ໄຊຢາໄນ (Cyanide) ສານພິດອັນຕະລາຍທີ່ຄວນລະວັງ


ໄຊຢາໄນ (Cyanide) ແມ່ນສານອັນຕະລາຍທີ່ສາມາດອອກລິດໄດ້ຢ່າງໄວວາ ເມື່ອເຂົ້າສູ່ຮ່າງກາຍບໍ່ວ່າຈະເປັນການສູດດົມ, ສຳຜັດ ຫຼື ຮັບປະທານເຂົ້າໄປ ຈະເຮັດໃຫ້ເຊລບໍ່ສາມາດໃຊ້ອັອກຊີເຈນໄດ້ (ຢຸດການຫາຍໃຈຂອງເຊລ) ຈົນອາດຈະເປັນອັນຕະລາຍເຖິງເເກ່ຊີວິດໄດ້

ໄຊຢາໄນ ເເມ່ນກຸ່ມຂອງສານເຄທີ່ມີຄວາມເປັນພິດສູງເຊິ່ງມີ cyanide ion (CN-) ເປັນອົງປະກອບ. ໄຊຢາໄນແມ່ນສານເຄມີທີ່ນິຍົມນໍາໃຊ້ໃນອຸດສາຫະກໍາການຜະລິດເຈ້ຍ, ແຜ່ນແພ ແລະ ພລາສຕິກ, ຄໍາ, ເຄື່ອງປະດັບ, ຂວັ້ນໂລຫະ ເເລະ ຍັງສາມາດປົນເປື້ອນທາງອາກາດ, ດິນ, ນໍ້າ ແລະ ອາຫານ.

ໄຊຢາໄນ ສາມາດເກີດຂຶ້ນເອງໂດຍທຳມະຊາດ ໂດຍຈະພົບເຫັນໃນພືດບາງຊະນິດເຊັ່ນ: ໜໍ່ໄມ້, ມັນຕົ້ນ, ໝາກສາລີ, ຕົ້ນໄຜ່, ຝ້າຍ, ເມັດ almonds ເເລະ ອື່ນໆ. ນອກຈາກນັ້ນ, ຂະບວນການເຜົາຜານໃນຮ່າງກາຍຂອງມະນຸດສາມາດກໍ່ໃຫ້ເກີດສານໄຊຍາໄນໄດ້ເຊັ່ນດຽວກັນ.

ຢ່າງໃດກໍຕາມ, ໄຊຢາໄນປະລິມານພຽງເລັກໜ້ອຍທີ່ພົບເຫັນຢູ່ໃນພືດ ແລະ ຂະບວນການເຜົາຜານນັ້ນບໍ່ເປັນອັນຕະລາຍຕໍ່ສິ່ງມີຊີວິດ.

  • ອາການຂອງຄົນທີ່ໄດ້ຮັບສານພິດໄຊຢາໄນເຂົ້າໄປ

ຜູ້ປ່ວຍມັກຈະເລີ່ມມີອາການຫຼັງຈາກໄດ້ຮັບສານພິດດັ່ງກ່າວເຂົ້າໄປໃນເວລາບໍ່ດົນ ໂດຍຈະມີອາການປວດຫົວ, ໃຈສັ່ນ, ໜ້າເເດງ, ໝົດສະຕິ, ມີອາການຊັກ ເເລະ ອາດຈະເສຍຊີວິດໃນເວລາພາຍໃນ 10 ນາທີ. ສຳລັບຄົນທີ່ມີອາການຮຸນເເຮງໜ້ອຍກວ່າ ມັນຈະກົດການເຮັດວຽກຂອງລະບົບປະສາດ ເເລະ ລະບົບການຫາຍໃຈ.

ວິທີການຮັບມືເມື່ອເຮົາສຳຜັດກັບສານໄຊຢາໄນໂດຍບໍ່ຕັ້ງໃຈ

  • ຫາກສູດດົມອາກາດທີ່ມີສານໄຊຢາໄນປົນເປື້ອນເຂົ້າໄປ ຄວນຈະຮີບອອກຈາກບໍລິເວນນັ້ນ ຫາກບໍ່ສາມາດອອກຈາກສະຖານທີ່ນັ້ນໄດ້ຄວນກົ້ມຕົວລົງພື້ນ. ໃນກໍລະນີຜູ້ປ່ວຍຫາຍໃຈລຳບາກ ຫຼື ຢຸດຫາຍໃຈ ໃຫ້ເຮັດ CPR ເພື່ອເປັນການປະຖົມພະຍາບານເບື້ອງຕົ້ນ ເເລະ ຮີບນຳຕົວໄປໂຮງໝໍ. ຫ້າມໃຊ້ປາກເປົ່າ ຫຼື ຜາຍປອດ ເພື່ອຫຼີກເວັ້ນການໄດ້ຮັບສານພິດເພີ່ມ.
  • ຫາກຮ່າງກາຍສຳຜັດກັບໄຊຢາໄນ ໃຫ້ຖອດເສື້ອຜ້າທີ່ປົນເປື້ອນອອກໂດຍການໃຊ້ມີດຕັດ ຕັດອອກເປັນຕ່ອນໆ ເເລະ ຄ່ອຍໆຖອດອອກຈາກຮ່າງກາຍ. ວິທີນີ້ຈະຊ່ວຍໃຫ້ໄຊຢາໄນບໍ່ຕ້ອງໄປສຳພັດກັບຜິວໜັງສ່ວນອື່ນ ຫຼັງຈາກນັ້ນຈຶ່ງທຳຄວາມສະອາດຮ່າງກາຍດ້ວຍນ້ຳ ເເລະ ສະບູເພື່ອລົດຜ່ອນປະລິມານສານພິດໃຫ້ຫຼາຍທີ່ສຸດ ເເລ້ວຮີບນຳຕົວໄປໂຮງໝໍທັນທີ.
  • ການສຳຜັດທາງດວງຕາ ຄວນຖອດເເວ່ນຕາ ຫຼື ຄອນແທັກເລນອອກ ຈາກນັ້ນໃຊ້ນ້ຳສະອາດລ້າງຕາຢ່າງຕໍ່ເນື່ອງຢ່າງໜ້ອຍເປັນເວລາ 10 ນາທີ ເເລະ ຮີບຟ້າວໄປໂຮງໝໍເພື່ອຮັບການປິ່ນປົວ.

ທັງນີ້ຍັງບໍ່ມີວິທີການປະຖົມພະຍາບານເເບບສະເພາະເຈາະຈົງກັບຜູ້ສຳຜັດໄຊຢາໄນ ເພາະສະນັ້ນຄວນພາຜູ້ທີ່ສຳຜັດໄປໂຮງໝໍທີ່ໃກ້ສຸດໃນທັນທີ

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/