ບອກລາ #ເລກສີ່ຕົວທ້າຍ ໃນການເພີ່ມໝູ່ໄດ້ເລີຍ, Discord ເວີຊັນໃໝ່ສາມາດເພີ່ມໝູ່ໄດ້ໃນທັນທີພຽງເເຕ່ຮູ້ຊື່ບັນຊີ


ໃນການອັບເດດເວີຊັນໃໝ່ຂອງ Discord ທີ່ກຳລັງຈະມາເຖິງນີ້ ເຊື່ອວ່າຫຼາຍໆຄົນທີ່ໃຊ້ເເພລັດຟອມສື່ສານດ້ວຍ Discord ເປັນປະຈຳ ລວມທັງບັນດາເຫຼົ່າເກມເມີຕ້ອງຖືກໃຈສິ່ງນີ້. Discord ຈະສາມາດເພີ່ມໝູ່ໄດ້ໂດຍບໍ່ຕ້ອງຂໍ #ເລກທ້າຍສີ່ຕົວອີກຕໍ່ໄປ ພຽງເເຕ່ໃຊ້ຊື່ບັນຊີກໍສາມາດເພີ່ມໝູ່ໄດ້ທັນທີ.

ກ່ອນໜ້ານີ້ບັນດາຜູ້ທີ່ໃຊ້ເເພລັດຟອມສື່ສານ Discord ຫາກຕ້ອງການທີ່ຈະເພີ່ມໝູ່ໃໝ່ຈະຕ້ອງຂໍຊື່ບັນຊີຜູ້ໃຊ້ ເເລະ #ເລກທ້າຍສີ່ຕົວເພື່ອຄົ້ນຫາໝູ່ໃນລະບົບເເລ້ວສົ່ງຄຳຂໍເພີ່ມໝູ່ເຂົ້າໃນລິສ.

ເເຕ່ຕໍ່ຈາກນີ້ໄປເຮົາບໍ່ຕ້ອງຂໍເພີ່ມໝູ່ໃນເເບບເກົ່າອີກຕໍ່ໄປເເລ້ວ, ໂດຍ Discord ຈະປ່ຽນຮູບແບບຂອງຊື່ບັນຊີຂອງຜູ້ໃຊ້ຈາກເດີມທີ່ມີຊື່ນຳໜ້າ ເເລະ ຕາມມາດ້ວຍ #ເລກທ້າຍສີ່ຕົວ ຕົວຢ່າງເຊັ່ນ: meow#4432 , ເຊິ່ງໃນການອັບເດດຄັ້ງໃໝ່ນີ້ທາງ Discord ຈະປ່ຽນ #ເລກທ້າຍສີ່ຕົວເປັນ ‘@’ ຕາມດ້ວຍຕົວພິມນ້ອຍ a-z, ຕົວເລກ 0-9 ແລະ ຕົວອັກສອນພິເສດ ຈຸດ ຫຼື ຂີດກ້ອງກໍສາມາດໃສ່ໄດ້ຕາມທີ່ເຮົາຕ້ອງການ. ເຊິ່ງສິ່ງນີ້ເຮັດໃຫ້ງ່າຍທີ່ຈະຈື່ ແລະ ບອກຕໍ່ໝູ່ເພື່ອນໄດ້, ແຕ່ຊື່ທີ່ສະແດງຢູ່ໃນ Display Name ຈະບໍ່ມີການປ່ຽນແປງ.

ໂດຍເເນວທາງການປ່ຽນເເປງຊື່ບັນຊີໃນຄັ້ງນີ້ແມ່ນຄືກັນກັບແພລັດຟອມ Social media ອື່ນໆເຊັ່ນ Instagram ແລະ Twitter ທີ່ໃຊ້ໃນປັດຈຸບັນ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/