ໂຮງຮຽນໃນ ຟິລິບປິນ ສັ່ງປັບເວລາຮຽນໃຫ້ໜ້ອຍລົງ ເພື່ອຊ່ວຍນັກຮຽນ-ຄູອາຈານ ຮັບມືກັບອາກາດທີ່ຮ້ອນຫຼາຍເກີນໄປ


ໃນໄລຍະສະພາບອາກາດຮ້ອນແບບນີ້ ນອກຈາກຈະເຮັດໃຫ້ອາລົມບໍ່ດີ ແລະ ເສຍສະມາທິໄດ້ງ່າຍແລ້ວ ມັນຍັງສົ່ງຜົນກະທົບ ແລະ ຄວາມສ່ຽງຕ່າງໆ ຕໍ່ສຸຂະພາບຂອງມະນຸດເຮົາ. ເພື່ອເປັນການລົດຄວາມສ່ຽງເຫຼົ່ານັ້ນ ລັດຖະບານ ເມືອງ ເກຊອນໃນປະເທດຟິລິບປິນ ສັ່ງປັບປ່ຽນເວລາຮຽນ ເພື່ອຊ່ວຍນັກຮຽນ-ຄູອາຈານ ຮັບມືກັບອາກາດທີ່ຮ້ອນຫຼາຍເກີນໄປ.

ໂດຍ ຈອຍ ເບວມອນ​ (Joy Belmonte) ເຈົ້າເມືອງ ເກຊອນ ຂອງຟິລິບປິນ ໄດ້ລະບຸໃນຖະແຫຼງການວ່າ: “ສິ່ງສຳຄັນທີ່ສຸດຂອງເຮົາແມ່ນການປົກປ້ອງເດັກນ້ອຍ ໂຮງຮຽນຕ່າງໆຈຶ່ງໄດ້ຕັດສິນໃຈທີ່ຈະປ່ຽນເວລາການຮຽນການສອນ ໂດຍລົດເວລາຮຽນໃຫ້ສັ້ນລົງ ລວມໄປເຖິງໃຫ້ນັກຮຽນສາມາດຮຽນແບບປະສົມປະສານທັງທາງອອນລາຍ ແລະ ໃນຫ້ອງຮຽນ ເນື່ອງຈາກສະພາບອາກາດໃນຫ້ອງຮຽນນັ້ນຮ້ອນເກີນໄປ ໂຮງຮຽນຕ່າງໆຈຶ່ງຕ້ອງໃຫ້ນັກຮຽນທຸກຄົນປອດໄພ ແລະ ມີສຸຂະພາບດີ”.

ເຊິ່ງລັດຖະບານເກຊອນ ໄດ້ປັບລົດເວລາຮຽນລົງ ໂດຍການແບ່ງນັກຮຽນອອກໄປ 2 ກຸ່ມ ເຊິ່ງກຸ່ມທີ່ຮຽນຕອນເຊົ້າຈະເລີ່ມຮຽນແຕ່  6:00 ຫາ 10:30 ໂມງ ສ່ວນນັກຮຽນໃນກຸ່ມຕອນແລງ ແມ່ນຈະເລີ່ມຮຽນແຕ່ 14:00 ຫາ 18:30 ໂມງ.

ໃນຂະນະທີ່ມີລາຍງານອອກມາວ່າ ຟິລິບປິນ ແລະ ບັນດາປະເທດໃນພາກພື້ນເອເຊຍກຳລັງປະເຊີນກັບອຸນຫະພູມທີ່ເພີ່ມຂຶ້ນຫຼາຍ ແລະ ບາງແຫ່ງໃນພາກພື້ນເອເຊຍຕາເວັນອອກສຽງໃຕ້ ກຳລັງປະເຊີນກັບໄລຍະທີ່ສະພາບອາກາດຮ້ອນທີ່ສຸດຂອງປີນີ້ ແຕ່ອາກາດທີ່ຮ້ອນແບບນີ້ກຳລັງຈະກາຍເປັນເລື່ອງປົກກະຕິຫຼາຍຂຶ້ນ ເຊິ່ງກໍ່ໃຫ້ເກີດບັນຫາຕ່າງໆ ທັງສຸຂະພາບ ແລະ ການຂະຫຍາຍຕົວຂອງເສດຖະກິດ ໃນແຕ່ລະປະເທດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/