Netflix ຈະບໍ່ຍອມເປີດຕົວຊີຣີ້ One Piece ຈົນກວ່າ ອາຈານ ໂອດະ ຈະພໍໃຈ


ຫຼັງຈາກທີ່ມີຂ່າວລືທີ່ເຮັດໃຫ້ແຟນໆ One Piece ຢູ່ບໍ່ເປັນສຸກ ອອກມາວ່າ ຫຼັງຮອບສາຍທົດລອງຜົນຕອບຮັບຊີຣີ້ເລື່ອງ One Piece ອອກມາບໍ່ເປັນທີ່ໜ້າປະທັບໃຈ ຈົນມີໜຶ່ງໃນທີມງານຕ້ອງອອກມາແກ້ຂ່າວວ່າມັນເປັນຂ່າວປອມ ແຟນໆຫຼາຍຄົນຈຶ່ງສະບາຍໃຈຂຶ້ນມາໜ້ອຍໜຶ່ງ.

ສຳລັບໂປຣເຈັກ One Piece ນັບເປັນອີກໜຶ່ງງານຍັກໃຫຍ່ທີ່ແຟນໆ ຕັ້ງຕາລໍຖ້າມັນມາດົນມາກັບ One Piece ສະບັບຄົນສະແດງ ໂດຍເປັນຜົນງານດັດແປງມາຈາກມັງງະຊືີ່ຈາກປະເທດຢີ່ປຸ່ນຜົນງານຂອງ ອາຈານ ໂອດະ ແລະ ມີກຳນົດສາຍໃນປີ 2023 ນີ້.

ໂດຍທາງອາຈານ ໂອດະ ເຈົ້າຂອງຜົນງານ ແລະ ຮັບໜ້າທີ່ດູແລໃນຕ່ຳແໜ່ງເອັກຄູຊີບໂປດິວເຊີ ເອງກໍໄດ້ອອກມາສົ່ງຈົດໝາຍຫາແຟນ ກ່ຽວກັບຄວາມຄືບໜ້າຂອງຊີຣີ້ ໂດຍທີ່ຕອນນີ້ຢູ່ໃນໄລຍະການຖ່າຍທຳໃນຂັ້ນຕອນສຸດທ້າຍແລ້ວ ແລະ ໃນຊີຣີ້ເອງກໍຈະມີທັງໝົດ 8 ຕອນ ໂດຍ Netflix ເອງກໍໃຫ້ສັນຍາວ່າຈະບໍ່ເປີດຈົນກວ່າອາຈານໂອດະຈະພໍໃຈກັບຄຸນະພາບຊີຣີ້ ເນື້ອໃນຈົດໝາຍໄດ້ກ່າວວ່າ “ຂ້ອຍໄດ້ຮ່ວມງານກັບ Tomorrow Studio ແລະ Netflix ມາໄດ້ໄລຍະໜຶ່ງແລ້ວ ເຖິງພວກເຂົາຈະເຂົ້າໃຈຕົວລະຄອນ ແຕ່ພວກເຮົາມາຈາກວັດທະທຳທີ່ຕ່າງກັນ ເວລາເຮັດວຽກໃນແວດວົງບັນເທີງ ພວກເຮົາມີແນວທາງ ແລະ ຈຸດມຸ່ງໝາຍທີ່ຕ່າງກັນ ບາງຄັ້ງກໍບໍເຂົ້າໃຈກັນ ແຕ່ຫຼັງຈາກເວລາຜ່ານໄປ ທຸກຄົນກໍຕ່າງເຮັດວຽກໜັກຂຶ້ນ ແລະ ປັບຕົວເຂົ້າຫາກັນໄດ້ເປັນຢ່າງດີ.

ອາຈານ ໂອດະ ຍັງກ່າວອີກວ່າອາດຈະເປັນໂອກາດສຸດທ້າຍໃນຊີວິດຂອງລາວທີ່ຈະພາ One Piece ອອກສູ່ສາຍຕາຊາວໂລກ ແລະ ລາວຢາກດູແລທຸກຢ່າງໃນຕອນນີ້ທີ່ສາມາດເຮັດໄດ້ ແລະ ນີ້ຄືເຫດຜົນຫຼັກທີ່ເຮັດໃຫ້ຕອບຮັບການສ້າງຊີຣີ້ ເມື່ອປີ 2016 ໂດຍທາງ Netflix ເອງກໍລົງທຶນຊັບພະກອນໃນການສ້າງ.

ສ່ວນທາງຂອງນັກສະແດງຊີຣີ້ ທີ່ຈະມາຮັບບົດເປັນຄົນກຸ່ມໝວກຟາງປະກອບໄປດ້ວຍ Iñaki ມາຮັບບົດເປັນ Monkey D. Luffy, Mackenyu Arata ມາຮັບບົດເປັນນັກດາບທີ່ມັກຫຼົງທາງ Roronoa Zoro, Emily Rudd ມາຮັບບົດເປັນ Nami, Jacob Gibson ມາຮັບບົດເປັນຈອມຂີ້ຕວົະ Usopp และ Taz Skylar ຈະມາຮັບບົດເປັນຂາດຳ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/