MrBeast ໃຊ້ເງິນກວ່າ 3 ​ລ້ານໂດລາ ຊ່ວຍໃຫ້ຄົນພິການທາງຫູ ກວ່າ 1.000 ຄົນ ກັບມາໄດ້ຍິນສຽງຄົນທີ່ພວກເຂົາຮັກອີກຄັ້ງ


ຈິມມີ້ ໂດນັລຊັນ (Jimmy Donaldson) ຢູທູບເບີຊື່ດັງ ຫຼື ທີ່ເຮົາຮູ້ຈັກກັນໃນນາມ MrBeast ໄດ້ລົງທຶນເຮັດຄອນເທັນຄຸນະພາບ ແລະ ກິນໃຈສັງຄົມອີກແລ້ວ ຫຼັງຍອມລົງທຶນກວ່າ 3 ລ້ານໂດລາ ຊື້ເຄື່ອງຊ່ວຍຟັງ ຊ່ວຍໃຫ້ຄົນພິການທາງຫູ ກວ່າ 1.000 ຄົນ ກັບມາໄດ້ຍິນສຽງຄົນທີ່ພວກເຂົາຮັກອີກຄັ້ງ ພ້ອມທັງສານຝັນຂອງຄົນເຫຼົ່ານັ້ນໃຫ້ເປັນຈິງ.

ໂດຍ MrBeast ໄດ້ລົງທຶນຊື້ເຄື່ອງຊ່ວຍຟັງທີ່ທັນສະໄໝ ແລະ ວິເຄາະບັນຫາການໄດ້ຍິນຂອງແຕ່ລະຄົນຢ່າງລະອຽດ ເຊິ່ງບາງຄົນກໍມີບັນຫາການໄດ້ຍິນມາແຕ່ເກີດ ຫຼື ບາງຄົນກໍປະສົບກັບອຸບັດຕິເຫດຈົນເຮັດໃຫ້ມີບັນຫາໃນການໄດ້ຍິນ.

ຜູ້ມີບັນຫາໃນການໄດ້ຍິນລາຍໜຶ່ງ ບອກວ່າລາວບໍ່ໄດ້ຍິນສຽງແມ່ລາວມາ 4 ປີແລ້ວ ເຊິ່ງຫຼັງການຊ່ວຍເຫຼືອຂອງ MrBeast ລາວກໍກັບມາໄດ້ຍິນອີກເທື່ອໜຶ່ງ ແລະ ຄໍາເວົ້າທໍາອິດທີ່ລາວໄດ້ຍິນຈາກແມ່ຂອງລາວ ຫຼັງໃສ່ເຄື່ອງຊ່ວຍຟັງກໍຄືຄຳວ່າ “ແມ່ຮັກລູກເດີ້” ເຊິ່ງເຮັດໃຫ້ທັງລາວ ແລະ ແມ່ ລວມທັງ MrBeast ທີ່ຢູ່ໃນຫ້ອງນັ້ນ ເຖິງກັບກັ້ນນໍ້າຕາໄວ້ບໍ່ຢູ່ ກັບພາບທີ່ໜ້າປະທັບໃຈແບບນີ້.

ອີກໜຶ່ງກໍລະນີເກີດຂຶ້ນໃນ ບຣາຊິວ ຜູ້ເປັນພໍ່ທີ່ຫາກໍມີລູກສາວຕ້ອງປະສົບກັບອຸບັດຕິເຫດເຮັດໃຫ້ມີບັນຫາໃນການໄດ້ຍິນ ຕັ້ງແຕ່ລູກຍັງນ້ອຍ ແລະ ຍັງເວົ້າບໍ່ໄດ້ ຜ່ານໄປຫຼາຍປີ ຫຼັງລູກເຕີບໃຫຍ່ສາມາດເວົ້າໄດ້ ແລະ ຫຼັງການໄດ້ຮັບການຊ່ວຍເຫຼືອ ຈາກ MrBeast ຄໍາທຳອິດທີ່ລາວໄດ້ຍິນ ແມ່ນຄຳວ່າ “ພໍ່” ຈາກລູກສາວຂອງລາວ ເຮັດໃຫ້ນໍ້າຕາຄວາມຕື້ນຕັນໃຈຈາກຄວາມເປັນພໍ່ນັ້ນໄຫຼອອກມາໃນທັນທີ.

ນອກຈາກ MrBeast ຈະຊ່ວຍໃຫ້ 1.000 ຄົນກັບມາໄດ້ຍິນອີກເທື່ອໜຶ່ງແລ້ວ MrBeast ຍັງໄດ້ຊ່ວຍສານຝັນພວກເຂົາໃຫ້ເປັນຈິງ ເຊັ່ນການຊື້ປີ້ໄປເບິ່ງການແຂ່ງຂັນ NBA ໃຫ້ເດັກນ້ອຍທີ່ຫຼົງໃຫຼໃນກິລາບານບ້ວງ ແຕ່ບໍ່ມີໂອກາດໄດ້ໄປສຳຜັດກັບເກມການແຂ່ງຂັນ ຫຼື ການຊື້ປີ້ຄອນເສີດ Taylor Swift ສິລະປິນຊື່ດັງ ໃຫ້ກັບແມ່ຍິງຄົນໜຶ່ງເພື່ອເປັນການສະເຫຼີມສະຫຼອງການໄດ້ຍິນເປັນຄັ້ງທຳອິດໃນຊີວິດ ແລະ ມອບເງິນຈຳນວນ 10.000 ໂດລາ ໃຫ້ກັບຫຼາຍໆກໍລະນີ ອີກ.

ໂດຍການຊ່ວຍເຫຼືອຄັ້ງນີ້ MrBeast ບໍ່ໄດ້ຊ່ວຍແຕ່ຄົນທີ່ຢູ່ໃນ ສະຫະລັດອາເມຣິກາ ເພາະໄດ້ກະຈາຍໄປໃນ ອາເມຣິກາໃຕ້ບາງປະເທດໃນ ອາຟຣິກາ ຢູໂຣບ ແລະ ລວມເຖິງເອເຊຍເຮົານຳ.

MrBeast ລະບຸວ່າ: “​ການໃຊ້ເຄື່ອງຊ່ວຍຟັງບໍ່ແມ່ນວິທີດຽວທີ່ຈະເຊື່ອມຕໍ່ເຂົ້າກັບຄົນທີ່ມີບັນຫາທາງການໄດ້ຍິນ ແຕ່ຍັງມີ ພາສາມືກໍເປັນອີກໜຶ່ງວິທີ ທີ່ດີເຊັ່ນກັນ. ແຕ່ປັດຈຸບັນການເຂົ້າເຖິງການຮຽນການສອນພາສາມືໃນທົ່ວໂລກນັ້ນຍັງໜ້ອຍຫຼາຍ”. MrBeast ບໍລິຈາກເງິນກວ່າ 1 ແສນໂດລາ ໃຫ້ກົບອົງກອນໃນທົ່ວໂລກ ທີ່ສອນພາສາມື ໃຫ້ກັບປະຊາຊົນ.

ເອີ້ນໄດ້ວ່າເປັນອີກໜຶ່ງຄອນເທັນທີ່ ຊ່ວຍສ້າງພະລັງບວກໃຫ້ກັບຫຼາຍໆຄົນ ແລະ ສ້າງປະໂຫຍດໄດ້ຢ່າງແທ້ຈິງ ຫຼັງການປ່ອຍວິດີໂອດັ່ງກ່າວ ໄປພຽງໜຶ່ງມື້ ມີຜູ້ເຂົ້າເບິ່ງໄປແລ້ວ ຫຼາຍກວ່າ 26 ລ້ານຄົນ ພ້ອມກັບການສະແດງຄວາມຄິດເຫັນຂອງແຟນໆ ທີ່ໄປໃນທາງດຽວກັນ ທີ່ຍ້ອງຍໍ MrBeast ໃນການເຮັດຄອນເທັນແບບນີ້.

ການໃຊ້ເຄື່ອງຊ່ວຍຟັງ ຖືເປັນອີກໜຶ່ງວິທີທີ່ຈະຊ່ວຍໃຫ້ຜູ້ທີ່ມີບັນຫາໃນການໄດ້ຍິນ ໃຫ້ກັບມາໄດ້ຍິນອີກເທື່ອໜຶ່ງ ໂດຍເຄື່ອງຊ່ວຍຟັງຈະເຮັດໜ້າທີ່ຂະຫຍາຍສຽງ ເຮັດສຽງທີ່ໄດ້ຮັບເຂົ້າມາມີຄວາມດັງ ແລະ ຊັດເຈນຫຼາຍຂຶ້ນ ເຊິ່ງເປັນອຸປະກອນຂະໜາດໜ້ອຍ ທີ່ໃຊ້ຄ້ອງໄວ້ຫຼັງໃບຫູ ແລະ ຮັບສຽງຜ່ານໄມຂະໜາດນ້ອຍ ຈາກນັ້ນໜ່ວຍປະມວນຜົນໃນຕົວເຄື່ອງຈະຊ່ວຍປັບຂະຫຍາຍສຽງ ແລະ ຄື້ນສຽງເພື່ອໃຫ້ເໝາະສົມກັບແຕ່ລະຄົນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/