Microsoft ເປີດ Bing AI ໃຫ້ທຸກຄົນໄດ້ໃຊ້ງານແລ້ວ ມາພ້ອມກັບຄວາມສາມາດໃໝ່


Microsoft ເປີດໃຫ້ບໍລິການ Bing AI ໃຫ້ແກ່ຜູ້ໃຊ້ງານທຸກຄົນໃນມື້ນີ້ ໂດຍຈະຕ້ອງມີບັນຊີຂອງ Microsoft ກ່ອນ ເຊິ່ງທາງ Microsoft ຈະເປີດໃຫ້ບໍລິການ Bing AI ແຊັດບອດອັດສະລິຍະແກ່ຜູ້ໃຊ້ງານທຸກຄົນ ໂດຍບໍ່ຈຳເປັນຕ້ອງຖ້າຄິວ.

Bing AI ເປັນຜະລິດຕະພັນທີ່ Microsoft ຮ່ວມກັນພັດທະນາກັບ OpenAI ເຊິ່ງເປີດຕົວຢ່າງທາງການເມື່ອ 2 ເດືອນກ່ອນ ຫຼັງຈາກການເປີດ Bing ໃນຮູບແບບໃໝ່ ທີ່ຈະເອົາ AI ໂມເດວ GPT ທີ່ຮ້ອນແຮງໃນຕອນນັ້ນ ເຂົ້າມາປະຕິວັດວົງການຄົ້ນຫາສຳລັບເວັບໄຊ ເຊິ່ງໃນຕອນນີ້ Bing ຮູບແບບໃໝ່ ຂັບເຄື່ອນດ້ວຍ AI ເປີດພ້ອມໃຊ້ງານແລ້ວໃນຕອນນີ້.

ປະກາດໃນຄັ້ງນີ້ເປັນການປ່ຽນແປງລະບົບລົງຊື່ເພື່ອເຂົ້າໃຊ້ງານ ​(Waitlist) ເຊິ່ງແຕ່ກ່ອນຈະມີການຖະຍອຍເປີດໃຊ້ງານໃຫ້ເປັນຊຸດໆໄປ ເປັນການເປີດໃຫ້ຜູ້ໃຊ້ທຸກຄົນສາມາດລອງໃຊ້ງານໄດ້ແລ້ວພຽງແຕ່ເຂົ້າເວັບໄຊ Bing.com ຢູ່ເຖິງບາວເຊີ Microsoft Edge ຫຼື ຢູ່ໃນແອັບພິເຄຊັ່ນ Bing ເທິງສະມາດໂຟນ ຫຼື ແທັບເລັດທັງລະບົບ Android ແລະ iOS ແລະ ເຂົ້າລະບົບດ້ວຍບັນຊີຂອງ Microsoft. ນອກຈາກນີ້ທາງ Microsoft ຍັງໄດ້ມີການເປີດຟີເຈີໃໝ່ໆ ເຊັ່ນ ການຕອບດ້ວຍຮູບພາບ, ວິດີໂອ, ກາບ ຫຼື ແຜນພູມ ເຊິ່ງຈະຊ່ວຍໃຫ້ຜູ້ໃຊ້ສາມາດເຂົ້າໃຈໄດ້ງ່າຍຂຶ້ນ ເພິ່ມພາສາທີ່ຮອງຮັບໃຫ້ກັບ Bing Image Creator ໃຫ້ຜູ້ໃຊ້ສາມາດສ້າງຮູບພາບຈາກພາສາທ້ອງຖິ່ນທີ່ Bing ຮອງຮັບ ເບິ່ງປະຫວັດການແຊັດ ລວມໄປຮອດໃນອານາຄົດອັນໃກ້ຈະມີການຮ່ວມມືກັບຜູ້ໃຫ້ບໍລິການພາຍນອກ ແລະ ນັກພັດທະນາໃນການເຮັດປັກອິນ ເພື່ອມອບປະສົບການທີ່ດີຂຶ້ນໃນການໃຊ້ງານ Bing AI ເຊັ່ນ ການຄົ້ນຫາຮ້ານອາຫານຈະມີການຂຶ້ນຜົນທັນທີສາມາດຈອງໂຕະໄດ້ເລີຍ.

ຕໍ່ຈາກນີ້ Microsoft ຈະອັບເດດຂ່າວສານໃໝ່ໆ ກ່ຽວກັບປັນຍາປະດິດ ແລະ ຜະລິດຕະພັນອື່ນທີ່ໃນອະນາຄົດທີ່ງານ Microsoft Build ເຊິ່ງຈະມີຂຶ້ນໃນປາຍເດືອນພຶດສະພານີ້.

ຂອບໃຈຂໍ້ມູນຈາກ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/