ລັດຖະບານ ເພີ່ມທະວີປະຕິບັດແຜນການລົງທຶນໃຫ້ຂະຫຍາຍຕົວຕາມທິດມີຄຸນນະພາບ ໝັ້ນທ່ຽງ ແລະ ຍືນຍົງ


ລະຫວ່າງວັນທີ 2-3 ພຶດສະພາ 2023 ຜ່ານມາ ທີ່ສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ໄດ້ມີກອງປະຊຸມສໍາມະນາວິທະຍາດສາດ ຂັ້ນວິຊາການ ໃນຫົວຂໍ້: ເພີ່ມທະວີການຄຸ້ມຄອງການລົງທຶນຂອງລັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ໂດຍການເປັນປະທານຮ່ວມຂອງທ່ານ ປອ. ລີເບີ ລີບົວປາວ ປະທານກໍາມາທິການແຜນການ, ການເງິນ ແລະ ການກວດສອບ ແລະ ທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ມີບັນດາທ່ານ ປະທານ-ຮອງປະທານກໍາມາທິການ, ລັດຖະມົນຕີ-ຮອງລັດຖະມົນຕີ, ຕາງໜ້າຄະນະເລຂາທິການ, ຄະນະກົມ, ຄະນະພະແນກ ແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມມີສອງຮູບແບບຄື ແບບອອນລາຍ ແລະ ກັບທີ່ ສ່ວນພະແນກແຜນການ ແລະ ການລົງທຶນແຂວງຫົວພັນ, ແຂວງວຽງຈັນ, ສະຫວັນນະເຂດ ແລະ ແຂວງຈໍາປາສັກ ເຂົ້າຮ່ວມໃນຮູບແບບອອນລາຍ.

ທັງນີ້, ແມ່ນເພື່ອຈັດຕັ້ງປະຕິບັດຕາມແຜນການ ເພີ່ມທະວີການຄຸ້ມຄອງການລົງທຶນຂອງລັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ແນໃສ່ປະກອບສ່ວນເຂົ້າໃນການປະຕິບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂຂໍ້ຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃຫ້ບັນລຸຕາມແຜນ ກໍຄືການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ຂະຫຍາຍຕົວຕາມທິດມີຄຸນນະພາບ, ໝັ້ນທ່ຽງ ແລະ ຍືນຍົງ ເຊິ່ງເປັນເປົ້າໝາຍທີ 1 ຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຕາມທີ່ໄດ້ກໍານົດໃນແຜນ 5 ປີ ຄັ້ງທີ IX (2021-2025) ເວົ້າລວມ, ເວົ້າສະເພາະແມ່ນປະຕິບັດການຈັດສັນງົບປະມານ ລົງທຶນຂອງລັດໃຫ້ສອດຄ່ອງ ຕາມລັດຖະທໍາມະນູນ, ກົດໝາຍ ໃຫ້ມີຜົນສັກສິດ ແລະ ມີປະສິດທິພາບ ທັນເວລາ ພິຈາລະນາຮັບຮອງຢູ່ກອງປະຊຸມສະພາແຫ່ງຊາດ ແລະ ຈັດຕັ້ງປະຕິບັດຕາມແຜນງົບປະມານປະຈໍາປີ ໃຫ້ມີຜົນສັກສິດ ຕາມທີ່ໄດ້ກໍານົດໃນກົດໝາຍ ກໍຄືການສ້າງແຜນການລົງທຶນຂອງລັດ ໃຫ້ສອດຄ່ອງຕາມຄວາມສາມາດ ສະໜອງແຫຼ່ງທຶນຕົວຈິງ; ການຈັດສັນງົບປະມານຕົວຈິງ ຮັບປະກັນຄວາມຍຸຕິທໍາ, ມີຈຸດສຸມ, ເປັນບຸລິມະສິດ, ມີການກະຈາຍ ແລະ ການດຸນດ່ຽງການລົງທຶນ ລະຫວ່າງຂະແໜງການສູນກາງ ແລະ ທ້ອງຖິ່ນ ແລະ ລະຫວ່າງເຂດແຄວ້ນ ໃຫ້ສົມເຫດສົມຜົນ; ປັບປຸງຫຼັກການ ແລະ ກົນໄກການຈັດສັນງົບປະມານໃຫ້ຈະແຈ້ງ, ມີຄວາມໂລ່ງລ່ຽນ ແລະ ນໍາໃຊ້ເຕັກນິກການຈັດສັນງົບປະມານໃຫ້ທັນສະໄໝຫຼາຍຂຶ້ນ.

ກອງປະຊຸມ ໄດ້ຮັບຟັງການລາຍງານ ຈາກບັນດາທ່ານຮອງລັດຖະມົນຕີທີ່ກ່ຽວຂ້ອງເຊັ່ນ: ສະພາບການຈັດສັນງົບປະມານການລົງທຶນຂອງລັດປີ 2023; ສະພາບການຈັດສັນ ບ້ວງຈົດຮັບ-ຈົດຈ່າຍ ແລະ ລົງທຶນອື່ນໆປີ 2023 ທີ່ກະຊວງການເງິນຄຸ້ມຄອງ; ສະພາບການຈັດສັນງົບປະມານ ໂຄງການລົງທຶນຂອງລັດ ບ້ວງກອງທຶນທາງ ປີ 2023 ທີ່ກະຊວງໂຍທາທິການ ແລະ ຂົນສົ່ງຄຸ້ມຄອງ; ສະພາບການຈັດສັນງົບປະມານ ໂຄງການລົງທຶນຂອງລັດ ບ້ວງພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ປີ 2023 ທີ່ກະຊວງກະສິກໍາ ແລະ ປ່າໄມ້ ຄຸ້ມຄອງ; ສະພາບການຈັດສັນງົບປະມານ ໂຄງການລົງທຶນຂອງລັດ ບ້ວງໄພພິບັດ ປີ 2023 ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຄຸ້ມຄອງ; ສະພາບການຈັດສັນງົບປະມານ ແລະ ຄຸ້ມຄອງ ກອງທຶນຄົ້ນຄວ້າວິທະຍາສາດ ປີ 2023 ທີ່ກະຊວງສຶກສາທິການ ແລະ ກິລາ ຄຸ້ມຄອງ.

ໃນໂອການນີ້ ຜູ້ເຂົ້າຮ່ວມກອງປະຊຸມ ທັງສູນກາງ ແລະ ທ້ອງຖິ່ນ ໄດ້ມີຄໍາເຫັນກັບທີ່ ແລະ ຮູບແບບອອນລາຍ ກ່ຽວກັບສະພາບການຈັດສັນງົບປະມານການລົງທຶນຂອງລັດປີ 2023; ການປະຕິບັດພາລະບົດບາດຂອງສະພາປະຊາຊົນແຂວງ ທີ່ຕິດພັນກັບການຈັດສັນງົບປະມານຂອງລັດ ຕໍ່ບັນຫາທີ່ຕັ້ງຂຶ້ນ ກໍຄືຂໍ້ສະເໜີຕ່າງໆ ເພື່ອຊອກວິທີແກ້ໄຂ ເຮັດໃຫ້ວຽກງານຈັດສັນງົບປະມານ ມີປະສິດທິພາບ ແລະ ປະສິດທິຜົນຫຼາຍຂຶ້ນ.

ປະທານກອງປະຊຸມ ໄດ້ມີຄໍາເຫັນຊີ້ນໍາວ່າ: ກ່ຽວກັບຂໍ້ມູນສໍາລັບຮັບໃຊ້ການລົງທຶນຂອງລັດ ທີ່ບໍ່ທັນຈະແຈ້ງ, ກົນໄກ, ຂັ້ນຂອດ ທີ່ຕິດພັນກັບແບບແຜນເຮັດວຽກ ຂອງແຕ່ລະຂັ້ນ ແລະ ຂະແໜງການຈໍານວນໜຶ່ງ ຄວນໄດ້ຮັບການເອົາໃຈໃສ່ແກ້ໄຂ ເຊິ່ງໃນນີ້ ຫາກລົງເລິກ ຫຼື ວິເຄາະວິໄຈແລ້ວ ການປະຕິບັດຕາມກົດໝາຍ ບາງກົດໝາຍ ບໍ່ທັນຖືກຕ້ອງ ແລະ ສັກສິດ, ການແບ່ງຂັ້ນນັ້ນ ແບ່ງແລ້ວ ແຕ່ການປະຕິບັດຕົວຈິງ ຍັງບໍ່ທັນໄປຕາມຕົວຈິງ ຈຶ່ງສະເໜີໃຫ້ກົມກ່ຽວຂ້ອງ ຂອງກະຊວງຕ່າງໆ ສືບຕໍ່ຄົ້ນຄວ້າ ແລະ ສໍາລັບການສະເໜີຂອງທ້ອງຖິ່ນ ກ່ຽວກັບນິຕິກໍາຈໍານວນໜຶ່ງ ມີອັນທັບຊ້ອນ ຍັງແຕະຕ້ອງກັນ ແລະ ກັນນັ້ນ ໃຫ້ສະເໜີເປັນລາຍລັກອັກສອນ ວ່ານິຕິກໍາໃດ ແລະ ມາດຕາໃດ ເພື່ອເປັນບ່ອນອີງໃຫ້ຂັ້ນເທິງ ສືບຕໍ່ຄົ້ນຄວ້າປັບປຸງ.

ຂອບໃຈຂໍ້ມູນຈາກ: https://bit.ly/44tImdh

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/