ຂີ້ເຫຍື້ອອີເລັກໂທຣນິກທີ່ເພີ່ມຂຶ້ນໃນທຸກໆປີ ອາດສົ່ງຜົນກະທົບທີ່ຮ້າຍແຮງຕໍ່ສິ່ງແວດລ້ອມ


ເທັກ​ໂນ​ໂລຢີດິ​ຈິ​ຕອລ ​ແລະ ​ອີ​ເລັກ​ໂທຣ​ນິກ​ ໄດ້ເຂົ້າມາມີອິດທິພົນຕໍ່ການດໍາເນີນການໃນຊີວິດປະຈຳວັນ, ການພັດທະນາ ແລະ ການຜະລິດເຄື່ອງມື ຫຼື ອຸປະກອນ ມີທ່າອ່ຽງທີ່ຈະເພີ່ມຂຶ້ນຢ່າງຕໍ່ເນື່ອງ ທັງໂທລະສັບມືຖືທີ່ມີການອອກຮຸ່ນໃໝ່ໆໃນແຕ່ລະປີ, ຮາດແວຂອງຄອມພິວເຕີທີ່ມີການພັດທະນາຢ່າງຕໍ່ເນື່ອງ ຫຼື ເຄື່ອງໃຊ້ໄຟຟ້າທີ່ພັດທະນາໃຫ້ມີຄວາມຫຼາກຫຼາຍ ແລະ ຕອບສະໜອງຄວາມຕ້ອງການຂອງການໃຊ້ງານຫຼາຍຂຶ້ນ.

ເຖິງແມ່ນວ່າການພັດທະນາເທັກໂນໂລຢີ ແລະ ການຜະລິດອຸປະກອນເຄື່ອງມືຕ່າງໆຈະຊ່ວຍໃຫ້ເຮົາມີຄວາມສະດວກສະບາຍຫຼາຍຂຶ້ນ ແຕ່ມັນກໍນຳມາເຖິງປະລິມານຂີ້ເຫຍື້ອເອ​ເລັກ​ໂຕຣ​ນິກທີ່ເພິ່ມຂຶ້ນໃນທຸກໆປີ. ຫຼາຍຄົນອາດຈະຍັງບໍ່ຮູ້ເຖິງຄວາມຮ້າຍແຮງຂອງບັນຫາທີ່ເກີດຂຶ້ນ ແລະ ເບິ່ງຄືວ່າມັນເປັນເລື່ອງໄກຕົວ, ແຕ່​ຄວາມ​ເປັນ​ຈິງແລ້ວ ​ບັນ​ຫາ​ທີ່​ເກີດ​ຂຶ້ນ​ແມ່ນ​ຮ້າຍ​ແຮງ​ກວ່າ​ທີ່​​ຄິດ​.

ຂີ້ເຫຍື້ອອີເລັກໂທຣນິກບໍ່ສາມາດຍ່ອຍສະຫຼາຍເອງໄດ້ ແລະ ກາຍເປັນສິ່ງປົນເປື້ອນຢູ່ໃນສິ່ງແວດລ້ອມ, ໃນດິນ, ອາກາດ, ນໍ້າ ແລະ ສິ່ງທີ່ມີຊີວິດເຊັ່ນ: ການເຜົາຂີ້ເຫຍື້ອອີເລັກໂທຣນິກໃນບ່ອນໂລ່ງ, ອ່າງນໍ້າອາຊິດທີ່ຖືກນໍາໃຊ້ເພື່ອກູ້ຄືນວັດສະດຸຈາກຊິ້ນສ່ວນອີເລັກໂທຣນິກທີ່ອາດປ່ອຍສານພິດອອກສູ່ສິ່ງແວດລ້ອມ. ເຊິ່ງໃນການຍ່ອຍສະຫຼາຍດ້ວຍວິທີຕ່າງໆ ອາດເຮັດໃຫ້ຜູ້ຄົນສຳພັດກັບສານປົນເປື້ອນທີ່ເປັນອັນຕະລາຍເຊັ່ນ: lead , mercury, beryllium, thallium, cadmium ແລະ arsenic, brominated flame retardants (BFR) ແລະ polychlorinated biphenyl ສານເຫຼົ່ານີ້ສົ່ງຜົນກະທົບຕໍ່ສຸຂະພາບທີ່ບໍ່ສາມາດແກ້ໄຂໄດ້ເຊັ່ນ: ມະເຮັງ, ການຫຼຸລູກ, ຄວາມເສຍຫາຍຂອງລະບົບປະສາດ ແລະ IQ ລົດລົງ.

ຂີ້ເຫຍື້ອອີເລັກໂທຣນິກຍັງສົ່ງຜົນກະທົບຕໍ່ການປ່ຽນແປງຂອງສະພາບພູມອາດກາດ, ອຸປະກອນທຸກຊິ້ນທີ່ເຄີຍຜະລິດຈະມີ carbon footprint ມີສ່ວນເຮັດໃຫ້ໂລກຂອງເຮົາຮ້ອນຂຶ້ນຈາກນ້ຳມືຂອງມະນຸດເອງ. ການຜະລິດ Laptops ໜຶ່ງໂຕນອາດມີການປ່ອຍອາຍຄາບອນເຖິງສິບໂຕນຕະຫຼອດອາຍຸການໃຊ້ງານອຸປະກອນ, ອາຍຄາບອນສ່ວນໃຫຍ່ມັກເກີດຂຶ້່ນລະຫວ່າງການຜະລິດ ກ່ອນທີ່ຈະຜູ້ອຸປະໂພກຈະຊື້ຜະລິດຕະພັນໄປ.

Global E-waste Monitor (GEM) ພົບວ່າທົ່ວໂລກຜະລິດຂີ້ເຫຍື້ອອີເລັກໂທຣນິກ 53,6 ລ້ານໂຕນ ຫຼື ປະມານ 7,3 ກິໂລກຣາມຕໍ່ຄົນ. ໂດຍອາຊີມີການຜະລິດຫຼາຍທີ່ສຸດຢູ່ທີ່ 24,9 ລ້ານໂຕນ, ຮອງລົງມາແມ່ນອາເມຣິກາ ແລະ ຢູໂຣບຢູ່ທີ່ 13,1 ແລະ 12 ລ້ານໂຕນຕາມລໍາດັບ.

ນອກຈາກນັ້ນ, ຂໍ້ມູນຈາກ GWI ແລະ The Roundup ຄາດຄະເນວ່າ ປະລິມານຂີ້ເຫຍື້ອອີເລັກໂທຣນິກໃນປີ 2030 ຈະເພີ່ມຂຶ້ນເປັນ 74 ລ້ານໂຕນ ແລະ ຄາດວ່າຈະເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ໂດຍສາເຫດຕົ້ນຕໍສໍາລັບການເພີ່ມຂື້ນຂອງຂີ້ເຫຍື້ອອີເລັກໂທຣນິກ ແມ່ນພຶດຕິກໍາຂອງຄົນທົ່ວໄປໃນການອຸປະໂພກເຄື່ອງມືອີເລັກໂທຣນິກຫຼາຍຂຶ້ນ, ຄວາມສາມາດໃນການຊື້ ຫຼື ເຂົ້າເຖິງອຸປະກອນທີ່ສູງຂຶ້ນ.

ລວມທັງການພັດທະນາອຸປະກອນ ແລະ ເທັກໂນໂລຢີອີເລັກໂທຣນິກທີ່ກ້າວໜ້າກວ່າຫຼາຍຂຶ້ນ. ດັ່ງນັ້ນ, ປະລິມານຂອງອຸປະກອນອີເລັກໂທຣນິກໄດ້ເພີ່ມຂຶ້ນຢ່າງກະໂດດຂັ້ນ.

ອີກປະການໜຶ່ງກໍຄື ພຶດຕິກຳໃນການຖິ້ມຂີ້ເຫຍື້ອທີ່ຜິດວິທີີ ບາງຄົນຖິ້ມອຸປະກອນອີເລັກໂທຣນິກໃສ່ໃນຖັງຂີ້ເຫຍື້ອທີ່ຜິດປະເພດ ຫຼື ຖິ້ມລວມກັນກັບຂີ້ເຫຍື້ອປະເພດອື່ນໆ ​ເຊິ່ງ​ນຳ​ໄປ​ສູ່​ການ​ຈັດການ​ຂີ້​ເຫຍື້ອ​ອີ​ເລັກ​ໂທຣນິກ​ຜິດ​ວິທີ ເຊິ່ງສາມາດສ້າງມົນລະພິດຕໍ່ສະພາບແວດລ້ອມໄດ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/