ຮູ້ບໍ່ວ່າ ກຸ້ງ Lobster ທີ່ປັດຈຸບັນໂຕໜຶ່ງລາຄາບໍ່ຕໍ່າກວ່າ 1 ລ້ານກີບ ໃນອະດີດ ເຄີຍເປັນອາຫານສຳລັບຄົນທຸກ ແລະ ຂ້າທາດມາກ່ອນ


ໃນປັດຈຸບັນ ການທີ່ມີກຸ້ງລັອບສເຕີ ໂຕໃຫຍ່ໆມາເສີບໃນຈານຂອງເຮົາ ອາຫານຄາບນັ້ນຄົງຈະເປັນຄາບທີ່ດີທີ່ສຸດໄປອີກຫຼາຍອາທິດຂອງຫຼາຍໆຄົນ ເນື່ອງຈາກທັງຣົດຊາດ, ຄ່ານິຍົມ ແລະ ລາຄາຂອງກຸ້ງລັອບສເຕີໃນຍຸກນີ້ນັ້ນຖືເປັນອີກໜຶ່ງເມນູທີ່ຫຼາຍຄົນຝັນຢາກລອງຈັກຄັ້ງໜຶ່ງ.

ແຕ່ທຸກຄົນຮູ້ຫຼືບໍ່ວ່າ ກຸ້ງລັອບສເຕີທີ່ປັດຈຸບັນໂຕໜຶ່ງລາຄາບໍ່ຕໍ່າກວ່າ 1 ລ້ານກີບ ນີ້ ໃນອະດີດເຄີຍເປັນອາຫານສຳລັບຄົນທຸກ ແລະ ຂ້າທາດມາກ່ອນ ເອີ້ນໄດ້ວ່າພວກເຂົານັ້ນກິນກຸ້ງລັອບສເຕີຈົນເບື່ອ ແລະ ການກິນກຸ້ງລັອບສເຕີ ທັງ 3​ ຄາບ ເຊົ້າສວາຍແລງນັ້ນຖືເປັນເລື່ອງທໍາມະດາ.

ໃນໄລຍະສະຕະວັດທີ 17 ຫາ 18 ເຊິ່ງເປັນໄລຍະທຳອິດຂອງການຕັ້ງຖິ່ນຖານໃນຍຸກລ່າອານານິຄົມ ຕາມແນວແຄມຝັ່ງຂອງລັດ ແມສຊາຊູແຊັດ ປະເທດອາເມຣິກາກຸ້ງລັອບສເຕີໂຕໃຫຍ່ໆແມ່ນສິ່ງທີ່ພົບເຫັນໄດ້ທົ່ວໄປຕາມແຄມຝັ່ງ ເຊິ່ງມີຈຳນວນຫຼາຍ ແລະ ລາຄາຖືກ ຈຶ່ງມັກໃຊ້ເປັນອາຫານຂອງຄົນທຸກຍາກ ຂ້າທາດ ຫຼື ນັກໂທດໃນຄຸກ. ຍິ່ງໄປກວ່ານັ້ນ ລັອບສເຕີ ຍັງຖືກໃຊ້ເປັນອາຫານສັດຢ່າງໂຕໝູ, ງົວ ຫຼື ແມວ ໃນຂະນະທີ່ຊາວອາເມຣິກາພື້ນເມືອງໃຊ້ກຸ້ງ ລັອບສເຕີ ເປັນເຫຍື່ອໃນການຕຶກປາ ຫຼື ເຮັດເປັນຝຸ່ນນຳອີກ.

ເຄີຍມີກໍລະນີທີ່ຂ້າທາດໃນ ແມສຊາຊູແຊັດ ຮູ້ສຶກເບື່ອໜ່າຍກັບການກິນກຸ້ງລັອບສເຕີທີ່ເຈົ້ານາຍໃຫ້ ຈົນເຖິງຂັ້ນຂຶ້ນສານ ແລະ ສານກໍພິຈາລະນາວ່າບໍ່ໃຫ້ເຈົ້ານາຍໃຫ້ລູກນ້ອງ ຫຼື ທາດ ກິນກຸ້ງລັອບສເຕີຫຼາຍກວ່າ 3 ຄາບ ຕໍ່ອາທິດ ໃນຂະນະທີ່ນັກໂທດໃນຄຸກຕ້ອງກິນກຸ້ງລັອບສເຕີຫຼາຍຈົນມີກົດໝາຍປະກາດວ່າເປັນເລື່ອງ ທາລຸນນັກໂທດ.

     ແລ້ວເປັນຫຍັງ ລັອບສເຕີ ຈຶ່ງກາຍມາເປັນອາຫານທີ່ມີລາາແພງ. ຢ້ອນໄປໃນປີ 1800 ອາຫານກະປ໋ອງ ແລະ ການເດີນທາງໂດຍລົດເລີ່ມໄດ້ຮັບຄວາມນິຍົມ ເຮັດໃຫ້ຜູ້ຄົນໃນອາເມຣິກາ ແນມເຫັນຊ່ອງທາງການຄ້າໃໝ່ ກໍຄືການເຮັດລັອບສເຕີກະປ໋ອງ ແລະ ຈັດສົ່ງ ເຊິ່ງຂະນະທີ່ຜູ້ຈັດການລົດໄຟພົບວ່າ ຖ້າພວກເຮົາເອີ້ນມັນວ່າອາຫານທີ່ສຸດຍອດ ຜູ້ໂດຍສານທີ່ບໍ່ຮູ້ຈັກຊື່ສຽງອັນໜ້າລັງກຽດຂອງ ລັອບເຕີ້ ກໍຈະຄິດວ່າມັນເປັນອາຫານທີ່ແຊບ ແລະ ສຸດຍອດອີ່ຫຼີ.

ເຫດນີ້ເຮັດໃຫ້ຄວາມຕ້ອງການລັອບສເຕີໃນຕະຫຼາດນັ້ນເພີ່ມຂຶ້ນຢ່າງໄວວາ  ຫຼາຍຄົນເດີນທາງໄປ ນິວອິງແລນ ເພື່ອໄປຊື້ລັອບສເຕີສົດໆ ຂະນະທີ່ກຳລັງໃນການສະໜອງເລີ່ມລົດລົງ ເຮັດໃຫ້ລາຄາຂອງ ລັອບສເຕີນັ້ນເພີ່ມສູງຂຶ້ນເລື້ອຍໆ.

     ຫຼາຍປີຜ່ານໄປ ກຸ້ງ ລັອບສເຕີ ເລີ່ມໄປເສີບຢູ່ໃນຮ້ານອາຫານຫຼາຍຂຶ້ນເລື້ອຍໆ ແລະ ໃນໄລຍະປີ 1920 ມັນກໍກາຍເປັນອາຫານທາງເລືອກສຳລັບຊົນຊັ້ນສູງ ຈົນສິ້ນສຸດສົງຄາມໂລກຄັ້ງທີ 2 ລັອບສເຕີກໍຍັງຄົງເປັນອາຫານທີ່ຫຼາຍຄົນໃຝ່ຝັນ.

ນອກຈາກຄວາມຕ້ອງການທີ່ເພີ່ມຂຶ້ນແລ້ວ ຍັງມີອີກຫຼາຍປັດໃຈທີ່ເຮັດໃຫ້ ລັອບສເຕີທີ່ລາຄາທີ່ເພີ່ມສູງຂຶ້ນ ເຊັ່ນ ການຂົນສົ່ງລັອບສເຕີໄປພື້ນທີ່ຫ່າງໄກ ຂະນະທີ່ຮ້ານອາຫານສ່ວນໃຫຍ່ໃຫ້ບໍລິການລັອບສເຕີທີ່ສົດໃໝ່ ແລະ ຂະບວນການເກັບຮັກສາທີ່ຈະເຮັດໃຫ້ລັອບສເຕີຍັງມີຄວາມສົດໃໝ່ ຈົນເດີນທາງໄປຮອດຮ້ານອາຫານ ລວມເຖິງການປຸງແຕ່ງນັ້ນ ເຮັດໃຫ້ມີຕົ້ນທຶນທີ່ສູງຂຶ້ນ.

ນອກຈາກນີ້ ການເຮັດຟາມລ້ຽງກຸ້ງລັອບສເຕີນັ້ນບໍ່ແມ່ນເລື່ອງງ່າຍ ເພາະລັອບສເຕີໄວຕໍ່ພະຍາດ ຂະນະທີ່ ລັອບສເຕີ ຕ້ອງການເວລາຢ່າງໜ້ອຍ 7 ປີ ກວ່າມັນຈະໃຫຍ່ຈົນຮອດເກນທີ່ກົດໝາຍອະນຸຍາດໃຫ້ຈັບມາປະກອບອາຫານໄດ້. ສິ່ງເຫຼົ່ານີ້ ເຮັດໃຫ້ ລັອບສເຕີ ກາຍເປັນອີກໜຶ່ງເມນູທີ່ລາຄາສູງຂຶ້ນເລື້ອຍໆ ຈົນມາຮອດປັດຈຸບັນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/