ບໍລິສັດຍີ່ປຸ່ນ ແບກຕົ້ນທຶນບໍ່ໄຫວ ພາວະເງິນເຟີ້ເຮັດໃຫ້ລົ້ມລະລາຍຫຼາຍຂຶ້ນ


ບໍລິສັດຂະໜາດນ້ອຍ ແລະ ຂະໜາດກາງໃນຍີ່ປຸ່ນ 463 ແຫ່ງ ຍື່ນລົ້ມລະລາຍ ເນື່ອງຈາກຕົ້ນທຶນທີ່ສູງແຕ່ຂຶ້ນລາຄາສິນຄ້າບໍ່ໄດ້ ສະເພາະໃນເດືອນມີນາ 2023 ມີບໍລິສັດ 67 ​ແຫ່ງຍື່ນລົ້ມລະລາຍ ເປັນຕົວເລກທີ່ສູງເປັນປະຫວັດສາດ.

ພາວະເງິນເຟີ້ບໍ່ໄດ້ສົ່ງຜົນກະທົບແຕ່ກັບຜູ້ບໍລິໂພກ ເພາະສຳລັບຜູ້ປະກອບການທຸລະກິດເມື່ອຕົ້ນທຶນສູງຂຶ້ນຄ່າວັດຖຸດິບເພີ່ມຂຶ້ນ ແຕ່ບໍ່ສາມາດຂຶ້ນລາຄາສິນຄ້າ ຫຼື ຄ່າບໍລິການໄດ້ຢ່າງເໝາະສົມ ເພາະຕ້ອງແບກຕົ້ນທຶນເອົາໄວ້ ບໍ່ດົນທຸລະກິດກໍຈະລົ້ມລາຍໃນທີ່ສຸດ.

ເມື່ອວັນທີ 3 ພຶດສະພາ 2023 ທີ່ຜ່ານມາ ສຳນັກຂ່າວ Nikkei Asia ລາຍງາຍວ່າອັດຕາເງິນເຟີ້ທີ່ສູງຂຶ້ນເລີ່ມສ້າງແຮງກົດດັນຕໍ່ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງໃນຍີ່ປຸ່ນ ບັງຄັບໃຫ້ທຸລະກິດຈຳນວນຫຼາຍລົ້ມລະລາຍເປັນປະຫວັດສາດ ຕົວຢ່າງຂອງທ່າອ່ຽງທີ່ສາມາດເຫັນໄດ້ທົ່ວປະເທດ ຜູ້ປະກອບການຂາຍຊີ້ນ ໃນແຂວງ ໂອຊາກາ ຍື່ນຟ້ອງລົ້ມລະລາຍ ສາເຫດມາຈາກກຳໄລທີ່ລົດລົງກັບຕົ້ນທຶນທີ່ສູງຂຶ້ນ ແລະ ຮ້ານເປັນໜີ້ຢູ່ປະມານ 300 ລ້ານເຢນ ຫຼື ປະມານ 2,2 ລ້ານໂດລາ.

ທາງດ້ານ Hisashi Yamada ຈາກສະຖາບັນວິໄຈແຫ່ງປະເທດຍີ່ປຸ່ນ ຄຳນວນຄວາມຄືບໜ້າຂອງການຕໍ່ຕົ້ນທຶນ ໂດຍໃຊ້ດັດຊະນີລາຄາຜູ້ບໍລິໂພກເຊິ່ງວັດລາຄາຂອງສິນຄ້າ ແລະ ບໍລິການທົ່ວໄປ ພ້ອມກັບຄ່າດັດຊະນີລາຄາສິນຄ້າອົງກອນເຊິ່ງວັດລາຄາບໍລິສັດຕ່າງໆ ຄິດຮ່ວມກັນ ເມື່ອປຽບທຽບກັບໄຕມາດເດືອນມັງກອນ-ກັນຍາ 2020 ກັບໄຕມາດເດືອນຕຸລາ-ທັນວາ 2022 ອັດຕາການສົ່ງຜ່ານໃນປະເທດຍີ່ປຸ່ນຢູ່ທີ່ 20,3% ເຊິ່ງໜ້ອຍກວ່າເຄິ່ງໜຶ່ງຂອງອັດຕາການສົ່ງຜ່ານຕົ້ນທຶນໃນສະຫະລັດອາເມຣິກາ (48,5%) ແລະ ໃນຢູໂຣບ (58,1%).

ໃນການສຳຫຼວດຄວາມຄິດເຫັນຂອງທະນາຄານກາງຍີ່ປຸ່ນ ປະຈຳເດືອນມີນາ 2023 ກ່ຽວກັບມຸມມອງ ແລະ ພືດຕິກຳຂອງປະຊາຊົນທົ່ວໄປເຊິ່ງສົ່ງທາງ ໄປສະນີ 4.000 ຄົນທົ່ວປະເທດ ຜູ້ຕອບແບບສອບຖາມ 57,6% ອ້າງເຖິງລາຄາທີ່ຕ່ຳເປັນປັດໄຈສຳຄັນໃນການຕັດສິນໃຈໃຊ້ຈ່າຍໃນປີໜ້າ ເຊິ່ງເພີ່ມຂຶ້ນເປັນ 51,7% ຈາກປີກ່ອນ ແລະ ຄ່າແຮງຂັ້ນຕ່ຳເພີ່ມຂຶ້ນສ້າງຄວາມຕຶງຄຽດໃຫ້ແກ່ອຸດສາຫະກຳອາຫານ ແລະ ການບໍລິການ ຄາດວ່າຄ່າໃຊ້ຈ່າຍຈະເພີ່ມຂຶ້ນເນື່ຶອງຈາກປີ 2024 ມີການບັງຄັບໃຊ້ຂີດຈຳກັດການເຮັດວຽກລ່ວງເວລາສຳລັບພະນັກງານຂົນສົ່ງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/