ທາດແມວທັງຫຼາຍເຊັກເຈົ້ານາຍໃຫ້ດີໆ ອັນຕະລາຍຈາກໂຣກ “ມືໂດເລມ່ອນ” ເນື້ອງອກທີ່ເກີດໃນໝາ ແລະ ແມວ


ເຊື່ອວ່າຫຼາຍຄົນອາດເຄີຍເບິ່ງກາຕູນໂດເລມ່ອນມາບໍ່ຫຼາຍກໍນ້ອຍ ເຮົາຈະສັງເກດເຫັນວ່າມືຂອງໂດເລມ່ອນນັ້ນຈະມີລັກສະນະເປັນມົນໆ ບໍ່ມີນີ້ວ ເຊິ່ງເຮົາກໍບໍ່ເຂົ້າໃຈວ່າມັນສາມາດຈັບນັ້ນນີ້ ແລະ ຖືຂອງຕ່າງໆໄດ້ແນວໃດ ແຕ່ນັ້ນກໍເປັນເອກະລັກ ແລະ ຄວາມໜ້າຮັກອີກຢ່າງໜຶ່ງຂອງຕົວກາຕູນ. ໂດຍໂຣກມືໂດເລມ່ອນທີ່ເຮົາຈະມາເວົ້າເຖິງນີ້ມັນບໍ່ໜ້າຮັກຄືໃນກະຕູນເລີຍ ໃຜທີ່ເປັນທາດແມວຄວນເຊັກເຈົ້ານາຍທັງຫຼາຍວ່າກຳລັງປ່ວຍເປັນໂຣກປະຫຼາດນີ້ບໍ ເພື່ອທີ່ຈະໄດ້ພາໄປຫາໝໍໄດ້ທັນເວລາກ່ອນທີ່ຈະເປັນຕະລາຍ.

ໂຣກມືໂດເລມ່ອນເປັນເນື້ອງອກຊະນິດໜຶ່ງ ທີ່ຈະເຮັດໃຫ້ຂາໜ້າຂອງໝາແມວໃຫຍ່ຂຶ້ນມີລັກສະນະເປັນມົນໆຄືມືໂດເລມ່ອນນັ້ນເອງ.

  • ເນື້ອງອກ ຫຼື ມະເຮັງ

ການທີ່ຈະກວດສອບໄດ້ວ່າໝາ ແລະ ແມວນັ້ນເປັນມະເຮັງ ຫຼື ເນື້ອງອກ, ຂັ້ນຕອນທໍາອິດແມ່ນການເຈາະເອົາເຊລຈາກກ້ອນຊີ້ນ ແລະ ສົ່ງໄປທີ່ຫ້ອງທົດລອງເພື່ອກວດສອບວ່າໂອກາດຈະເປັນຫຍັງໄດ້ແດ່ ເຊິ່ງເອີ້ນວ່າວິທີ Cytology. ແຕ່ວິທີນີ້ອາດຈະບໍ່ໄດ້ຖືກຕ້ອງ 100% ເພາະຕອນເຈາະເອົາເຊລໄປເກັບນັ້ນອາດຈະໄປພົບເຊລທີ່ເປັນເລືອດເປັນໜອງ ເພາະອາດເປັນອາການແຊກຊ້ອນທີ່ມີເຊື້ອຕິດມາກໍເປັນໄດ້.

ວິທີທີ່ດີທີ່ສຸດກໍຄືການຕັດເອົາກ້ອນຊີ້ນມາແຊ່ formalin ແລະ ສົ່ງໄປຫ້ອງທົດລອງ ວິທີການນີ້ເອີ້ນວ່າ Biopsy ເພື່ອກວດເບິ່ງຊິ້ນສ່ວນຂອງຊີ້ນທັງໝົດວ່າມັນແມ່ນຫຍັງ. ວິທີການນີ້ຈະບອກໄດ້ຊັດເຈນວ່າເປັນພຽງກ້ອນເນື້ອງອກ ຫຼືມະເຮັງຮ້າຍແຮງ ເຊິ່ງອາດຈະແຜ່ລາມ. ໂດຍໝໍຈະມີແຜນການສໍາລັບການປິ່ນປົວຕໍ່ຫຼັງຈາກການຜ່າຕັດ.

ວິທີສັງເກດເບິ່ງວ່າເປັນເນື້ອງອກ ຫຼື ມະເຮັງ

  • ຄວາມໄວການຂະຫຍາຍຕົວ: ກ້ອນມະເຮັງມັກຈະໃຊ້ເວລາບໍ່ດົນໃນການຂະຫຍາຍຕົວ, ອາດຈະອາທິດໜຶ່ງ ຫຼື ເດືອນໜຶ່ງພວກມັນກໍຂະຫຍາຍໃຫຍ່ຂຶ້ນເປັນຫຼາຍເທົ່າ.
  • ການອັກເສບ: ຖ້າມັນເປັນເນື້ອງອກມັກຈະບໍ່ຄ່ອຍເຈັບປວດເວັ້ນເສຍແຕ່ວ່າມີອາການແຊກຊ້ອນຂອງການຕິດເຊື້ອ. ສ່ວນມະເຮັງ ໂດຍສະເພາະແມ່ນມະເຮັງຜິວໜັງທີ່ໝາມັກນິຍົມເປັນຫຼາຍ ຈະເຮັດໃຫ້ເກີດອາການບໍລິເວນທີ່ເປັນກ້ອນ ແລະ ມີລັກສະນະສີແດງອັກເສບ.
  • ການແຜ່​ກະ​ຈາຍ​ເຊື້ອ: ຖ້າເປັນຊີ້ນໃນລັກສະນະດຽວກັນ ແຕ່ມີຫຼາຍຈຸດ ລາມໄປເຖິງອະໄວຍະວະ ແລະ ໃຊ້ເວລາບໍ່ດົນ ມີໂອກາດສ່ຽງທີ່ຈະເປັນມະເຮັງ ໂດຍສະເພາະບ່ອນຂາ. ຖ້າ x-rays ແລະ ພົບວ່າກິນຊີ້ນກິນກະດູກ ອັນນີ້ແມ່ນເປັນຕາຢ້ານທີ່ເພາະເປັນມະເຮັງປະເພດຮ້າຍແຮງ.

ດີທີ່ສຸດກໍຄືຖ້າເຫັນໝາ ຫຼື ແມວມີກ້ອນນ້ອຍໆທີ່ເລີ່ມງອກຂຶ້ນມາ. ຢ່າລໍຖ້າໃຫ້ມັນກ້ອນນັ້ນໃຫຍ່ ຫຼື ແຜ່ຂຶ້ນມາຫຼາຍ. ໃຫ້ຮີບຟ້າວພາໃຫ້ໝໍກວດເບື້ອງຕົ້ນກ່ອນ. ຍິ່ງກ້ອນໃຫຍ່ ຍິ່ງຍາກທີ່ຈະຕັດ. ຖ້າທ່ານປ່ອຍໝາ ຫຼື ແມວເລຍບ່ອນທີ່ເປັນກ້ອນກໍອາດຈະຕິດເຊື້ອແຊກຊ້ອນໄດ້ ເຮັດໃຫ້ປິ່ນປົວດົນ ແລະ ສູນເສຍເງິນຫຼາຍຂຶ້ນ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/