.

ສ່ວນໂຄງການໄລຍະທີ 2: ຄາດວ່າຈະເລີ່ມສ້າງໃນເດືອນກໍລະກົດປີນີ້ ແລະ ຈະໃຫ້ສຳເລັດໃນເດືອນພຶດສະພາປີ 2021. ໜ້າວຽກປະກອບມີພາກສ່ວນໃຕ້ດິນ, ມີຕຶກບໍລິຫານ ແລະ ຕຶກເຕັກນິກການແພດ ພ້ອມດ້ວຍພາກສ່ວນກວດເຂດນອກ.

ຖ້າຫາກສຳເລັດແລ້ວ ໂຮງໝໍນີ້ແມ່ນຈະເປັນໂຮງໝໍທີ່ໃຫຍ່ທີ່ສຸດໃນລາວ ເຊິ່ງມີ 600 ຕຽງ, ມີເຄື່ອງຈັກອຸປະກອນການແພດຄົບຊຸດທັນສະໄໝ ແລະ ມີພະແນກການແພດຄົບຖ້ວນ ມີມາດຕະຖານສູງສຸດ ສາມາດກຳນົດເປັນສູນກາງຝຶກອົບຮົມ ແລະ ຄົ້ນຄວ້າວິທະຍາສາດການແພດທີ່ສຳຄັນທີ່ສຸດ.

ຫົວໜ້າເຕັກນິກການກໍ່ສ້າງໄດ້ລາຍງານໃຫ້ຮູ້ຕື່ມວ່າ: ການກໍ່ສ້າງແມ່ນມີຄວາມຫຍຸ້ງຍາກຫຼາຍດ້ານຂອງການປະຕິບັດໜ້າວຽກຕົວຈິງ ໂດຍສະເພາະແມ່ນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ໂຄງການມີຄວາມຫຼ້າຊ້າກວ່າແຜນການທີ່ວາງໄວ້, ອຸປະກອນທີ່ນຳເຂົ້າກໍຍັງມີຄວາມຫຍຸ້ງຍາກ ແລະ ຍັງສະເໜີໃຫ້ລັດຖະບານຊ່ວຍເຫຼືອພ້ອມກັນເພື່ອໃຫ້ສຳເລັດຕາມແຜນການ.

ຂອບໃຈຂໍ້ມູນຈາກ:

https://www.facebook.com/watch/?v=511070963213762

ຮູບພາບ:

 https://www.facebook.com/povli.tus/posts/1274619296268900