ແຟນບານນາໂປລີ ຕັດຫຍ້າໃນສະໜາມກັບບ້ານເປັນທີ່ລະນຶກ ຫຼັງທີມຮັກຄວ້າແຊ້ມ Serie A ໄດ້ສຳເລັດ ໃນຮອບ 33 ປີ


ຫຼັງສຽງໝາກຫວີດຍາວດັງຂຶ້ນ ທີ່ສະໜາມ ສະຕາດິໂອ ຟິໂອຣີ ໃນເກມການແຂ່ງຂັນທີ່ສະໂມສອນ ອູນິນເນເຊ່ ເປີດສະໜາມພົບກັບ ນາໂປລີ ທີ່ຈົບລົງດ້ວຍຜົນສະເໝີ 1-1, ແຟນບານຂອງ ນາໂປລີກໍພາກັນແຫ່ລົງມາສະຫຼອງແຊ້ມທຳອິດໃນຮອບ 33 ປີ ກັນຢ່າງຄຶກຄື້ນ ແລະ ກໍ່ໃຫ້ເກີດຄວາມວຸ້ນວາຍເປັນວົງກວ້າງ.

ທ່າມກາງຄວາມວຸ້ນວາຍດັ່ງກ່າວ ໄດ້ມີແຟນບານສວຍໂອກາດຕັດຫຍ້າໃນສະໜາມດັ່ງກ່າວອອກມາເປັນທີ່ລະນຶກວ່າ ສະໜາມນີ້ເຮັດໃຫ້ພວກເຂົາໄດ້ສະຫຼອງແຊ້ມທຳອິດໃນຮອບ 33 ປີ ຫຼັງທີມຮັກຄວ້າແຊ້ມ Serie A ໄດ້ສຳເລັດ.

ນອກຈາກນີ້ຍັງພົບວ່າ ສະໜາມຂອງ ອູນິນເນເຊ່ ນັ້ນໄດ້ຮັບຄວາມເສຍຫາຍຈາກການສະຫຼອງແຊ້ມຂອງແຟນບານຂອງນາໂປລີ ທັງພື້ນຫຍ້າ ແລະ ບ່ອນນັ່ງ ລວມເຖິງສິ່ງກໍ່ສ້າງບໍລິເວນອ້ອມຮອບສະໜາມ ເດືອດຮ້ອນໄປຮອດຕຳຫຼວດຕ້ອງເຂົ້າມາລະງັບເຫດຫຼັງມີແຟນບານນາໂປລີບາງສ່ວນໄປທຳຮ້າຍຮ່າງກາຍແຟນບານເຈົ້າບານ.

ໂດຍນາໂປລີ ຖືເປັນສະໂມສອນທຳອິດທີ່ສາມາດປະກາດແຊ້ມໄດ້ກ່ອນໝູ່ໃນ 5 ລີກໃຫຍ່ຂອງຢູໂຣບ ຫຼັງເຮັດຜົນງານໄດ້ຢ່າງໂດດເດັ່ນທັງພາຍໃນລີກ ແລະ UEFA Champion League ໂດຍໃນລີກ ນາໂປລີ ຄວ້າແຊ້ມລະດູການນີ້ໂດຍການລົງຫຼິ້ນໄປທັງໝົດ 33 ນັດ ເກັບໄດ້ 80 ຄະແນນ ຖິ້ມຫ່າງອັນດັບ 2 ຢ່າງ ລາຊິໂອ 16 ຄະແນນ ແລະໃນທາງທິດສະດີ ຍັງເຫຼືອເກມອີກ 5 ນັດເຊິ່ງ ລາຊິໂອ ບໍ່ມີທາງມີຄະແນນນຳ ນາໂປລີທັນແນ່ນອນ.

ເຊິ່ງແຊ້ມ Serie A ສະໄໝຫຼ້າສຸດຂອງ ນາໂປລີ ແມ່ນຕ້ອງຢ້ອນກັບໄປເມື່ອລະດູການ 1989/1990 ພາຍໃຕ້ການຄຸມທີມຂອງ ອາເບີໂຕ້ ບີຈອນ (Alberto Bigon) ແລະ ຜູ້ນໍາໃນສະໜາມຢ່າງ ເດໂກ້ ມາຣາໂດນາ ນັກເຕະທີ່ຖືກຍ້ອງຍໍວ່າເປັນນັກເຕະທີ່ເກັ່ງ ແລະ ມີພອນສະຫວັນຫຼາຍທີ່ສຸດໃນໂລກ.

ຢ່າງໃດກໍຕາມ ການສະຫຼອງແຊ້ມຂອງ ນາໂປລີ ຍັງຈະບໍ່ໝົດເທົ່ານີ້ ເພາະທາງສະໂມສອນໄດ້ປະກາດການສະຫຼອງແຊ້ມອີກເທື່ອໜຶ່ງໃນເກມລີກນັດຕໍ່ໄປທີ່ຈະເປີດບ້ານພົບກັບ ຟິອໍເລນຕິນາ ທີ່ຈະລົງແຂ່ງຂັນກັນໃນມື້ນີ້ເວລາ 23:00 ໂມງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/