ສິງກະໂປ ຄວ້າແຊ້ມອັນດັບ 1 ຈາກທົ່ວໂລກ ເປັນປະເທດທີ່ “ລັດຖະບານມີປະສິດທິພາບ”


ປະເທດສິງກະໂປ ນັບມືນັບພັດທະນາຍິ່ງຂຶ້ນໃນທຸກໆດ້ານ ລວມທັງດ້ານຊັບພະຍາກອນມະນຸດ ລວມໄປເຖິງລະບົບການເມືອງ-ການປົກຄອງ ແລະ ຫຼ້າສຸດ ປະເທດສິງກະໂປ ກາຍເປັນປະເທດທີ່ຄວ້າແຊ້ມອີກປີ ເປັນປະເທດທີ່ “ລັດຖະບານມີປະສິດທິພາບ” ໂດຍຈັດອັນດັບຈາກທົ່ວໂລກ ເຊິ່ງປີ 2021 ຜ່ານມາ ແມ່ນປະເທດ “ຟິນແລນ” ທີ່ສາມາດຄອບຄອງອັນດັບ 1 ໄປໄດ້.

ເປັນຜົນງານໜຶ່ງທີ່ສຳຄັນຂອງປະເທດສິງກະໂປ ເປັນຜົນງານດ້ານຄວາມເປັນຜູ້ນຳ ແລະ ເບິ່ງການໄກ. ການມີສະຖາບັນທີ່ແຂງແຮງ ມີການກຳກັບດູແລດ້ານການເງິນ, ມີຕະຫຼາດທີ່ໜ້າດຶງດູດ ແລະ ສາມາດຊຸກຍູ້ໃຫ້ເຕີບໂຕ. ແຕ່ດ້ານຄວາມແຂງແຮງຂອງກົດໝາຍ ແລະ ນະໂຍບາຍ ລວມເຖິງຊື່ສຽງ ແລະ ຄວາມມີອິດທິພົນແມ່ນຍັງຢູ່ໃນລະດັບຕ່ຳກວ່າໃນປີ 2022 ເລັກໜ້ອຍ.

ການຈັດອັນດັບປະສິດທິພາບລັດຖະບານແມ່ນໄດ້ຈັດຈາກທົ່ວໂລກ ໂດຍສະຖາບັນ Chandler Institute of Governance ທີ່ເປັນຜູ້ຈັດອັນດັບ ເຊິ່ງໄດ້ກ່າວວ່າ ການຮັບມືກັບວິກິດການແຜ່ລະບາດຂອງພະຍາດໂຄວິດ-19 ຂອງສິງກະໂປ ເປັນສິ່ງທີ່ໜ້ານັບຖື ແລະ ຍ້ອງຍໍ. ເນື່ອງຈາກມີປະສິດທິພາບໃນການຟື້ນໂຕສູງກວ່າປະເທດອື່ນໆ ໃນພູມີພາກ ແລະ ຍັງສາມາດນຳພາເສດຖະກິດໃຫ້ກັບມາໄປດີຂຶ້ນກວ່າເກົ່າ.

ເຖິງຢ່າງໃດກໍຕາມ 10 ອັນດັບທຳອິດ ນອກເໜືອຈາກປະເທດສິງກະໂປ ແມ່ນປະກອບດ້ວຍ: ສະວິດເຊີແລນ, ຟິນແລນ, ເດັນໝາກ, ນໍເວ, ເນເທີແລນ, ​ເຢຍລະມັນ, ສະຫະລາຊະອານາຈັກ ແລະ ນິວຊີແລນ. ການຈັດອັນດັບດັ່ງກ່າວນີ້ ເປັນການຮວບຮວມຂໍ້ມູນຈາກ 104 ປະເທດທົ່ວໂລກ ແລະ ໃຊ້ດັດຊະນີວັດທັງໝົດ 35 ຕົວ ເທິງ 7 ເສົາຫຼັກ ເຊິ່ງເປັນຕົວຊີ້ວັດທີ່ໜ້າເຊື່ອຖືທີ່ສຸດ ສຳລັບຫຼັກນິຕິທຳ ພາວະຜູ້ນຳໃນດ້ານຈະລິຍະທຳ ແລະ ສິດທິໃນຊັບສິນ ເຊິ່ງສິງກະໂປໄດ້ອັນດັບທີ 11, 4 ແລະ ອັນດັບ 2 ມາຄອງຕາມລຳດັບທີ່ຈັດໃນທຸກປີ.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/